Homeຂ່າວຕ່າງປະເທດກູເກິລກຽມປະຕິບັດນະໂຍບາຍຂອງ ທຣັມ ເພື່ອຄວາມປອດໄພດ້ານເຕັກໂນໂລຊີ

ກູເກິລກຽມປະຕິບັດນະໂຍບາຍຂອງ ທຣັມ ເພື່ອຄວາມປອດໄພດ້ານເຕັກໂນໂລຊີ

Published on

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງວໍຊິງຕັນ ສະຫະລັດອາເມຣິກາເມື່ອວັນທີ 19 ພຶດສະພາຜ່ານມາຊຶ່ງໄດ້ລະບຸວ່າ ບໍລິສັດອັລຟາເບດຊຶ່ງເປັນບໍລິສັດແມ່ຂອງກູເກິລ ພວມພິຈາລະນາກຽມປະຕິບັດຕາມຄຳສັ່ງຂອງ ທ່ານ ໂດນັລ ທຣັມ ທີ່ມີເນື້ອໃນວ່າ ສະຫະລັດພວມຜະເຊີນກັບສະຖານະການສຸກເສີນດ້ານເຕັກໂນໂລຊີ ດັ່ງນັ້ນ ຈິ່ງຕ້ອງເພີ່ມຄວາມເຂັ້ມງວດໃນກໍລະນີຜູ້ປະກອບການໃນອາເມຣິກາມີຈຸດປະສົງຂໍໃບອະນຸຍາດເພື່ອເຮັດທຸລະກຳ ຫຼື ຄ້າຂາຍກັບບໍລິສັດກ່ຽວກັບເຕັກໂນໂລຊີຂອງຕ່າງປະເທດຊຶ່ງບໍ່ ໄດ້ລະບຸຊື່ ແຕ່ບັນດານັກວິເຄາະກໍຊີ້ເປົ້າໄປຍັງບໍລິສັດຮົວເຫວີຍຂອງ ສປ ຈີນ.

ຢ່າງໃດກໍຕາມ ແຫຼ່ງຂ່າວໃນກູເກິລກໍໄດ້ເປີດເຜີຍກັບສື່ຫຼາຍສຳນັກພາຍໃນອາເມຣິກາວ່າ ບໍລິສັດກູເກິລຕັດສິນໃຈໂຈະຄວາມຮ່ວມມືບາງສ່ວນກັບຮົວເຫວີຍ ຊຶ່ງນັ້ນກໍໝາຍເຖິງສະມາດໂຟນ ແລະ ແທັບເລັດລຸ້ນໃໝ່ຂອງຮົວເຫວີຍຈະບໍ່ສາມາດອັບເດດແອັບພລີເຄເຊິນສຳຄັນເທິງລະບົບປະຕິບັດການແອນດຣອຍ ຊຶ່ງສ່ວນໃຫຍ່ເປັນແອັບພລີເຄເຊິນຂອງກູເກິລ ບໍ່ວ່າຈະເປັນຢູທູບ ຈີເມລ ແຜນທີ່ ແລະ ອື່ນໆ ແຕ່ສິນຄ້າຂອງຮົວເຫວີຍຈະຍັງສາມາດຮອງຮັບແອັບພລີເຄເຊິນອື່ນໆເທິງແອນດຣອຍ ແລະ ມີການອັບເດດເມື່ອຮອດເວລາໄດ້ຕາມປົກກະຕິ.

ມາດຕາການຜ່ອນຜັນໃຫ້ແກ່ບໍລິສັດຮົວເຫວີຍມີເວລາ 90 ວັນນັບແຕ່ມື້ອອກແຈ້ງການເພື່ອບໍ່ໃຫ້ກະທົບກັບບໍລິສັດ ໂດຍສະເພາະໃນພື້ນທີ່ຫ່າງໄກໃນລັດທີ່ມີປະຊາກອນອາໄສຢູ່ໜ້ອຍເຊັ່ນ ລັດອໍຣິກອນ ແລະ ລັດໄວໂອມິງ ຊຶ່ງມາດຕາການຈະລວມເຖິງການອະນຸ ຍາດໃຫ້ຮົວເຫວີຍຊື້ສິນຄ້າ ແລະ ບໍລິການຂອງອາເມຣິກາໄດ້ເພື່ອບໍ່ໃຫ້ລູກຄ້າຂອງຮົວເຫວີຍໃນອາເມຣິກາໄດ້ຮັບຜົນກະທົບ ແຕ່ ວ່າມາດຕາການຜ່ອນຜັນດັ່ງກ່າວຈະມີຜົນຄວບຄຸມເຖິງໂຄງການໃນອະນາຄົດ ແຕ່ຄວາມເຄື່ອນໄຫວໃນສ່ວນຂອງກູເກິລຊຶ່ງຖ້າຫາກປະຕິບັດຈິງກໍຈະສົ່ງຜົນກະທົບຢ່າງໜັກຕໍ່ທຸລະກິດຂອງຮົວເຫວີຍ ທັງນີ້ ບໍລິສັດຮົວເຫວີຍກໍຍັງບໍ່ທັນໄດ້ອອກມາສະແດງຄວາມຄິດເຫັນຢ່າງເປັນທາງການຕໍ່ກໍລະນີດັ່ງກ່າວ.

 

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: AP

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...