Homeຂ່າວຕ່າງປະເທດໂອ​ກາດ​ດີ​ຂອງ​ຜູ້​ປະ​ກອບກ​ານ​ລາວ​ທີ່ຈະ​ໄດ້ຮ່ວມ​ວາງສະແດງສິນຄ້າ-ອາຫານ ຍິ່ງໃຫຍ່ລະດັບໂລກທີ່ ປະເທດໄທ

ໂອ​ກາດ​ດີ​ຂອງ​ຜູ້​ປະ​ກອບກ​ານ​ລາວ​ທີ່ຈະ​ໄດ້ຮ່ວມ​ວາງສະແດງສິນຄ້າ-ອາຫານ ຍິ່ງໃຫຍ່ລະດັບໂລກທີ່ ປະເທດໄທ

Published on

ກົມສົ່ງເສີມການຄ້າລະຫວ່າງປະເທດ ກະຊວງພານິດຮ່ວມມືກັບການຄ້າໄທ ແລະ Coelnmesse  ປະເທດ ເຢຍລະມັນ ຈັດງານສະແດງສິນຄ້າອາຫານ ແລະ ເຄື່ອງດື່ມລະດັບໂລກ  “THAIFEX – World of Food ASIA 2019”  ທີ່ປະເທດໄທ ເຊີນຊວນຜູ້ທີ່ສົນໃຈຈາກຫຼາຍໆປະເທດທົ່ວໂລກລວມທັງ ສປປ ລາວ ຮ່ວມເຈລະຈາທຸລະກິດກັບຜູ້ຜະລິດ, ຜູ້ສົ່ງອອກ, ຜູ້ນຳເຂົ້າ ແລະ ຕົວແທນຈຳໜ່າຍສິນຄ້າ​ເຂົ້າ​ຮ່ວມ​ງານສະແດງສິນຄ້າ-ອາຫານ ຍິ່ງໃຫຍ່ລະດັບໂລກທີ່ ປະເທດໄທ “THAIFEX – World of Food ASIA 2019”ລະຫວ່າງວັນທີ 28 ພຶດສະພາ – 1 ມິຖຸນາ 2019 ເວລາ 10:00-18:00 ທີ່ຕຶກ IMPACT Challenger ເມືອງທອງທານີ ແຂວງນົນທະບູລີ ປະເທດໄທ ໂດຍ​ມີ​ສິນ​ຄ້າ​ຫລາກ​ຫຼາຍ​ລາຍ​ການ​ທີ່​ຈະ​ເຂົ້າ​ຮ່ວມ.

ເຊິ່​ງ​ງານຖະແຫຼງ​ຂ່າວ​ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 15 ມີ​ນາ 2019 ທີ່​ສູນ​ການ​ຄ້າ​ລາວ​ໄອ​ເຕັກ​ໂດຍ​ມີ ທ່ານ ວິດທະຍາກອນ ມະນີເນດ ຮອງອະທິບໍດີ ກົມສົ່ງເສີມການຄ້າລະຫວ່າງປະເທດ ກະຊວງພານິດໄທ ໃນຖານະຜູ້ແທນຜູ້ຈັດງານຈາກລັດຖະບານໄທ, ທ່ານນາງ ວະຣິສະຣາ ໄນຢະຊິດ ຜູ້ອຳນວຍການໂຄງການ ຜູ້ແທນຈາກບໍລິສັດ Coelnmesse ຈຳກັດ ພ້ອມ​ດ້ວຍ​ສື່​ມວນ​ຊົນ​ເຂົ້າ​ຮ່ວມ.

ໃນ​ໂອ​ກາດ​ດັ່ງ​ກ່າວ ທ່ານ ວິດທະຍາກອນ ມະນີເນດ ໄດ້ກ່າວວ່າ: ການ​ວາງ​ສະ​ແດງ​ສິນ​ຄ້າ​ຄັ້ງ​ນີ້ເປັນເວທີທີ່ເປີດໂອກາດໃຫ້ຜູ້ປະກອບການຈາກທົ່ວໂລກໄດ້ມາເຈລະຈາການຄ້າກັບຜູ້ປະກອບການອາຫານຂອງປະເທດໄທ ແລະ ຜູ້ປະກອບການຈາກພາກພື້ນຕ່າງໆ ທົ່ວໂລກຫຼາຍກວ່າ 40 ປະເທດ ບໍ່ວ່າຈະເປັນອາຊີຕາເວັນອອກ, ອາຊຽນ, ເອີຣົບ, ສະຫະລັດອາເມລິກາ, ລາຕິນອາເມລິກາ, ອາຟຣິກາ ເຊິ່ງພ້ອມໃຈກັນມາຈັດງານສະແດງສິນຄ້າລວມຫຼາຍກ່ວາ 2,700 ບໍລິສັດ ງານນີ້ຈິ່ງຖືໄດ້ວ່າເປັນງານຈັດສະແດງອາຫານ ແລະ ເຄື່ອງດື່ມ ທີ່ຍິ່ງໃຫຍ່ທີ່ສຸດໜຶ່ງໃນອາຊີ, ໂດຍມີມູນຄ່າການຊື້ຂາຍຫຼາຍກວ່າ 10,000 ລ້ານບາດ ແລະ ເປັນງານສຳຄັນສຳລັບຜູ້ປະກອບການຈາກຫຼາຍໆປະເທດ.

ທ່ານ ວິດທະຍາກອນ ຍັງໄດ້ກ່າວອີກວ່າ: ສິນຄ້າຂອງ ສປປ ລາວ ຫຼາຍຊະນິດທີ່ມີຊື່ສຽງ ແລະ ມີໂອກາດໃນການເຮັດທຸລະກິດທັງໃນໄທ ແລະ ຕ່າງປະເທດ ບໍ່ວ່າຈະເປັນກາເຟສີໜຸກ, ກາເຟ ແລະ ໝາກໄມ້ອົບແຫ້ງດາວ, ຊາຜົ້ງສາລີ ແລະ ເບຍລາວ ເປັນຕົ້ນ, ຈິ່ງມີຄວາມຕັ້ງໃຈມາເຊີນຊວນນັກທຸລະກິດ ແລະ ຜູ້ທີ່ສົນໃຈປະກອບທຸລະກິດອາຫານ ແລະ ເຄື່ອງດື່ມຈາກ ສປປ ລາວ ໄປເຂົ້າຮ່ວມ ແລະ ເຂົ້າເບິ່ງໃນງານ THAIFEX 2019 ເພື່ອໄປເບິ່ງຊ່ອງທາງ ແລະ ໂອກາດທາງທຸລະກິດ ລວມໄປເຖິງການອັບເດດເທຣນສິນຄ້າອາຫານ ແລະ ເຄື່ອງດື່ມໃໝ່ໆກ່ອນໃຜໆຈາກທົ່ວໂລກ.

ດັ່ງ​ນັ້ນ, ກົມສົ່ງເສີມການຄ້າລະຫວ່າງປະເທດ ຫໍການຄ້າໄທ ແລະ Coelnmesse ຢາກຂໍເຊີນຊວນຜູ້ຜະລິດ, ຜູ້ນຳເຂົ້າ, ຜູ້ສົ່ງອອກ ແລະ ຜູ້ສົນໃຈເຮັດທຸລະກິດຈາກ ສປປ ລາວ ເຂົ້າຮ່ວມໃນງານ “THAIFEX – World of Food ASIA 2019”

ສົນໃຈສອບຖາມຂໍ້ມູນເພີ່ມຕື່ມ:

ສຳນັກງານສົ່ງເສີມການຄ້າໃນຕ່າງປະເທດ ຝ່າຍການພານິດ

ສະຖານເອກອັກຄະລາດຊະທູດໄທ ປະຈຳ ສປປ ລາວ

ໂທ: +856-21-413701, 413706

 

 

ໂດຍ: ແຟນຊິສ ສະຫວັນຄຳ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...