spot_img
Homeຂ່າວຕ່າງປະເທດຮ່ອງກົງເຜີຍແຜນການຖົມທະເລສ້າງເມືອງໃໝ່

ຮ່ອງກົງເຜີຍແຜນການຖົມທະເລສ້າງເມືອງໃໝ່

Published on

ສຳນັກຂ່າວ AFP ລາຍງານຈາກເຂດບໍລິຫານພິເສດຮ່ອງກົງຂອງຈີນ ເມື່ອວັນທີ 19 ມີນາ 2019 ວ່າ ຕາມແຜນຂໍ້ສະເໜີຂອງທາງການຮ່ອງກົງ ຈະມີການຖົມທະເລລວມເນື້ອທີ່ 6,251.6 ໄລ່ ບໍລິເວນໃກ້ເກາະລັນເຕົາ ເຊິ່ງເປັນເກາະໃຫຍ່ທີ່ສຸດຂອງຮ່ອງກົງ ໂຄງການນີ້ຈະຊ່ວຍແກ້ໄຂບັນຫາພາວະຂາດແຄນທີ່ຢູ່ອາໄສຂອງຮ່ອງກົງ.

ທາງຮ່ອງກົງຄາດວ່າຈະເລີ່ມລົງມືຖົມທະເລ ໃນອີກ 6 ປີຕໍ່ໜ້າ ແລະ ປະຊາຊົນສາມາດເຂົ້າໄປຢູ່ອາໄສໄດ້ໃນປີ 2032

ເກາະທຽມເມືອງໃໝ່ ເຊິ່ງເປັນໂຄງການທີ່ແພງທີ່ສຸດຂອງຮ່ອງກົງຈົນເຖິງປັດຈຸບັນ ຈະມີຄ່າໃຊ້ຈ່າຍຫຼາຍກວ່າ 4 ເທົ່າຂອງມູນຄ່າການກໍ່ສ້າງສະໜາມບິນຮ່ອງກົງ ແລະ ຫຼາຍກວ່າໂຄງການເມືອງຕົ້ນປາມ “ປາມ ຈູເມຣາ” ຂອງເມືອງດູໄບ ໃນສະຫະລັດອາຫຼັບເອມິເຣດ.

ຢ່າງໃດກໍ່ຕາມ, ທ່ານ ເອັດດີ ຈູ ສະມາຊິກສະພານິຕິບັນຍັດຮ່ອງກົງຂອງກຸ່ມພັກໄຝ່ປະຊາທິປະໄຕປະເມີນວ່າຄ່າໃຊ້ຈ່າຍໃນໂຄງການເມືອງໃໝ່ ງົບອາດບານປາຍເຖິງ 112.000 ລ້ານໂດລາ.

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ: dailynews

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...