spot_img
Homeຂ່າວພາຍ​ໃນອາຫານເພື່ອສຸຂະພາບມີຄວາມສຳຄັນສຳລັບຄວາມກ້າວໜ້າຂອງ ສປປ ລາວ

ອາຫານເພື່ອສຸຂະພາບມີຄວາມສຳຄັນສຳລັບຄວາມກ້າວໜ້າຂອງ ສປປ ລາວ

Published on

ອົງການອາຫານ ແລະ ການກະເສດແຫ່ງສະຫະປະຊາຊາດ ຫຼື FAO ກອງທຶນສາກົນສຳລັບການພັດທະນາກະສິກຳ ຫຼື IFAD ແລະ ໂຄງການອາຫານໂລກ ຫຼື WFP ໄດ້ລົງມາຢ້ຽມຢາມໂຄງການໂພຊະນາການໃນ ສປປ ລາວ ເປັນເວລາ 3 ວັນ.

ຜູ້ອຳນວຍການໃຫ່ຍຂອງອົງການອາຫານ ແລະ ການກະເສດແຫ່ງສະຫະປະຊາຊາດ (FAO) ທ່ານ ໂຈເຊ ກຣາຊີອານໂນ ດາ ຊີນວາ (José Graziano da Silva) ແລະ ຜູ້ອຳນວຍການໂຄງການອາຫານໂລກ ຫຼື WFP ທ່ານ ເດວິດ ບີສລີ (David Beasley) ໄດ້ເດີນທາງມາຢ້ຽມຢາມເປັນເວລາ 3 ວັນ ຮ່ວມກັບ ທ່ານ ໂທມັສ ຣັດ ຫົວໜ້າປະຈຳພາກພື້ນຂອງກອງທຶນສາກົນສຳລັບການພັດທະນາກະສິກຳ ຫຼື IFAD ເພື່ອຍົກລະດັບຄວາມຮູ້ ແລະ ຄວາມເຂົ້າໃຈກ່ຽວກັບຄວາມສຳຄັນຂອງລະບົບສະບຽງອາຫານແບບຜະສົມຜະສານ ເພື່ອປັບປຸງຄວາມໜັ້ນຄົງທາງດ້ານສະບຽງອາຫານ ແລະ ໂພຊະນາການ .

ທ່ານ ໂຈເຊ ກ່າວວ່າ “ອົງການອາຫານ ແລະ ການກະເສດແຫ່ງສະຫະປະຊາຊາດ  ມີຄວາມມຸ້ງໜັ້ນທີ່ຈະເຮັດວຽກຮ່ວມກັບກອງທຶນສາກົນສຳລັບການພັດທະນາກະສິກຳ ແລະ ໂຄງການອາຫານໂລກ  ເພື່ອສົ່ງເສີມຄວາມພະຍາຍາມໃນການຍົກລະດັບຄຸນຄ່າທາງໂພຊະນາການ ຊຶ່ງທັງ 3 ອົງການແມ່ນໄດ້ສ້າງຄວາມແຕກຕ່າງໃຫ້ແກ່ວິຖີການດຳລົງຊີວິດ ແລະ ຊີວິດຄອບຄົວຂອງຊາວກະສິກຳ ພວກເຮົາມຸ້ງໜັ້ນທີ່ຈະສຶບຕໍ່ຄວາມຄຶບໜ້າດັ່ງກ່າວໃຫ້ບັນລຸເປົ້າໝາຍຂອງການລຶບລ້າງໄພອຶດຫິວ”.

ໂອກາດດັ່ງກ່າວ ທ່ານ ເດວິດ ບີສລີ ກໍໄດ້ກ່າວວ່າ ຂ້າພະເຈົ້າຮູ້ສຶກໄດ້ເຖີ່ງຄວາມຫວັງຈາກປະຊາຊົນໃນຊຸມຊົນໃນການຮ່ວມມືກັບລັດຖະບານລາວ ໂຄງການອາຫານໂລກ ອົງການອາຫານ ແລະ ການກະເສດແຫ່ງສະຫະປະຊາຊາດ  ກອງທຶນສາກົນສຳລັບການພັດທະນາກະສິກຳ ແມ່ນພວມເຮັດວຽກຮ່ວມກັນເພື່ອຊ່ວຍສ້າງອະນາຄົດທີ່ດີສຳລັບເດັກນັກຮຽນ ຊາວກະສິກຳ ແລະ ປະຊາຊົນໃນທົ່ວປະເທດ”.

ສປປ ລາວ ມີຄວາມຄືບໜ້າໃນທາງທີ່ດີມາຕະຫຼອດໄລຍະເວລາ 20 ທີ່ຜ່ານມາ ໃນການຫຼຸດຜ່ອນຄວາມທຸກຍາກ ແລະ ໄພອຶດຫິວ ແຕ່ເຖີ່ງຢ່າງໃດກໍຕາມ ການຂາດສານອາຫານແມ່ນຍັງເປັນສີ່ງກີດຂວາງອັນໃຫຍ່ຫຼວງໃນການກ້າວໄປເປັນປະເທດທີ່ມີລາຍໄດ້ປານກາງ ການຢຸດຢັ້ງການຈະເລີນເຕີບໂຕເນື່ອງຈາກການຂາດສານອາຫານແມ່ນສົ່ງຜົນກະທົບຕໍ່ 1 ສ່ວນ 3 ຂອງເດັກນ້ອຍອາຍຸຕ່ຳກວ່າ 5 ປີ ໃນນີ້ ເຂດຊົນນະບົດແມ່ນໄດ້ຮັບຜົນກະທົບຢ່າງໜັກໜ່ວງ ຊຶ່ງການປັງປຸງການເຂົ້າເຖີ່ງແຫຼ່ງອາຫານທີ່ມີປະໂຫຍດ ແລະ ດີຕໍ່ສຸຂະພາບ ຖືເປັນຄວາມສຳຄັນຕໍ່ການປັບປຸງທາງດ້ານໂພຊະນາການ.

ທ່ານ ຣັດ ກ່າວຕື່ມວ່າ “ໂຄງການນີ້ເປັນໂຄງການຕົວຢ່າງທີ່ດີຂອງ 3 ອົງການແຫ່ງສະຫະປະຊາຊາດທີ່ໄດ້ສ້າງຄວາມເຂັ້ມແຂງເປັນໜຶ່ງດຽວໃນການເຮັດວຽກຮ່ວມກັບລັດຖະບານ ຜູ້ສະໜອງທຶນ ແລະ ຄູ່ຮ່ວມງານອື່ນໆ ທັງນີ້ ກໍເພື່ອເຮັດຜົນປະໂຫຍດສູງສຸດໃຫ້ແກ່ປະຊາຊົນທ້ອງຖີ່ນຕໍ່ການປັບປຸງທາງດ້ານຄວາມໜັ້ນຄົງທາງດ້ານສະບຽງອາຫານ ແລະ ໂພຊະນາການໃນເຂດຊົນນະບົດ”
ຊຶ່ງໂຄງການເຫຼົ່ານີ້ແມ່ນພວມຈັດຕັ້ງປະຕິບັດການຊ່ວຍເຫຼືອທາງດ້ານການສົ່ງເສີມຄວາມພະຍາຍາມໃນການຍົກລະດັບຄຸນຄ່າທາງໂພຊະນາການໃນເຂດຊົນນະບົດ.

ກິດຈະກຳຂອງໂຄງການອາຫານໂລກຊຶ່ງຢູ່ພາຍໃຕ້ແຜນງານນີ້ລວມມີ ການສະໜັບສະໜູນໂຄງການໂຮງຮຽນທີ່ມີໂພຊະນາການ   ໂດຍໄດ້ຝຶກອົບຮົມໃຫ້ບັນດາຊຸມຊົນໃນການເຮັດສວນຄົວເພື່ອຜະລິດ ແລະ ປຸງແຕ່ງອາຫານທີ່ມີປະໂຫຍດຕໍ່ສຸຂະພາບ ແລະ ໂພຊະນາການໃຫ້ຫຼາຍຂຶ້ນ ແລະ ການເຮັດສວນຄົວເພື່ອເສີມສ້າງການເຮັດອາຫານທີ່ມີຄວາມຫຼາກຫຼາຍ ພ້ອມນີ້ ບັນດາຜູ້ແທນກໍໄດ້ຢ້ຽມຢາມບັນດາໂຮງຮຽນຕ່າງໆເປັນສ່ວນໜຶ່ງຂອງໂຄງການອາຫານໂຮງຮຽນໃນທົ່ວປະເທດ.

ທ່ານ ກຣາຊີອານໂນ ແລະ ທ່ານ ບີສລີ ໄດ້ຮ່ວມເປັນສັກຄີພະຍານໃນການມອບໂອນໂຄງການສະໜອງອາຫານໂຮງຮຽນຂອງ WFP ໃນຈຳວນຫຼາຍກວ່າ 500 ໂຮງຮຽນໃຫ້ແກ່ລັດຖະບານ ສປປ ລາວ  ໂຄງການອາຫານໂລກໄດ້ເລີ້ມຈັດຕັ້ງປະຕິບັດໃນປີ 2002 ໂຄງການ WFP ໄດ້ສະໜອງອາຫານທີ່ມີໂພຊະນາການໃຫ້ແກ່ເດັກນັກຮຽນຈຳນວນ 140.000 ຄົນ ໃນຈຳນວນ 1.450 ໂຮງຮຽນ ເພື່ຍົກລະດັບການຮຽນຮູ້ ແລະ ດ້ານສຸຂະພາບຂອງເຂົາເຈົ້າ ພ້ອມນີ້ ຊຸມຊົນກໍໄດ້ຮັບການສະໜັບສະໜູນເພື່ອສ້າງຕັ້ງ ແລະ ຄຸ້ມຄອງສວນຄົວຂອງໂຮງຮຽນທີ່ຮັບປະກັນທາງດ້ານພືດຜັກທີ່ສົດໃໝ່.

ທັງ 3 ອົງການແມ່ນໄດ້ເຮັດວຽກຮ່ວມກັບລັດຖະບານ ລວມເຖິງປະຊາຊົນ ສປປ ລາວ ເພື່ອບັນລຸເປົ້າໝາຍການພັດທະນາທີ່ຍືນຍົງ ໃນນັ້ນ ປະກອບມີ ການລຶບລ້າງໄພອຶດຫິວ ການຮ່ວມມທີ່ເຂັ້ມແຂງແມ່ນເປັນປັດໄຈສຳຄັນໃນການພັດທະນາທີ່ຍນຍົງ
ການເຮັດວຽກຮ່ວມກັນຢ່າງໃກ້ຊິດຂອງອົງການອາຫານ ແລະ ການກະເສດແຫ່ງສະຫະປະຊາຊາດ  ກອງທຶນສາກົນສຳລັບການພັດທະນາກະສິກຳ ແລະ ໂຄງການອາຫານໂລກ  ແມ່ນໄດ້ສ້າງຄວາມແຕກຕ່າງໃຫ້ແກ່ຊີວິດ ແລະ ວິຖີການດຳລົງຊີວິດຂອງປະຊາຊົນຜູ້ດ້ອຍໂອກາດໃນຫຼາຍປະເທດ ລວມເຖິງລະດັບພາກພື້ນ ແລະ ສາກົນ ຊຶ່ງອົງການເຫຼົ່ານີ້ໄດ້ສ້າງຄວາມເຂັ້ມແຂງເປັນ  ໜຶ່ງດຽວໃນການເຮັດວຽກກັບລັດຖະບານ ຜູ້ສະະໜອງທຶນ ແລະ ຄູ່ຮ່ວມງານອື່ນໆເພື່ອໃຫ້ເກີດຜົນປະໂຫຍດສູງສຸດແກ່ທຸກຝ່າຍ.

 

 

ຂ່າວ: UN

ບົດຄວາມຫຼ້າສຸດ

ຮັບຮອງເປັນມໍຣະດົກແຫ່ງຊາດ ສະຖານບູຮານໜອງດິນຈີ່ ເມືອງໂພນທອງ ແຂວງຈຳປາສັກ ມີຄວາມສຳຄັນໃນລະດັບພູມິພາກອາຊີຕາເວັນອອກສ່ຽງໃຕ້

ສະຖານບູຮານໜອງດິນຈີ່ ເມືອງໂພນທອງ ແຂວງຈຳປາສັກ, ຖືກຮັບຮອງເປັນມໍຣະດົກແຫ່ງຊາດ ຕາມຂໍ້ຕົກລົງຂອງທ່ານລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ. ເມື່ອວັນທີ 11 ສິງຫາ 2025 ທີ່ຜ່ານມາ, ວ່າດ້ວຍການຮັບຮອງເອົາມໍຣະດົກແຫ່ງຊາດລະດັບຊາດ ດ້ານວັດທະນະທຳ, ປະຫວັດສາດ...

ລາວເປັນປະເທດທີ່ມີຄວາມສະຫງົບ ໂດຍຖືກຈັດຢູ່ອັນດັບທີ 10 ປະເທດທີ່ສະຫງົບສຸກ ແລະ ສັນຕິພາບທີ່ສຸດໃນອາຊີ ປະຈຳປີ 2025

ລາວຖືກຈັດຢູ່ ອັນດັບທີ່ 10 ປະເທດທີ່ສັນຕິພາບທີ່ສຸດໃນອາຊີ ຕາມລາຍງານ ດັດຊະນີສັນຕິພາບໂລກ (GPI) 2025 ສະບັບລ້າສຸດ ທີ່ອອກໂດຍ ສະຖາບັນເສດຖະກິດແລະສັນຕິພາບ (IEP). (GPI) 2025 ສະບັບລ້າສຸດ...

ສາຍກິນດິບໃຫ້ລະວັງ! ພະຍາດໃບໄມ້ໃນປອດທີ່ເກີດຈາກການກິນດິບ ໂດຍສະເພາະເມນູກຸ້ງເຕັ້ນ ແລະ ປູດິບຈາກແຫຼ່ງນໍ້າຈືດ

ພະຍາດໃບໄມ້ໃນປອດ ເກີດຈາກການກິນອາຫານດິບ ແລະ ສຸຂະອະນາໄມໃນການປຸງແຕ່ງອາຫານ ສາຍກິນດິບຄວນລະວັງ, ເມື່ອບໍ່ດົນມານີ້,ມີກໍລະນີເດັກນ້ອຍອາຍຸ 14 ປີ ຈາກ ສ.ເກົາຫຼີ ທີ່ມັກກິນກຸ້ງສົດ ແລະ ປູສົດນໍ້າຈືດ ມີອາການຫາຍໃຈລໍາບາກ, ໄອມີເສມຫະ...

ເກີດຂຶ້ນ 1 ໃນ 8 ລ້ານ ຕ້ອງໄດ້ທຳການຜ່າອອກດ່ວນ ຍິງຊາວອິນເດຍພົບໂຕອ່ອນມາຢູ່ໃນຕັບ

ຍິງຊາວອິນເດຍມີອາການເຈັບທ້ອງ ຜົນສະແກນ MRI ພົບວ່າມີໂຕອ່ອນມາຢູ່ໃນຕັບ ເຊິ່ງເກີດຂຶ້ນໄດ້ຍາກມີພຽງ 45 ກໍລະນີ ໃນທົ່ວໂລກ ຈາກກໍລະນີຍິງຊາວອິນເດຍ ອາຍຸ 35 ປີ, ທີ່ກຳລັງຖືພາ 12 ອາທິດ...