spot_img
Homeຂ່າວທ້ອງຖິ່ນສປປ ລາວ ມີ​ມູນ​ຄ່າ​ການ​ນຳ​ເຂົ້າ-ສົ່ງ​ອອກ ຫລາຍກວ່າ 600 ລ້ານໂດລາໃນເດືອນ​ກຸມພາ

ສປປ ລາວ ມີ​ມູນ​ຄ່າ​ການ​ນຳ​ເຂົ້າ-ສົ່ງ​ອອກ ຫລາຍກວ່າ 600 ລ້ານໂດລາໃນເດືອນ​ກຸມພາ

Published on

ອີງ​ຕາມ​ແຫລ່​ງຂໍ້​ມູນ​ຈາກ​ກົມ​ພາສີ, ກະຊວງ​ການ​ເງິນ ​ໄດ້ໃຫ້​ຮູ້​ວ່າ ໃນເດືອນກຸມພາ ປີ 2019, ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ຂອງ ສປປ ລາວ ປະຕິບັດໄດ້ປະມານ 649 ລ້ານໂດລາສະຫະລັດ, ເຊິ່ງບໍ່ກວມເອົາການນໍາເຂົ້າ ແລະ ສົ່ງອອກໄຟຟ້າ. ໃນນັ້ນ, ມູນຄ່າການນໍາເຂົ້າ ປະຕິບັດໄດ້ປະມານ 324 ລ້ານໂດລາສະຫະລັດ ແລະ ສົ່ງອອກ ປະຕິບັດໄດ້ປະມານ 325 ລ້ານໂດລາສະຫະລັດ.

ສິນຄ້າທີ່ສົ່ງອອກຫລັກ ຂອງ ສປປ ລາວ ປະຈໍາເດືອນກຸມພາ ປີ 2019 ປະກອບມີແຮ່ທອງ, ທອງແດງ ແລະ ເຄື່ອງຂອງທີ່ເຮັດດ້ວຍທອງແດງ, ມັນຕົ້ນ, ເຍື້ອໄມ້ ແລະ ເຍື້ອໄມ້ຈາກເສັ້ນໄຍເຊລ ອື່ນໆ, ເຄື່ອງດື່ມ (ນໍ້າ, ນໍ້າອັດລົມ, ຊູກໍາລັງ…), ເຄື່ອງນຸ່ງຫົ່ມ, ເຄື່ອງໄຟຟ້າ ແລະ ອຸປະກອນເຄື່ອງໃຊ້ໄຟຟ້າ, ໂຄງຮ່າງ, ຊິ້ນສ່ວນກ້ອງບັນທຶກພາບ, ໝາກກ້ວຍ, ຄຳປະສົມ, ຄຳແທ່ງ, ສຳລັບເປີເຊັນຂອງສິນຄ້າອື່ນໆ ແມ່ນກວມ 39,99%. ສິນຄ້ານໍາເຂົ້າຫລັກຂອງ ສປປ ລາວ ປະຈໍາເດືອນກຸມພາ ປີ 2019 ປະກອບມີ ນ້ຳມັນກາຊວນ, ພາຫະນະທາງບົກ ນອກຈາກລົດໄຖນາ ແລະ ລົດຈັກ, ເຫລັກ, ເຄື່ອງທີ່ເຮັດດ້ວຍເຫລັກ, ເຫລັກກ້າ, ສາຍໄຟຟ້າ, ເຄເບີ້ລ, ອຸປະກອນກົນຈັກ (ນອກຈາກເຄື່ອງກົນຈັກພາຫະນະ), ເຄື່ອງໄຟຟ້າ ແລະ ອຸປະກອນໄຟຟ້າ, ອຸປະກອນຖ່າຍພາບ, ຊິ້ິ້ນສ່ວນອາໄຫລ່ລົດ (ລວມທັງຢາງ, ແວ່ນ, ໂສ້…), ອຸປະກອນສື່ສານ ແລະ ຊິ້ນສ່ວນ. ສຳລັບເປີເຊັນຂອງສິນຄ້າອື່ນໆແມ່ນກວມ 39,63%.

ສປປ ລາວ ໄດ້ສົ່ງສິນຄ້າໄປຍັງບັນດາປະເທດ ປະກອບມີ ຈີນ, ໄທ, ຫວຽດນາມ, ອິນເດຍ, ເຢຍລະມັນ, ຍີ່ປຸ່ນ, ຈີນຮົງກົງ, ກຳປູເຈຍ, ສະວີເດນ ແລະ ສ.ອາເມລິກາ. ສຳລັບເປີເຊັນຂອງປະເທດອື່ນໆ ແມ່ນກວມ 5,03%. ນອກ​ນີ້, ສປປ ລາວ ໄດ້ນໍາເຂົ້າສິນຄ້າ ຈາກບັນດາປະເທດ ມີ ໄທ, ຈີນ, ຫວຽດນາມ, ຍີ່ປຸ່ນ, ຈີນຮົງກົງ, ສ.ເກົາຫລີ, ອິນໂດເນເຊຍ, ສ.ອາເມລິກາ ແລະ ສິງກະໂປ,ສຳ ລັບເປີເຊັນຂອງປະເທດອື່ນໆ ແມ່ນກວມ 5,49%.

ຂຽນໂດຍ: ສະຫະລັດ ວອນທິວົງສີ

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...