spot_img
Homeຂ່າວຕ່າງປະເທດກອງທັບເຫັບ-ໝັດ ບຸກສະຖານີຕຳຫຼວດເຂດ 19 ໃນຝຣັ່ງ

ກອງທັບເຫັບ-ໝັດ ບຸກສະຖານີຕຳຫຼວດເຂດ 19 ໃນຝຣັ່ງ

Published on

ສະຖານີຕຳຫຼວດເຂດ 19 ໃນນະຄອນປາຣີ ປະເທດຝຣັ່ງສັ່ງອົບພະຍົບເຈົ້າໜ້າທີ່ ແລະ ພົນລະເມືອງອອກນອກເຂດດັ່ງກ່າວ ເນື່ອງຈາກຖືກບຸກລຸກຈາກກອງທັບເຫັບ-ໝັດຢ່າງໜັກ ຊຶ່ງໄດ້ຕິດປ້າຍປະກາດໂດຍມີເນື້ອໃນລະບຸວ່າ “ສະຖານີຕຳຫຼວດປິດຈົນກວ່າຈະມີການແຈ້ງການເປີດນຳໃຊ້”.

ສະຖານີຕຳຫຼວດເຂດດັ່ງກ່າວຖືກຮຸກຮານຈາກແມງດູດເລືອດ (ເຫັບ-ໝັດ) ຂະນະທີ່ສະຖານີວິທະຍຸ ຟຣານ ບລູ ປາຣີ ກໍໄດ້ລາຍງານວ່າ ບັນຫາກອງທັບເຫັບ-ໝັດບຸກລຸກແມ່ນເລີ່ມມາແຕ່ 3 ອາທິດກ່ອນ ເຖິງແມ່ນວ່າເຈົ້າໜ້າທີ່ກ່ຽວຂ້ອງຈະພະຍາຍາມກຳຈັດພວກມັນແລ້ວຫຼາຍຄັ້ງແຕ່ກໍບໍ່ປະສົບຄວາມສຳເລັດ.

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: ໄທຣັດ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...