spot_img
Homeນານາສາລະປະຈຳ​ເດືອນ​ສີ​ດຳ ຢ່າ​ຟ້າວ​ຕົກ​ໃຈ ບັນຫາ​ນີ້​ມີ​ຄຳ​ຕອບ

ປະຈຳ​ເດືອນ​ສີ​ດຳ ຢ່າ​ຟ້າວ​ຕົກ​ໃຈ ບັນຫາ​ນີ້​ມີ​ຄຳ​ຕອບ

Published on

index

ກ່ອນ ອື່ນ​ຕ້ອງ​ຂໍ​ບອກ​ໃຫ້​ສາວໆ ສະບາຍ​ໃຈ​ກ່ອນ​ເລີຍ​ ​ວ່າ​ການ​ທີ່​ເລືອດ​ປະຈຳ​ເດືອນ​ມີ​ສີ​ຄ້ຳ​ຫລື ​ສີ​ດຳ​ນັ້ນ​ບໍ່ແມ່ນ​ເລື່ອງ ຜິດ​ປົກກະຕິ ບໍ່​ໄດ້​ມີ​ບັນຫາ​ສຸກຂະພາບ ຫລື ​ເປັນ​ພະຍາດ​ຫຍັງ​ແຕ່​ຢ່າງ​ໃດ ທັງ​ນີ້​ການ​ທີ່​ປະຈຳ​ເດືອນ​ມີ​ສີ​ຄ້ຳ​ ຫລື​ ສີ​ດຳ​ອາດ​ເກີດ​ໄດ້​ຈາກ​ການ​ທີ່​ເລືອດ​ປະຈຳ ເດືອນ​ໄຫລ​ອອກ​ມາ​ແລ້ວ​ໄປ​ຕິດ​ຄ້າງ​ຢູ່​ທີ່​ບໍລິເວນ​ຊ່ອງຄອດ​ດົນ​ເກີນ​ໄປ ຈົນ​ເຮັດໃຫ້​ເລືອດ​ສີ​ແດງ​ປ່ຽນ​ເປັນ​ສີ​ຄ້ຳ​ຂຶ້ນ ຊຶ່ງ​ສ່ວນ​ໃຫຍ່​ແລ້ວ​ມັກ​ຈະ​ເກີດ​ຂຶ້ນ​ໃນ​ຊ່ວງ​ທີ່​ປະຈຳ​ເດືອນ​ເລີ່ມ​ມາ​ໃໝ່​ໆ ຫລື ​ຊ່ວງ​ທີ່​ປະຈຳ​ເດືອນ​ໃກ້​ຈະ​ໝົດ ໂດຍ​ເລືອດ​ຈະ​ຄ່ອຍ​ໆ ຊຶມ​ອອກ​ມາ​ຊ້າ​ໆ ແລະ ​ຕິດ​ຄ້າງ​ຢູ່​ບໍລິເວນ​ຊ່ອງຄອດ​ເປັນ​ເວລາ​ດົນ ຊຶ່ງ​ກວ່າ​ຈະ​ໄຫລ​ອອກ​ມາ​ເລືອດ​ກໍ​ຈະ​ກາຍ​ເປັນ​ສີ​ຄ້ຳ​ ຫລື​ ສີ​ດຳ​ໄປະ​ແລ້ວ ຖ້າ​ຈະໃຫ້​ປຽບທຽບ​ເພື່ອ​ໃຫ້​ເຫັນ​ພາບ​ງ່າຍໆ ລອງ​ຄິດ​ເຖິງ​ຕອນ​ທີ່​ມີດ​ບາດ​ ຈະ​ເຫັນ​ໄດ້​ວ່າ​ເມື່ອ​ຕອນ​ມີດ​ບາດ​ໃໝ່​ໆ ເລືອດ​ຈະ​ມີ​ສີ​ແດງ​ເຂັ້ມ ແລະ​ຈະ​ຄ່ອຍ​ໆ ແຂງ​ຕົວ​ ແລະ ​ປ່ຽນ​ເປັນ​ສີ​ຄ້ຳ​ຂຶ້ນ ຊຶ່ງ​ກໍ​ຄື​ກັບ​ເລືອດ​ປະຈຳ​ເດືອນ​ຂອງ​ເຮົາ​ນັ້ນ​ເອງ​
ທັງ​ນີ້​ສາວໆ ຫລາຍ​ຄົນ​ຍັງມີ​ຄວາມ​ເຂົ້າໃຈ​ຜິດໆ ວ່າ​ເລືອດ​ປະຈຳ​ເດືອນ​ນັ້ນ​ຄື​ເລືອດ​ເສຍ ຈຶ່ງ​ເປັນ​ສາ​ເຫດ​ໃຫ້​ຢ້ານ​ວ່າ​ເລືອດ​ສີ​ດຳ​ທີ່​ອອກ​ມາ​ນັ້ນ​ຈະ​ເປັນ​ເລືອດ​ທີ່​ເກີດ​ຈາກ​ຮ່າງກາຍ ມີ​ຄວາມ​ຜິດ​ປົກກະຕິ ດັ່ງ​ນັ້ນ​ຈຶ່ງ​ຢາກ​ໃຫ້​ສາວໆ ທຳຄວາມ​ເຂົ້າໃຈ​ໃໝ່​ວ່າ​ມົດລູກ​ມີ​ຫນ້າທີ່​ສືບ​ພັນ​ພຽງ​ຢ່າງ​ດຽວ​ເທົ່າ​ນັ້ນ ດັ່ງ​ນັ້ນ​ເລືອດ​ປະຈຳ​ເດືອນ​ຈຶ່ງ​ບໍ່ແມ່ນ​ເລືອດເສຍ ແຕ່​ເປັນ​ເລືອດ​ທີ່ລອກ​ຫລຸດ​ອອກ​ມາ​ຈາກ​ເຍື່ອ​ບຸ​ມົດລູກ​ທີ່​ບໍ່​ໄດ້ຮັບ​ການ​ປະຕິ​ສົນ​ທິ ແລະ​ ການ​ທີ່​ເລືອດ​ມີ​ສີ​ດຳ​ຄ້ຳ​ກໍ​ເປັນ​ເພາະ​ວ່າ​ເລືອດ​ຕົກ​ຄ້າງ​ຢູ່​ບໍລິເວນ​ຊ່ອງຄອດ​ເປັນ ເວລາ​ດົນ​ເທົ່າ​ນັ້ນ​ເອງ

 

ບົດຄວາມຫຼ້າສຸດ

ປະຊາຊົນຊາວມາເລເຊຍຮວມຕົວກັນຫຼາຍພັນຄົນ ເພື່ອຮຽກຮ້ອງຄວາມຍຸຕິທຳ ໃຫ້ຊາຣາ ທີ່ເສຍຊີວິດຢ່າງປິສະໜາ

#JusticeForZara ແຮັດແທັກ (hastag) ເຕັມສື່ສັງຄົມອອນລາຍໃນປະເທດມາເລເຊຍ ເພື່ອຮຽກຮ້ອງຄວາມຍຸຕິທຳໃຫ້ ຊາຣາ ເດັກຍິງອາຍຸ 13 ປີ ເສຍຊີວິດປິດສະໜາ, ທ່າມກາງຂ່າວລືວ່າ ຊາຣາ ເປັນເຫຍື່ອຈາກການຖືກບູລີ້ ແລະ...

ເສຍຊີວິດເວທີດຽວກັນ! ຂ່າວເສົ້າວົງການມວຍຍີ່ປຸ່ນ ເມື່ອ 2 ນັກຊົກຈາກແດນປາດິບເສຍຊີວິດຫຼັງຂຶ້ນຊົກມວຍ ໝໍເຜີຍເລືອດອອກໃນເຫຍື້ອຫຸ້ມສະໝອງ.

ວົງການມວຍຍີ່ປຸ່ນເສົ້າ! 2 ນັກຊົກມວຍເສຍຊີວິດເວທີດຽວກັນ ຫຼັງໄດ້ຮັບອາການບາດເຈັບ ໝໍເຜີຍເລືອດອອກໃນເຫຍື້ອຫຸ້ມສະໝອງ. ສຳນັກຂ່າວຕ່າງປະເທດລາຍງານເຫດການສຸດສະຫຼົດ ຂອງວົງການມວຍຍີ່ປຸ່ນ ໄດ້ເກີດເຫດການສຸດຊ໋ອກ ຫຼັງຈາກຊິເງໂຕຊິ ນັກຊົກອາຍຸ 28 ປີ ເສຍຊີວິດ ເມື່ອວັນສຸກ 8...

ສ ເກົາຫຼີ ມອບທຶນຈຳນວນ 6 ລ້ານໂດລາ ເພື່ອຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາ ກຳນົດຈັດຕັ້ງປະຕິບັດ 2025-2029

ລັດຖະບານ ສ ເກົາຫຼີສະໜອງທຶນຊ່ວຍເຫຼືອລ້າໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວ ເມືອງຄຳເກີດ ພິທີເຊັນບົດບັນທຶກການຮ່ວມມືໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວເມືອງຄຳເກີດ ແຂວງບໍລິຄຳໄຊ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...

ຍທຂ ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ

ຍທຂ ປະກາດການຈັດຕັ້ງ ພະນັກງານການນຳຂັ້ນສູງ. ເມື່ອບໍ່ດົນມານີ້, ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ ແລະ ຍົກຍ້າຍ...