Homeຂ່າວທ້ອງຖິ່ນຫຼວງພະບາງແຈ້ງ! ຫ້າມສວາຍໂອກາດຂຶ້ນລາຄາສິນຄ້າ ຫຼື ການບໍລິການໃນຊ່ວງປີໃໝ່ລາວ 2019

ຫຼວງພະບາງແຈ້ງ! ຫ້າມສວາຍໂອກາດຂຶ້ນລາຄາສິນຄ້າ ຫຼື ການບໍລິການໃນຊ່ວງປີໃໝ່ລາວ 2019

Published on

ຫ້ອງການອຸດສາຫະກຳ ແລະ ການຄ້ານະຄອນຫຼວງພະບາງ ໄດ້ອອກແຈ້ງການ ສະບັບເລກທີ 041/ອຄ.ນຫຼບ, ລົງວັນທີ 18 ມີນາ 2019 ວ່າດ້ວຍການກຳນົດລາຄາສິນຄ້າ ແລະ ຄ່າບໍລິການຢ່າງສົມເຫດສົມຜົນ ເພື່ອຮອງຮັບປີທ່ອງທ່ຽວລາວ-ຈີນ 2019.

ຫ້ອງການອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງພະບາງ ຂໍແຈ້ງມາຍັງອຳນາດການປົກຄອງບ້ານ, ບໍລິສັດ, ນັກທຸລະກິດ, ເຮືອນພັກ, ໂຮງແຮມ, ຣີສອດ, ຮ້ານ ກິນດື່ມ-ຮ້ານອາຫານ,​ ຫ້າງຮ້ານ, ຜູ້ຮັບຜິດຊອບສະຖານທີ່ທ່ຽວຕ່າງໆ, ພະນັກງານ, ທະຫານຕຳຫຼວດ ແລະ ປະຊາຊົນບັນດາເຜົ່າ, ໃນທົ່ວນະຄອນຫຼວງພະບາງຊາບທົ່ວເຖິງກັນວ່າ ຜູ້ປະກອບການ ຫຼື ຜູ້ສະໜອງສິນຄ້າ ແລະ ຜູ້ໃຫ້ບໍລິການດ້ານຕ່າງໆ ຕ້ອງວາງລາຄາສິນຄ້າ ແລະ ຄ່າບໍລິການ ບໍ່ໃຫ້ມີການເອົາລັດເອົາປຽບໂດຍບໍ່ເໝາະສົມ ຫຼື ບໍ່ເປັນທຳຕໍ່ສັງຄົມ ໃຫ້ພາກສ່ວນທີ່ກ່ຽວຂ້ອງ ຫຼື ພາກສ່ວນລຸ່ມນີ້ກຳນົດ ແລະ ຊ່ວຍຄຸ້ມຄອງການກຳນົດລາຄາສິນຄ້າ – ການບໍລິການຕ່າງໆ ຢ່າງສົມເຫດສົມຜົນ.

  1. ບ້ານພັກ, ຣີສອດ ແລະ ໂຮງແຮມຕ່າງໆໃຫ້ກຳນົດຄ່າຫ້ອງພັກ ແລະ ບໍລິການເສີມຕ່າງໆກັບທຸລະກິດທີ່ກ່ຽວພັນ.
  2. ບັນດາຮ້ານ ອາຫານ – ຮ້ານກິນດື່ມ, ສະຖານທີ່ທ່ອງທ່ຽວຕ່າງໆ.
  3. ການບໍລິການຄ່າລົດໂດຍສານ, ລົດໃຫ້ເຊົ່າ ແລະ ຝາກລົດຕ່າງໆ.
  4. ພາກລັດ ຫຼື ຜູ້ສຳປະທານ ຄ່າເຂົ້າຊົມສະຖານທີ່ແຫຼ່ງທ່ອງທ່ຽວດ້ານວັດທະນະທຳ – ທຳມະຊາດ ແລະ ການຄຸ້ມຄອງຄ່າບໍລິການອື່ນໆ ທີ່ຕິດພັນກັບການທ່ອງທ່ຽວ.
  5. ທຸກໆພາກສ່ວນໃນການຈັບຈ່າຍຊື້ສິນຄ້າ ແລະ ຄ່າບໍລິການ, ການຊຳລະຄ່າສິນຄ້າ, ຄ່າບໍລິການ, ຕ້ອງຕິດລາຄາ ແລະ ໂຄສະນາເປັນເງິນກີບ.
  6. ຫ້າມບໍ່ໃຫ້ຂຶ້ນລາຄາສິນຄ້າ ແລະ ຄ່າບໍລິການ ທີ່ຂະແໜງການກ່ຽວຂ້ອງກຳນົດໄວ້ ບໍ່ວ່າຈະນອນຢູ່ໃນລາຍການຄວບຄຸມລາຄາ ຫຼື ບໍ່ກໍ່ຕາມ.

 

 

 

 

 

 

 

 

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ: ຫ້ອງການອຸດສາຫະກຳ ແລະ ການຄ້ານະຄອນຫຼວງພະບາງ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...