Homeຂ່າວຕ່າງປະເທດວັດໃຈຜູ້ກ້າ ຍ່າງຂ້າມຂົວອູ່ກະຈົກສູງເກືອບ 200 ແມັດ ຢູ່ຈີນ

ວັດໃຈຜູ້ກ້າ ຍ່າງຂ້າມຂົວອູ່ກະຈົກສູງເກືອບ 200 ແມັດ ຢູ່ຈີນ

Published on

 

ສຳນັກຂ່າວຕ່າງປະເທດລາຍງານ ໃນວັນທີ 1 ຕຸລາ 2014 ຜ່ານມາວ່າ ທາງການຈີນໄດ້ເປີດໃຊ້ຂົວແຫ່ງໜຶ່ງໃນເມືອງ

ຜິງຈຽງ ກິ່ງແຂວງເຢ່ຫຍັງ ແຂວງຫູໜັນ ທາງພາກກາງຂອງປະເທດ ທີ່ຂໍທ້າບັນດາຜູ້ກ້າມາສຳຜັດປະສົບການສຸດ

ຫວາດສຽວລະທຶກໃຈ ດ້ວຍພື້ນຂົວບາງສ່ວນທີ່ເຮັດເປັນກະຈົກໃສ ຫລຽວເຫັນທະລຸລົງໄປເຖິງພື້ນດິນດ້ານລຸ່ມໄດ້.

 

557000011677901

 

ຂົວດັ່ງກ່າວ ແມ່ນໄດ້ເປີດໂຕຢ່າງເປັນທາງການ ເມື່ອວັນຈັນທີ 29 ກັນຍາ 2014 ຜ່ານມາ ເຊິ່ງສ້າງຂຶ້ນຈາກວັດສະດຸ

ໄມ້ ແລະ ກະຈົກທົນຄວາມຮ້ອນ ໂດຍມີຄວາມຍາວທັງໝົດ 300 ແມັດ ແລະ ເປັນຂົວອູ່ທີ່ແຂວນໄວ້ລະຫວ່າງໜ້າ

ຜາທີ່ສູງຈາກພື້ນດິນ 180 ແມັດ.

 

557000011677903

557000011677904

557000011677907

 

 

ບົດຄວາມຫຼ້າສຸດ

ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດ ໜຶ່ງແລວ ໜຶ່ງເສັ້ນທາງ ຮົງກົງ ຄັ້ງທີ 11 (11th Belt and Road Summit, Hong Kong) ທີ່ ເຂດປົກຄອງພິເສດຮົງກົງ, ສປ ຈີນ

ໃນຕອນເຊົ້າຂອງວັນທີ 09 ກັນຍາ 2026 ທີ່ ເຂດປົກຄອງພິເສດຮົງກົງ, ສປ ຈີນ, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ຜູ້ປະຈຳການ ແຫ່ງ...

ສປປ ລາວ ສືບຕໍ່ແກ້ໄຂລະເບີດບໍ່ທັນແຕກທີ່ຕົກຄ້າງ ແລະ ຊ່ວຍເຫຼືອຜູ້ປະສົບເຄາະຮ້າຍຢ່າງຕໍ່ເນື່ອງ.

ພາຍຫຼັງສົງຄາມໄດ້ສິ້ນສຸດລົງມາເປັນເວລາຫຼາຍກວ່າ 60 ປີ, ບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງ ຢູ່ ສປປ ລາວ ຍັງເປັນໜຶ່ງໃນບັນຫາທີ່ສົ່ງຜົນກະທົບຕໍ່ປະຊາຊົນ ແລະ ການພັດທະນາຂອງ ສປປ ລາວ. ນັບແຕ່ປີ...

ລາວຕັ້ງເປົ້າໃຫຍ່! ກຽມປັ້ນນິຄົມອຸດສາຫະກຳແຫ່ງໃໝ່ ຄາດວ່າຈະມີນັກທຸລະກິດເຂົ້າມາລົງທຶນຫຼາຍກວ່າ 90 ບໍລິສັດ, ສ້າງວຽກເຮັດງານທຳໄດ້ປະມານ 10,000 ຄົນ

ສປປ ລາວ ກຽມສຶກສາຄວາມເປັນໄປໄດ້ໃນການສ້າງຕັ້ງນິຄົມອຸດສາຫະກຳແຫ່ງໃໝ່ ເພື່ອດຶງດູດເມັດເງິນລົງທຶນຈາກຕ່າງປະເທດ ໂຄງການດັ່ງກ່າວຊື່ວ່າ “ນິຄົມອຸດສາຫະກຳ ວຽງຈັນ-ລີ່ຕູ້ (Vientiane-Lidu Industrial Park) ຕັ້ງຢູ່ ເມືອງປາກງື່ມ, ນະຄອນຫຼວງວຽງຈັນ, ກວມເອົາເນື້ອທີ່ປະມານ...

ທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ວາງທິດທາງໃນຕໍ່ໜ້າ ເພື່ອກ້າວໄປສູ່ການລຶບລ້າງອາວຸດ (ລະເບີດ) ໃຫ້ໝົດສິ້ນຢ່າງຖາວອນ

ກອງປະຊຸມທົບທວນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 (The 3rd Review Conference of the Convention on Cluster Munitions) ໄດ້ໄຂຂຶ້ນຢ່າງເປັນທາງການ...