spot_img
Homeຂ່າວພາຍ​ໃນເບຍລາວ ຈະປັບປຸງປ້າຍໄຟ, ປ້າຍຮ້ານຄ້າ ແລະ ສາວເຊຍເບຍ ໃຫ້ສໍາເລັດ ພາຍໃນ 1​ ເດືອນ

ເບຍລາວ ຈະປັບປຸງປ້າຍໄຟ, ປ້າຍຮ້ານຄ້າ ແລະ ສາວເຊຍເບຍ ໃຫ້ສໍາເລັດ ພາຍໃນ 1​ ເດືອນ

Published on

ໃນວັນທີ 15 ພຶດສະພາ 2019 ບໍລິສັດ ເບຍລາວ ຈຳກັດ ໄດ້ເຮັດໃບສະເໜີ ເລກທີ 0864, ລົງວັນທີ 15 ພຶດສະພາ 2019 ເຖິງ ລັດຖະມົນຕີ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ອງ, ແລະ ລັດຖະມົນຕີ ກະຊວງສາທາລະນະສຸກ ໂດຍເນື້ອໃນຂອງໃບສະເໜີ ແມ່ນມີ 3 ປະເດັນຫຼັກຄື:

1. ບໍລິສັດ ເບຍລາວ ຈຳກັດ ຈະຢຸດຕິການໂຄສະນາເບຍໃນປ້າຍໂຄສະນາໃຫຍ່ທຸກແຫ່ງຈົນກວ່າຈະມີລະບຽບການໂຄສະນາເຄື່ອງດື່ມທີ່ມີທາດເຫຼົ້າທີ່ຊັດເຈນ.

2. ບໍລິສັດ ເບຍລາວ ຈຳກັດ ຈະປັບປຸງປ້າຍໄຟ, ປ້າຍຮ້ານຄ້າ ແລະ ສາວເຊຍເບຍ ໃຫ້ສໍາເລັດ ພາຍໃນ 1​ ເດືອນ, ລວມເຖິງການປະເມີນເສດຖະກິດ ທີ່ສົ່ງຜົນກະທົບຕໍ່ອຸດສາຫະກໍາການຄ້າຍ່ອຍ, ການທ່ອງທ່ຽວ, ການຈ້າງງານ, ແລະ ການມອບພັນທະໃຫ້ ລັດຖະບານ ສປປ ລາວ. ແລ້ວນໍາສະເໜີ ແກ່ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ອງ, ກະຊວງສາທາລະນະສຸກ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງ.

3. ບໍລິສັດ ເບຍລາວ ຈະຂໍສະເໜີ ຈັດກອງປະຊຸມຮ່ວມ ກັບກະຊວງ ອຸດສາຫະກໍາ ແລະ ການຄ້າ, ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ອງ, ກະຊວງສາທາລະນະສຸກ ແລະ ກະຊວງການເງິນ ເພື່ອນໍາສະເໜີ ຜົນການວິໄຈ ແລະ ກໍລະນີຕົວຢ່າງຈາກປະເທດຕ່າງ ໃນທົ່ວໂລກ ລວມທັງປະເທດເພື່ອນບ້ານຂອງລາວ ໃນອາຊີຕາເວັນອອກສ່ຽງໃຕ້ ໂດຍອີງໃສ່ປະສົບການອັນຍາວນານ ມາຫຼາຍປີ ຂອງກຸ່ມບໍລິສັດ ຄາສເບີກ ພ້ອມທັງຂໍ້ແນະນໍາ ແລະ ການສຶກສາ ໂດຍໜ່ວຍງານອິດສະຫຼະຂອງສາກົນ.

ພ້ອມນີ້, ບໍລິສັດ ເບຍລາວ ຈຳກັດ ຍັງສະເໜີ ໃຫ້ມີການປະຊຸມ ໃນວັນທີ 24 ມິຖຸນາ 2019. ເຊື່ອວ່າກອງປະຊຸມດັ່ງກ່າວຈະຊ່ວຍໃຫ້ຄວາມກະຈ່າງແຈ້ງຫຼາຍຂຶ້ນກ່ຽວກັບບັນຫາການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າຢູ່ບ້ານເຮົາ.

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ ແລະ ຮູບພາບ: targetlaos, Lao Brewery 

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...