spot_img
Homeຂ່າວຕ່າງປະເທດສະວິດເຊີແລນເຫັນດີເພີ່ມມາດຕາການຄຸມເຂັ້ມອາວຸດປືນຕາມກົດອີຢູ

ສະວິດເຊີແລນເຫັນດີເພີ່ມມາດຕາການຄຸມເຂັ້ມອາວຸດປືນຕາມກົດອີຢູ

Published on

ຊາວສະວິດເຊີແລນຫຼາຍກວ່າ 63% ເຫັນດີໃຫ້ລັດຖະບານປະຕິຮູບກົດໝາຍອາວຸດປືນໃຫ້ມີຄວາມເຂັ້ມງວດເພີ່ມຂຶ້ນຕາມແນວທາງຂອງສະຫະພາບເອີຣົບ ຊຶ່ງໄດ້ມີການລົງມະຕິເມື່ອວັນທີ 19 ພຶດສະພາຜ່ານມາໃນຫົວຂໍ້ຄຳຖາມກ່ຽວກັບການເພີ່ມຄວາມເຂັ້ມງວດໃຫ້ກັບກົດໝາຍອາວຸດປືນໃນປະເທດ.

ຊຶ່ງປາກົດວ່າມີປະຊາຊົນເຖິງ 63,7% ຈາກຈຳນວນຜູ້ໃຊ້ສິດປະມານ 1,5 ລ້ານຄົນສະໜັບສະໜູນໃຫ້ລັດຖະບານກາງປະຕິຮູບກົດໝາຍດັ່ງກ່າວ ທັງນີ້ ຄະແນນສຽງສະໜັບສະໜູນມີທັງໝົດ 25 ຈາກ 26 ລັດ ຍົກເວັ້ນລັດຕີຊີໂນ ຊຶ່ງຢູ່ທາງໃຕ້ສຸດ ແລະ ມີປະຊາກອນສ່ວນໃຫຍ່ໃຊ້ພາສາອີຕາລຽນ ຢ່າງໃດກໍຕາມ ການທີ່ມີຄະແນນສຽງເກີນ 2 ໃນ 3 ຂອງຈຳນວນລັດທັງໝົດໃນປະເທດຖືວ່າຜົນການລົງປະຊາມະຕິຄັ້ງນີ້ສົມບູນເປັນເອກະສັນ.

ປັດຈຸບັນ ສະວິດເຊີແລນມີປະຊາກອນປະມານ 8,5 ລ້ານຄົນ ແລະ 48% ຂອງຄົວເຮືອນໃນປະເທດມີອາວຸດປືນຢ່າງໜ້ອຍ 1 ກະບອກ ຂະນະທີ່ການລົງປະຊາມະຕິຖືເປັນຂະບວນການຕາມກົດໝາຍຂອງສະວິດເຊີແລນທີ່ປົກຄອງປະເທດດ້ວຍລະບອບປະຊາທິປະໄຕ ຊຶ່ງໃຫ້ສິດທິປະຊາຊົນເປັນຜູ້ພິຈາລະນາລິເລີ່ມນະໂຍບາຍຂອງລັດ.

 

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ:AP,REUTERS 

ບົດຄວາມຫຼ້າສຸດ

ປະຊາຊົນຊາວມາເລເຊຍຮວມຕົວກັນຫຼາຍພັນຄົນ ເພື່ອຮຽກຮ້ອງຄວາມຍຸຕິທຳ ໃຫ້ຊາຣາ ທີ່ເສຍຊີວິດຢ່າງປິສະໜາ

#JusticeForZara ແຮັດແທັກ (hastag) ເຕັມສື່ສັງຄົມອອນລາຍໃນປະເທດມາເລເຊຍ ເພື່ອຮຽກຮ້ອງຄວາມຍຸຕິທຳໃຫ້ ຊາຣາ ເດັກຍິງອາຍຸ 13 ປີ ເສຍຊີວິດປິດສະໜາ, ທ່າມກາງຂ່າວລືວ່າ ຊາຣາ ເປັນເຫຍື່ອຈາກການຖືກບູລີ້ ແລະ...

ເສຍຊີວິດເວທີດຽວກັນ! ຂ່າວເສົ້າວົງການມວຍຍີ່ປຸ່ນ ເມື່ອ 2 ນັກຊົກຈາກແດນປາດິບເສຍຊີວິດຫຼັງຂຶ້ນຊົກມວຍ ໝໍເຜີຍເລືອດອອກໃນເຫຍື້ອຫຸ້ມສະໝອງ.

ວົງການມວຍຍີ່ປຸ່ນເສົ້າ! 2 ນັກຊົກມວຍເສຍຊີວິດເວທີດຽວກັນ ຫຼັງໄດ້ຮັບອາການບາດເຈັບ ໝໍເຜີຍເລືອດອອກໃນເຫຍື້ອຫຸ້ມສະໝອງ. ສຳນັກຂ່າວຕ່າງປະເທດລາຍງານເຫດການສຸດສະຫຼົດ ຂອງວົງການມວຍຍີ່ປຸ່ນ ໄດ້ເກີດເຫດການສຸດຊ໋ອກ ຫຼັງຈາກຊິເງໂຕຊິ ນັກຊົກອາຍຸ 28 ປີ ເສຍຊີວິດ ເມື່ອວັນສຸກ 8...

ສ ເກົາຫຼີ ມອບທຶນຈຳນວນ 6 ລ້ານໂດລາ ເພື່ອຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາ ກຳນົດຈັດຕັ້ງປະຕິບັດ 2025-2029

ລັດຖະບານ ສ ເກົາຫຼີສະໜອງທຶນຊ່ວຍເຫຼືອລ້າໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວ ເມືອງຄຳເກີດ ພິທີເຊັນບົດບັນທຶກການຮ່ວມມືໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວເມືອງຄຳເກີດ ແຂວງບໍລິຄຳໄຊ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...

ຍທຂ ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ

ຍທຂ ປະກາດການຈັດຕັ້ງ ພະນັກງານການນຳຂັ້ນສູງ. ເມື່ອບໍ່ດົນມານີ້, ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ ແລະ ຍົກຍ້າຍ...