spot_img
Homeຂ່າວຕ່າງປະເທດອິນເດຍຢຽບກັນຕາຍກ່ວາ 32 ສົບ ໃນເທດສະການສະຫລອງທາງສາສະໜາຮິນດູ

ອິນເດຍຢຽບກັນຕາຍກ່ວາ 32 ສົບ ໃນເທດສະການສະຫລອງທາງສາສະໜາຮິນດູ

Published on

 

ເມື່ອວັນທີ 4 ຕຸລາ 2014 ຜ່ານມາ ສຳນັກຂ່າວຕ່າງປະເທດລາຍງານວ່າ ເກີດເຫດສະຫລົດໃຈທີ່ລັດພິຫານຂອງ

ອິນເດຍ ເມື່ອປະຊາຊົນເກີດຢຽບກັນຕາຍ ລະຫວ່າງເຂົ້າຮ່ວມເທດສະການສະເຫລີມສະຫລອງທາງສາສະໜາ

ຮິນດູ ສົ່ງຜົນໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 32 ຄົນ ບາດເຈັບຢ່າງໜ້ອຍ 24 ຄົນ.

 

ເຫດການນີ້ເກີດຂຶ້ນໃນເມືອງປັດຕະນາ ລັດພິຫານ ທາງຕອນເໜືອຂອງອິນເດຍ ລະຫວ່າງທີ່ຜູ້ຄົນກຳລັງແຫ່

ສະຫລອງເທດສະການດຸດເຊຣາ ເທດສະການທາງສາສະໜາຮິນດູ ໂດຍລະຫວ່າງທີ່ມີຜູ້ຄົນເຂົ້າຮ່ວມງານຢ່າງ

ໜາແໜ້ນນັ້ນ ຢູ່ໆຜູ້ຄົນກໍແຕກຕື່ນ ແລະ ຢຽບກັນຕາຍເດຍລະດາດ ໂດຍຜູ້ເຄາະຮ້າຍສ່ວນໃຫຍ່ເປັນຜູ້ຍິງ

ແລະ ເດັກນ້ອຍ ເຊິ່ງເບື້ອງຕົ້ນມີລາຍງານຜູ້ເສຍຊີວິດ 32 ຄົນ.

 

ສ່ວນສາເຫດຢຽບກັນຕາຍຄັ້ງນີ້ ຍັງບໍ່ທັນເປັນທີ່ຊັດເຈນ ແຕ່ຜູ້ທີ່ຢູ່ໃນເຫດການໄດ້ເປີດເຜີຍວ່າ ການຢຽບກັນ

ຕາຍ ເລີ່ມຂຶ້ນເມື່ອມີຄົນປ່ອຍຂ່າວລືວ່າ ສາຍໄຟຟ້າໄດ້ຫລຸດລົງມາໃສ່ກຸ່ມຄົນຢູ່ທາງລຸ່ມ ຜູ້ຄົນຈິ່ງພາກັນແລ່ນ

ໜີຕາຍ ເພາະຫວາດຫວັ່ນຢ້ານຈະເກີດອັນຕະລາຍຈາກໄຟຟ້າຊ໊ອດ ໃນຂະນະທີ່ທາງອອກທີ່ເປີດຢູ່ແມ່ນມີພຽງ

ທາງອອກດຽວເທົ່ານັ້ນ.

 

ທັງນີ້ ເຫດຢຽບກັນຕາຍເກີດຂຶ້ນຢ່າງເປັນປະຈຳໃນທຸກປີທີ່ປະເທດອິນເດຍ ໂດຍສະເພາະແມ່ນເທດສະການ

ແລະ ງານສະແຫວງບຸນຕ່າງໆ ໂດຍເມື່ອເດືອນຕຸລາຂອງປີກາຍນີ້ ກໍເຄີຍເກີດເຫດການຢຽບກັນຕາຍເທິງຂົວ

ແຫ່ງໜຶ່ງໃນລັດມັດທະຍະປະເທດ ຫລັງຈາກທີ່ມີການປ່ອຍຂ່າວລືວ່າ ຂົວກຳລັງຈະຖະຫລົ່ມ ສົ່ງຜົນເຮັດໃຫ້ມີ

ຜູ້ເສຍຊີວິດຈາກເຫດການຢຽບກັນຕາຍຄັ້ງນັ້ນ ສູງເຖິງ 115 ຄົນ.

 

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...