spot_img
Homeຂ່າວພາຍ​ໃນທະນາຄານໂລກ ໃຫ້ທຶນ 52 ລ້ານ​ໂດ​ລາ​ ແກ້ໄຂຄວາມທຸກຍາກ ຢູ່ພາກເໜືອຂອງລາວ

ທະນາຄານໂລກ ໃຫ້ທຶນ 52 ລ້ານ​ໂດ​ລາ​ ແກ້ໄຂຄວາມທຸກຍາກ ຢູ່ພາກເໜືອຂອງລາວ

Published on

ທະນາຄານໂລກ ໄດ້ໃຫ້ການສະໜັບສະໜູນທຶນຕື່ມອີກ ຈຳນວນ 52 ລ້ານໂດລາສະ ຫະລັດ ເພື່ອຈັດຕັ້ງປະຕິບັດ 2 ໂຄງການໃໝ່ ຄື: ໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດສານອາຫານໃນຊົນນະບົດ ຂອງຂະແໜງປົກປ້ອງສັງຄົມ ມູນຄ່າ 27 ລ້ານ ໂດລາສະຫະລັດ; ໂຄງການຂະຫຍາຍນໍ້າປະປາ, ສຸຂະພິບານ ແລະ ອະນາໄມລວມ ມູນຄ່າ 25 ລ້ານໂດລາສະຫະລັດ ໂດຍສະເພາະຢູ່ແຂວງ​ຊຽງ​ຂວາງ, ຫົວ­ພັນ, ຜົ້ງ​ສາ­ລີ ແລະ ແຂວງ​ອຸ­ດົມ​ໄຊ.

ທ້າຍອາທິດຜ່ານມາ ທ່ານ ນາງ ທິບພະກອນ ຈັນທະວົງສາ ຮອງລັດຖະມົນຕີ ກະຊວງການເງິນ ໄດ້ຮ່ວມລົງນາມໃນສັນຍາ ກັບ ທ່ານ ນິໂກລາ ປອນຕາຣາ ຫົວໜ້າຫ້ອງການທະນາຄານໂລກ ປະຈຳ ສປປ ລາວ, ມີຕາງໜ້າຈາກສອງພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ການປະຕິບັດສອງໂຄງການໃໝ່ນີ້, ເປັນການວາງລະບົບການປົກປ້ອງທາງສັງຄົມແຫ່ງຊາດ ແລະ ສະໜັບສະໜູນການໂອນເງິນແບບມີເງື່ອນໄຂ ເພື່ອການຫັນປ່ຽນພຶດຕິກຳຂອງກຸ່ມຄົວເຮືອນເປົ້າໝາຍ, ປັບປຸງໂພຊະນາການໃຫ້ດີຂຶ້ນ ໂດຍສະເພາະພາຍໃນ 3 ປີທຳອິດ. ສ່ວນໂຄງການຂະ ຫຍາຍນໍ້າປະປາ, ສຸຂະພິບານ ແລະ ອະນາໄມ ຈະເປັນການເຂົ້າເຖິງນໍ້າ, ສຸຂະພິບານ ແລະ ອະນາ ໄມທີ່ດີຂຶ້ນ ເນື່ອງຈາກ 4 ແຂວງດັ່ງກ່າວ, ໄດ້ຮັບຜົນກະທົບຈາກການຂາດສານອາຫານຊໍ້າເຮື້ອ(ເຕັ້ຍ) ໃນລະດັບສູງກວ່າ 40%, ການຂາດສານອາຫານຊໍ້າເຮື້ອໃນໄວເດັກ ສົ່ງຜົນໃຫ້ສຸຂະພາບອ່ອນແອ, ເຮັດໃຫ້ເດັກນ້ອຍພັດທະນາການຊ້າ, ຜົນຕໍ່ການຮຽນຕໍ່າ ແລະ ໃນທີ່ສຸດເຮັດໃຫ້ໂອກາດໃນການຖືກຈ້າງງານລົດລົງ. ສະນັ້ນ, ຈຶ່ງເຮັດໃຫ້ຊຸມຊົນບໍ່ສາມາດຫລຸດພົ້ນອອກຈາກຄວາມທຸກຍາກ.

ທ່ານ​ ນິໂກລາ ປອນຕາຣາ ຫົວ­ໜ້າ​ຫ້ອງການ ທະ­ນາ­ຄານ​ໂລກ​ປະ­ຈຳ​ລາວ ກ່າວ​ວ່າ: ເດັກນ້ອຍ​ທີ່​ເກີດ​ໃນ ສປປ ລາວ ສະ­ເລ່ຍ​ຈະ​ມີ​ປະ​ສິດ­ທິ​ຜົນ ພຽງ​ແຕ່ 45% ຖ້າ​ທຽບ­ໃສ່​ປະ​ສິດ­ທິ​ຜົນ​ອັນ​ເຕັມ​ສ່ວນ ໃນ​ກໍ­ລະ­ນີ​ໄດ້​ຮັບ​ການ​ສຶກ​ສາ ແລະ ບໍ­ລິ­ການ​ສຸ­ຂະ­ພາບ​ເຕັມ­ທີ່. ການ​ລົງ­ທຶນ​ເຂົ້າ​ໃນ​ການ​ປັບປຸງ​ໂພ­ຊະ​ນາ​ການ ໝາຍ​ເຖິງ​ການ​ສ້າງ​ທຶນ​ມະ­ນຸດ​ຂອງ​ປະ­ເທດ ​ເຊິ່ງ​ຈະ​ຊ່ວຍ​ໃນ​ການ​ເຕີບ​ໃຫຍ່​ທາງ​ດ້ານ​ເສດ­ຖະ­ກິດ​ຂອງ​ປະ­ເທດ​ໃນ​ອະນາ­ຄົດ.

ທ່ານ ນາງ ທິບພະກອນ ຈັນທະວົງສາ ຮອງລັດຖະມົນຕີກະຊວງການເງິນ ໄດ້ສະແດງຄວາມຂອບໃຈເປັນຢ່າງຍິ່ງ ຕໍ່ການການສະໜັບສະໜູນຈາກທະນາຄານໂລກ ໂດຍສະເພາະໃນຂົງເຂດການພັດທະນາຊົນນະບົດ ແລະ ຊັບພະຍາກອນມະນຸດ ເຊິ່ງຈະປະກອບສ່ວນສຳຄັນເຮັດໃຫ້ການປັບປຸງສະພາບການດຳລົງຊີວິດຂອງປະຊາຊົນດີຂຶ້ນເທື່ອລະກ້າວ. ການຫລຸດຜ່ອນຄວາມທຸກຍາກ ດ້ວຍການຂະຫຍາຍການເຂົ້າເຖິງນໍ້າສະອາດ, ສຸຂາພິບານ ແລະ ສຸຂະນາໄມລວມທັງການສ້າງຕາໜ່າງປົກປ້ອງສັງຄົມ ຜ່ານວຽກງານໂພຊະນາການທາງອ້ອມສຳລັບຄົວເຮືອນທີ່ທຸກຍາກ ແລະ ດ້ອຍໂອກາດຂ້າງເທິງ ຈະໄດ້ຮັບການຈັດຕັ້ງປະຕິບັດ ຢ່າງມີປະສິດທິຜົນ ໃນ 4 ແຂວງເປົ້າໝາຍ ເພື່ອໃຫ້ຊຸມຊົນໄດ້ຫລຸດພົ້ນຈາກຄວາມທຸກຍາກ ເທື່ອລະ ກ້າວ.

ບົດຄວາມຫຼ້າສຸດ

ຕຳກາງອາກາດ ເຫດລົດບິນຕໍາກັນກາງອາກາດຢູ່ເມືອງສາງຊຸນ ສປ.ຈີນ ໃນລະຫວ່າງຊ້ອມການສະແດງເປີດໂຕລົດບິນໄດ້

ໃນວັນທີ 18/09/2025 ມີລາຍງານຈາກສຳນັກຂ່າວປະເທດຈີນ ເກີດອຸບປະຕິເຫດ ລົດບິນຕໍາກັນລະຫວ່າງຊ້ອມການສະແດງ ທີ່ເມືອງສາງຊຸນ ຂອງປະເທດຈີນ ລາຍງານມີຜູ້ບາດເຈັບ 1 ຄົນ. ອຸບບັດຕິເຫດດັ່ງກ່າວໄດ້ເກີດຂຶ້ນໃນຕອນທີ່ບໍລິສັດ Xpeng ຂອງປະເທດຈີນ ໄດ້ຈັດງານສະແດງເປີດໂຕລົດບິນ. ສະແດງເຖິງເຕັກໂລໂນຊີທີ່ທັນສະໄໝ...

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...