spot_img
Homeຂ່າວພາຍ​ໃນຕັກແຕນລະບາດໜັກຢູ່ເມືອງວຽງໄຊ

ຕັກແຕນລະບາດໜັກຢູ່ເມືອງວຽງໄຊ

Published on

ປັດຈຸບັນ ຝູງຕັກແຕນຂີພວມລະບາດຢ່າງໜັກຢູ່ຫຼາຍບ້ານຂອງເມືອງວຽງໄຊ  ໃນນັ້ນ ໜັກກວ່າໝູ່ແມ່ນເຂດບ້ານນາເມືອງຊຶ່ງຂຶ້ນກັບກຸ່ມບ້ານຊຽງລວງ ເມືອງວຽງໄຊ ແຂວງຫົວພັນ ທັງນີ້ ອຳນາດການປົກຄອງທ້ອງຖິ່ນໄດ້ສົ່ງຄຳຮ້ອງຂໍຄວາມຊ່ວຍເຫຼືອເຖິງພາກສ່ວນກ່ຽວຂ້ອງ.

ຕາມການລາຍງານຂອງ ທ່ານ ສິງວົງໄຊ ສຸລິວົງພັນ ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ ເມືອງວຽງໄຊ ​ແຂວງ​ຫົວພັນ ໄດ້ຮູ້ວ່ເມື່ອວັນທີ 16 ພຶດສະພາ 2019 ຜ່ານມາຫ້ອງການກະສິກຳ ແລະ ປ່າໄມ້ເມືອງວຽງໄຊ ໄດ້ສົ່ງທິມງານວິຊາການພ້ອມອຸປະກອນປາບສັດຕູພືດ ກໍຄືເຄືອງສີດພົ່ນຊະນິດກາງ ຈຳນວນ 2 ເຄື່ອງລົງພື້ນທີ່ເພື່ອຊ່ວຍເຫຼືແກ້ໄຂໃນເບື້ອງຕົ້ນ ແຕ່ເນື່ອງຈາກການລະບາດຂອງຕັກແຕນໃນຄັ້ງນີ້ແມ່ນໜັກໜ່ວງ ແລະ ຂະຫຍາຍເປັນວົງກວ້າງ ຕາມຂໍ້ມູນເບື້ອງຕົ້ນແມ່ນແຜ່ລາມໃນເນື້ອທີ່ຫຼາຍກວ່າ 3 ເຮັກຕາ ແລະ ເກີນຂີດຄວາມສາມາດທີ່ຈະຮັບມື.

ມາຮອດວັນທີ 17 ພຶດສະພາ ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ໄດ້ນຳສະເໜີຕໍ່ການນຳເມືອງວຽງໄຊ ແລະ ພະແນກກະສິກຳ ແລະ ປ່າໄມ້ແຂວງ ພ້ອມທັງເພີ່ມອຸປະກອນສີດພົ່ນລົງພື້ນທີ່ສືບຕໍ່ກຳຈັດຕັກແຕນ ຄາດວ່າການກຳຈັດຊຸດທຳອິດຈະໃຊ້ເວລາ 3 ວັນ ລໍຖ້າທິດຊີ້ນຳຈາກຂັ້ນເທິງເພື່ອແກ້ໄຂໄລຍະຍາວໃຫ້ໄວທີ່ສຸດ ເພື່ອປົກປ້ອງພືດພັນ ແລະ ຜົນຜະລິດຂອງປະຊາຊົນໃຫ້ຖືກກະທົບໜ້ອຍທີ່ສຸດ.

ທ່ານ ບຸນກອງ ດວງປັນຍາ ນາຍບ້ານໆນາເມືອງ ກ່າວວ່າ ສະພາບການແຜ່ລະບາດຂອງຕັກແຕນຢູ່ເຂດບ້ານນາເມືອງ ແມ່ນມີມາຫຼາຍປີແລ້ວແຕ່ບໍ່ຮ້າຍແຮງ ເພາະມັນບໍ່ລົງມາທຳລາຍເຄື່ອງປູກຂອງຝັງປະຊາຊົນ ແຕ່ສະເພາະປີນີ້ຖືວ່າຮຸນແຮງກວ່າທຸກປີຜ່ານມາ ປັດຈຸບັນຕັກແຕນໄດ້ທຳລາຍຕົ້ນກ້າຂອງປະຊາຊົນທີ່ຫາກໍ່ຫວ່ານຫຼາຍແຫ່ງ ແລະ ຂັ້ນເທິງກໍໄດ້ລົງມາຊ່ວຍກຳຈັດໃນເບື້ອງຕົ້ນແລ້ວ.

 

 

ໂດຍ: ສະຫະລັດ ວອນທິວົງໄຊ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...