spot_img
Homeຂ່າວຕ່າງປະເທດຜູ້ແທນສານສູງສຸດຂອງ ສປ ເກົາຫຼີ ເດີນທາງສູ່ ຫວຽດນາມ-ລາວ

ຜູ້ແທນສານສູງສຸດຂອງ ສປ ເກົາຫຼີ ເດີນທາງສູ່ ຫວຽດນາມ-ລາວ

Published on

ສຳນັກຂ່າວກາງຂອງ ສປ ເກົາຫຼີ (KCNA) ໃຫ້ຮູ້ວ່າ ກຸ່ມເຈົ້າໜ້າທີ່ຈາກສານກາງຂອງ ສປ ເກົາຫຼີ ຊຶ່ງເປັນອົງກອນດ້ານກົດໝາຍ ລະດັບສູງສຸດທີ່ໄດ້ເດີນທາງອອກຈາກນະຄອນຫຼວງປຽງຢາງມາຍັງ ສປປ ລາວ ແລະ ສສ ຫວຽດນາມ.

ຄະນະຜູ້ແທນຈາກ ສປ ເກົາຫຼີ ຊຶ່ງນຳໂດຍປະທານາທິບໍດີ ທ່ານ ຄັງຢຸນຊັອກ ໄດ້ກ່າວວ່າ ຂະນະນີ້ຍັງບໍ່ທັນມີຄວາມຄືບໜ້າ ແລະ ລາຍລະອຽດກ່ຽວກັບການປະຊຸມໃນຄັ້ງນີ້  ທັງນີ້ ທ່ານ ຄັງຢຸນຊັອກ ຊຶ່ງຢູ່ໃນຄະນະກຳມະການນິຕິບັນຍັດ (SPA) ຂອງສະພາປະຊາຊົນສູງສຸດ ຊຶ່ງເຮັດໜ້າທີ່ເປັນໜຶ່ງໃນນັກກົດໝາຍ ແລະ ເຈົ້າໜ້າທີ່ດ້ານກົດໝາຍລະດັບສູງຂອງ ສປ ເກົາຫຼີ.

ທັງນີ້ ທ່ານ ຄັງຢຸນຊັອກ ຍັງມີປະສົບການຢ່າງກວ້າງຂວາງໃນວົງການແລກປ່ຽນທາງກົດໝາຍລະຫວ່າງ ສປ ເກົາຫຼີ ແລະ ຕ່າງປະເທດ ຊຶ່ງເມື່ອປີຜ່ານມາ ທ່ານ ຄັງຢຸນຊັອກ ກໍໄດ້ເດີນທາງໄປນະຄອນຫຼວງມອສໂກເພື່ອເຊັນສົນທິສັນຍາສົ່ງຜູ້ຮ້າຍຂ້າມແດນ ໂດຍອະນຸຍາດໃຫ້ນັກໂທດທີ່ຖືກຈຳຄຸກດົນກວ່າ 6 ເດືອນສາມາດສົ່ງກັບຄືນປະເທດໄດ້ຖ້າຫາກເຂົາເຈົ້າຮ້ອງຂໍ ໂດຍຂໍ້ຕົກລົງດັ່ງກ່າວເປັນໄປຕາມສົນທິສັນຍາຄວາມຊ່ວຍເຫຼືອທາງດ້ານກົດໝາຍຮ່ວມກັນໃນຄະດີອາຍາ ແລະສົນທິສັນຍາສົ່ງຜູ້ ຮ້າຍຂ້າມແດນ ຊຶ່ງມີການລົງນາມຂອງທັງສອງປະເທດ (ສປ ເກົາຫຼີ ແລະ ຣັດເຊຍ) ທີ່ນະຄອນຫຼວງປຽງຢາງເມື່ອເດືອນພະຈິກ 2015.

ຢ່າງໃດກໍດີ ຂ່າວການເດີນທາງຂອງຄະນະຜູ້ແທນຕາມກົດໝາຍພາຍໃນອາທິດນີ້ແມ່ນເກີດຈາກການແລກປ່ຽນທາງການທູດລະ ຫວ່າງ ສປ ເກົາຫຼີ ລາວ ແລະ ສສ ຫວຽດນາມ ຊຶ່ງຫຼັງຈາກການປະຊຸມສຸດຍອດ (DPRK) ທີ່ນະຄອນຫຼວງຮາໂນຍ ສສ ຫວຽດ ນາມເມື່ອເດືອນກຸມພາຜ່ານມາ ຊຶ່ງທັງສອງປະເທດກໍໄດ້ມີການແລກປ່ຽນທາງດ້ານວັດທະນະທຳ ແລະ ການເມືອງແບບກ້າວກະ ໂດດ ໂດຍຄະນະຜູ້ແທນຈາກ Academy Social Sciences ຂອງຫວຽດນາມກໍໄດ້ເດີນທາງໄປຍັງນະຄອນຫຼວງປຽງຢາງ.

ໂດຍທັງສອງປະເທດກໍຍັງເປັນຈຸດໝາຍປາຍທາງທີ່ສຳຄັນສຳລັບຜູ້ລີ້ໄພຂອງ ສປ ເກົາຫຼີ ທີ່ຕ້ອງລີ້ໄພເນື່ອງຈາກມີຊາຍແດນຕິດ ກັບ ສປ ຈີນ ທັງນີ້ ກໍຖືເປັນສະຫວັນທີ່ປອດໄພສຳລັບຜູ້ລີ້ໄພ ຊຶ່ງໂດຍທົ່ວໄປແລ້ວແມ່ນຕ້ອງໄປໃຫ້ເຖິງປະເທດທີ 3 ກ່ອນທີ່ເຂົາ ເຈົ້າຈະໄດ້ຮັບສັນຊາດ ສ.ເກົາຫຼີ ຢ່າງເປັນທາງການ ຊຶ່ງ ສສ ຫວຽດນາມ ໄດ້ສະແດງໃຫ້ເຫັນເມື່ອບໍ່ດົນມານີ້ໂດຍເຕັມໃຈເພີ່ມຈຳນວນຜູ້ລີ້ໄພອອກນອກປະເທດເພີ່ມຂຶ້ນ.

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: KCNA

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...