Homeຂ່າວຕ່າງປະເທດຂະໜານນາມໝູ່ເກາະບາຕາເນສຂອງຟີລິບປິນເປັນນິວຊີແລນແຫ່ງອາຊີ

ຂະໜານນາມໝູ່ເກາະບາຕາເນສຂອງຟີລິບປິນເປັນນິວຊີແລນແຫ່ງອາຊີ

Published on

ເກາະບາຕາເນສໃນປະເທດຟີລິບປີນຖືເປັນເກາະສະຫວັນອີກແຫ່ງໜຶ່ງທີ່ມີທຳມະຊາດສວຍງາມ ແລະ ຫຼາຍຄົນຄົງບໍ່ຄິດວ່າເກາະດັ່ງກ່າວຈະຕັ້ງຢູ່ໃນທະວີບອາຊີ ໂດຍບັນດານັກທ່ອງທ່ຽວທີ່ເຄີຍໄດ້ໄປສຳຜັດຕ່າງກໍເອີ່ຍເປັນສຽງດຽວກັນວ່າ “ເກາະບາຕາເນສປຽບດັ່ງໄດ້ມາເຢືອນດິນແດນໃນປະເທດເອີຣົບເໜືອ ແລະ ຄ້າຍຄືບາງສ່ວນຂອງປະເທດນິວຊີແລນອີກດ້ວຍ”.

ໝູ່ເກາະບາຕາເນສຟັງແລ້ວຫຼາຍໆຄົນອາດຈະຍັງບໍ່ຄຸ້ນຊື່ປານໃດ ເພາະວ່າເປັນໝູ່ເກາະນ້ອຍໆຊຶ່ງມີພຽງທຳມະຊາດທີ່ສວຍງາມຊຶ່ງຂຶ້ນຊື່ວ່າເປັນແຂວງໜຶ່ງຂອງຟີລິບປິນ ໃນນັ້ນ ປະກອບມີໝູ່ເກາະນ້ອຍ-ໃຫຍ່ເຖິງ 10 ເກາະ ໂດຍມີເກາະທີ່ໂດດເດັ່ນຢູ່ 3 ເກາະຄື ເກາະບາຕັນ ເກາະອິຕບາຍັຕ ແລະ ເກາະຊັບຕັງ.

ບາຕາເນສຖືເປັນແຂວງທີ່ມີປະຊາກອນອາໄສຢູ່ໜ້ອຍທີ່ສຸດເມື່ອທຽບກັບແຂວງອື່ນໆຂອງຟີລິບປິນໃນເນື້ອທີ່ທັງໝົດປະມານ 219 ກີໂລຕາແມັດ ໂດຍມີຊົນເຜົ່າດັ່ງເດີມຄື “ຊາວອິວາຕັນ” ຊຶ່ງມີເຊື້ອສາຍມາຈາກຊາວອອສໂຕຣນິຊຽນ ແລະ ທີ່ເປັນສະເໜດຶງ ດູດບັນດານັກທ່ອງທ່ຽວໄດ້ຈຳນວນຫຼາຍນັ້ນກໍຄື ຫາດຊາຍທີ່ສວຍງາມແບບບໍ່ຕ້ອງເຕີມແຕ່ງ ພ້ອມດ້ວຍໝູ່ເກາະນ້ອຍ-ໃຫຍ່ທີ່ຢູ່ ອ້ອມຮອບ ແລະ ອີກໜຶ່ງມົນສະເໜທີ່ບໍ່ຄວນພາດນັ້ນກໍຄື ອາຫານທະເລທີ່ສົດໃໝ່ ແລະ ທີ່ສຳຄັນລາຄາບໍ່ແພງ.

 

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: kapook.com

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...