ໃນວັນທີ 29 ເດືອນກັນຍາປີ 2014, ທ່ານທອງລຸນ ສີສຸລິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການ
ກະຊວງການຕ່າງປະເທດ ໄດ້ຕາງໜ້າໃຫ້ລັດຖະບານລາວ ຂຶ້ນກ່າວຄໍາປາໄສຕໍ່ກອງປະຊຸມສະມັດຊາໃຫ່ຍ
ອົງການສະຫະປະຊາຊາດຄັ້ງທີ 69, ທີ່ສໍານັກງານໃຫ່ຍອົງການ ສປຊ ທີ່ນະຄອນນິວຢອກ ສ.ອາເມລິກາ ເຊີ່ງ
ທ່ານໄດ້ກ່າວວ່າ: ພວກເຮົາຍັງເຫລືອເວລາພຽງແຕ່ 450 ກວ່າວັນໃນການບັນລຸເປົ້າຫມາຍສະຫັດສະວັດ
ດ້ານການພັດທະນາ. ໃນຂະນະທີ່ຫລາຍປະເທດມີຄວາມຄືບໜ້າ ແລະ ຈະສາມາດບັນລຸໄດ້ຕາມຄາດໝາຍ,
ແຕ່ກໍຍັງມີຫລາຍປະເທດທີ່ມີຄວາມລ້າຊ້າ ແລະ ປະສົບກັບຄວາມຫຍຸ້ງຍາກຫລາຍປະການ ໃນການບັນລຸ
ເປົ້າໝາຍດັ່ງກ່າວຕາມກຳນົດເວລາ; ເປັນຕົ້ນແມ່ນປະເທດດ້ອຍພັດທະນາ. ຍິ່ງໄປກວ່ານີ້, ສະພາບການ
ສາກົນ ແລະ ພາກພື້ນທີ່ສືບຕໍ່ຜັນແປຢ່າງສະລັບຊັບຊ້ອນ ເປັນຕົ້ນການປະທະກັນດ້ວຍກຳລັງກໍຄືຄວາມ
ຂັດແຍ້ງດ້ານການເມືອງ, ການແຜ່ລະບາດຂອງພະຍາດຕິດແປດຕ່າງໆ, ສະພາບແວດລ້ອມທີ່ເຊື່ອມໂຊມ
ແລະ ອື່ນໆ ໄດ້ເພີ້ມອຸປະສັກໃຫ້ແກ່ການຈະບັນລຸເປົ້າໝາຍສະຫັດສະວັດດ້ານການພັດທະນາຢ່າງຫລີກລ່ຽງ
ບໍ່ໄດ້. ຕໍ່ໜ້າສະພາບການດັ່ງກ່າວນີ້, ອີງໃສ່ປະສົບການຕົວຈິງແລ້ວປະເທດໃດໜື່ງເຖິງຈະຢູ່ໃນກໍລະນີໃດກໍ
ຕາມການພັດທະນາເສດຖະກິດ-ສັງຄົມ ທີ່ຈະມີຜົນສຳເລັດໄດ້ນັ້ນກໍຕໍ່ເມື່ອຢູ່ໃນເງື່ອນໄຂຂອງການມີສະ
ພາບແວດລ້ອມແຫ່ງສັນຕິພາບ ແລະ ຄວາມສະຫງົບຫມັ້ນທ່ຽງທີ່ຍາວນານ, ມີແຕ່ໃນເງື່ອນໄຂດັ່ງກ່າວນີ້
ປະເທດນັ້ນໆ ຈິ່ງສາມາດສຸມທຸກກຳລັງພາຍໃນຊາດລວມທັງການນຳໃຊ້ຊັບພະຍາກອນຕ່າງໆ ເຂົ້າໃສ່ການ
ພັດທະນາຢ່າງຄຸ້ມຄ່າ ແລະ ຍືນຍົງໄດ້.
ທ່ານ ຮອງນາຍົກຍັງໄດ້ຊີ້ໃຫ້ເຫັນວ່າຜ່ານ 39 ປີແຫ່ງການຄົງຕົວຂອງປະເທດຕົນ, ພາຍຫລັງສົງຄາມສິ້ນ
ສຸດລົງນັ້ນ ສປປ ລາວ ມີຄວາມພະຍາຍາມ ປັບຕົວເອງຈາກສະພາບການຮຳບາດແຜສົງຄາມກ້າວຂຶ້ນສູ່
ການວາງແນວທາງພັດທະນາຮອບດ້ານ ແລະ ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ- ສັງຄົມ 5 ປີ
ເຖິງ 7 ສະບັບ ຕາມນະໂຍາຍປ່ຽນແປງໃຫມ່ຂອງພັກປະຊາຊົນປະຕິວັດລາວ. ຜົນສຳເລັດທີ່ພວກຂ້າພະເຈົ້າ
ຍາດ ມາໄດ້ແຕ່ລະໄລຍະນັ້ນ ແມ່ນມາຈາກການຖອດຖອນບົດຮຽນຂອງຕົນໂດຍຜ່ານພຶດຕິກຳຕົວຈິງໃນ
ການພັດທະນາ ແລະ ປັບປ່ຽນໄປຕາມສະພາບການຕົວຈິງຢູ່ພາຍໃນປະເທດ ແລະ ຈາກພາຍນອກ. ບົດຮຽນ
ທີ່ຖອດຖອນໄດ້ຈາກປະເທດເພື່ອນມິດທັງຢູ່ໃກ້ ແລະ ຢູ່ໄກຖືເປັນສິ່ງລ້ຳຄ່າ. ສະນັ້ນ, ພວກຂ້າພະເຈົ້າສະ
ແດງຄວາມຂອບໃຈມາຍັງເພື່ອນມິດ ທີ່ນອກຈາກໄດ້ສະຫນັບສະຫນູນຊ່ວຍເຫລືອດ້ານຕ່າງໆແລ້ວ ຍັງໄດ້
ສົ່ງຄວາມຮູ້ ແລະ ປະສົບການໃຫ້ແກ່ ສປປ ລາວ ທີ່ຫນຸ່ມນ້ອຍໃນແຕ່ລະໄລຍະລວມທັງບົດຮຽນທີ່ມີຜົນສຳ
ເລັດ ແລະ ບົດຮຽນທີ່ຫລົ້ມເຫລວໄປຄວບຄູ່ກັນສະເຫມີມາ.
ຈາກການທົບທວນຄືນກາງສະໄໝຂອງການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ
ຄັ້ງທີ່ VII ເຫັນໄດ້ວ່າ ສປປ ລາວ ພວກຂ້າພະເຈົ້າ ໄດ້ຮັບຜົນສໍາເລັດໃນຫລາຍໆດ້ານໂດຍສະ ເພາະສາມາດຮັກ
ສາຈັງຫວະການເຕີບໂຕດ້ານເສດຖະກິດໄດ້ຢ່າງຕໍ່ເນື່ອງ, ມີສະຖຽນລະພາບທາງການເມືອງ, ມີຄວາມເປັນລະ
ບຽບຮຽບຮ້ອຍທາງສັງຄົມ, ປະຊາຊົນບັນດາເຜົ່າໄດ້ໃຊ້ສິດເສລີພາບໃນການດຳລົງຊີວິດ ແລະ ປະກອບສ່ວນ
ເຂົ້າໃນການພັດທະນາປະເທດຊາດຢ່າງກ້ວາງຂວາງ ອັນເປັນການສ້າງປະຖົມປັດໄຈທີ່ຫນັກແຫນ້ນເພື່ອກ້າວ
ໄປສູ່ການບັນລຸເປົ້າໝາຍຫລຸດພົ້ນ ອອກຈາກສະຖານະພາບການເປັນປະເທດດ້ອຍພັດທະນາພາຍໃນປີ 2020.
ຜົນສໍາເລັດດັ່ງກ່າວ, ນອກຈາກໄດ້ມາຍ້ອນຄວາມພະຍາຍາມຂອງພາຍໃນ ຊາດແລ້ວ ຍັງແມ່ນຍ້ອນໄດ້ຮັບ
ການຮ່ວມມື ແລະ ສະຫນັບສະຫນູນຈາກປະເທດເພື່ອນມິດ, ຄູ່ຮ່ວມພັດທະນາລວມທັງອົງການຈັດຕັ້ງສາກົນ
ຕ່າງໆ ໂດຍສະເພາະແມ່ນອົງການເຄື່ອຂ່າຍ ສປຊ. ເຖິງແນວໃດກໍຕາມ ສປປ ລາວ ພວກຂ້າພະເຈົ້າກໍຍັງໄດ້
ຮັບຜົນກະທົບຈາກວິກິດການດ້ານເສດຖະກິດ ແລະ ການເງິນຂອງສາກົນ ໃນໄລຍະຜ່ານມາ, ເຊິ່ງໄດ້ສ້າງອຸປະ
ສັກບໍ່ຫນ້ອຍໃຫ້ແກ່ການຂະຫຍາຍຕົວ ຂອງເສດຖະກິດແຫ່ງຊາດ ກໍຄືການປະຕິບັດເປົ້າ ໝາຍການພັດທະ
ນາຕ່າງໆ. ແຕ່ລັດຖະບານສປປລາວກໍໄດ້ເອົາມາດຕະການຢ່າງທັນ ການເພື່ອຮັກສາສະຖຽນລະພາບຂອງເສດ
ຖະກິດມະຫາພາກ ແນໃສ່ຊຸກຍູ້ຈັງຫວະການເຕີບໂຕຢ່າງຕໍ່ເນື່ອງຕາມທິດຍືນ ຍົງໃຫ້ແກ່ຊຸມປີຕໍ່ຫນ້າ.
ນອກຈາກນີ້, ໃນຖານະທີ່ເປັນປະເທດດ້ອຍພັດທະນາທີ່ບໍ່ມີຊາຍແດນຕິດກັບທະເລ, ສປປ ລາວ ສືບຕໍ່ມີ
ຄວາມອ່ອນໄຫວ ແລະ ປະເຊີນກັບສິ່ງທ້າ ທາຍຫລາຍດ້ານໂດຍສະເພາະໃນການຈັດຕັ້ງປະຕິບັດ ບາງຄາດ
ຫມາຍຂອງເປົ້າຫມາຍສະຫັດສະວັດດ້ານການພັດທະນາ (MDGs) ເປັນຕົ້ນແມ່ນການຫລຸດຜ່ອນອັດຕາ
ການຂາດສານອາຫານຂອງເດັກ, ຫລຸດຜ່ອນອັດຕາການຕາຍຂອງແມ່ ແລະ ເດັກ ແລະ ການຫລຸດຜ່ອນ
ຜົນກະທົບຂອງລະເບີດບໍ່ທັນແຕກຕົກຄ້າງໃນປາງສົງຄາມ. ໂດຍເຫັນຄວາມສຳຄັນຕໍ່ບັນຫາດັ່ງກ່າວ,
ສປປ ລາວ ຈິ່ງສະເຫນີເອົາບັນຫາການແກ້ໄຂລະເບີດບໍ່ທັນແຕກເຂົ້າເປັນເປົ້າຫມາຍແຫ່ງຊາດ (ເປົ້າຫມາຍ
ທີ 9 ) ເນື່ອງຈາກຍັງມີພາລະອັນຫນັກຫນ່ວງຕໍ່ກັບການແກ້ໄຂລະເບີດ ບໍ່ທັນແຕກເພາະມັນເປັນ ອຸປະສັກ
ສຳຄັນຕໍ່ການພັດທະນາ ແລະ ການຫລຸດຜ່ອນຄວາມທຸກຍາກຂອງປະຊາຊົນ. ສປປ ລາວ ແມ່ນຫນຶ່ງໃນຈຳ
ນວນປະເທດ ທີ່ໄດ້ລິເລີ້ມຂະບວນການສ້າງສົນທິສັນຍາສາກົນວ່າດ້ວຍລະເບີດລູກຫວ່ານ. ການປະຕິບັດສົນ
ທິສັນຍາດັ່ງກ່າວຢ່າງເຕັມສ່ວນ ຈຶ່ງມີຄວາມສຳຄັນຍິ່ງເຊິ່ງຈະນຳໄປສູ່ການເກືອດຫ້າມການຜະລິດ, ນຳໃຊ້
ແລະ ການຄ້າຂາຍອາວຸດດັ່ງກ່າວຢ່າງສິ້ນເຊີງ. ບົນຈິດໃຈດັ່ງກ່າວນີ້, ພວກຂ້າພະເຈົ້າຂໍສະແດງຄວາມຊົມ
ເຊີຍມາຍັງ ປະເທດ ເຊັນກິດສ໌ ແລະ ເນວິດສ໌ (Saint Kitts and Navis), ເບລິດສ໌ (Belize) ແລະ ສາທາລະນະ
ລັດກົງໂກ ທີ່ໄດ້ໃຫ້ສັດຕະຍາບັນແກ່ສົນທິສັນຍາດັ່ງກ່າວ ອັນເຮັດໃຫ້ຈຳນວນລັດພາຄີເພີ່ມ ຂຶ້ນເປັນ 86 ປະ
ເທດໃນປັດຈຸບັນ ແລະ ຫວັງຢ່າງຍິ່ງວ່າປະເທດທີ່ຍັງບໍ່ທັນເປັນພາຄີຈະພິຈາລະນາເຂົ້າເປັນພາຄີຂອງສົນທິ
ສັນຍາດັ່ງກ່າວ.
ສປປ ລາວ ມີຄວາມເປັນຫ່ວງຕໍ່ສະພາບຄວາມຂັດແຍ່ງທີ່ມີການໃຊ້ກຳລັງນັບມື້ນັບຮຸນແຮງຂຶ້ນໃນພາກພື້ນ
ຕ່າງໆຂອງໂລກ ອັນໄດ້ສ້າງຄວາມທ້າທາຍ ອັນໜັກໜ່ວງກວ່າເກົ່າໃຫ້ແກ່ວົງຄະນາຍາດສາກົນ. ຕໍ່ໜ້າສະ
ພາບການດັ່ງກ່າວ, ສປປ ລາວ ຮຽກຮ້ອງໃຫ້ທຸກຝ່າຍທີ່ກ່ຽວຂ້ອງຈົ່ງໃຊ້ຄວາມອົດກັ້ນ ແລະ ຫລີກລ້ຽງທຸກ
ການກະທຳທີ່ຈະກໍໃຫ້ເກີດການສູນເສຍຊີວິດ ແລະ ຊັບສິນຂອງປະຊາຊົນຜູ້ບໍລິສຸດ. ມີແຕ່ການແກ້ໄຂບັນຫາ
ຂັດແຍ່ງກັນດ້ວຍແນວທາງສັນຕິເທົ່ານັ້ນ ຈິ່ງສາມາດສ້າງຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນໄດ້. ຄວາມ
ເປັນປໍລະປັກ ແລະ ອັກຄະຕິຕໍ່ກັນເປັນເຫດໃຫ້ມີການໃຊ້ກຳລັງຮຸນແຮງຂຶ້ນເລື້ອຍ, ຜົນອອກມາສຸດທ້າຍກໍ
ແມ່ນຄວາມສູນເສຍຊີວິດ ແລະ ຊັບສິນທີ່ເຕັມໄປດ້ວຍຄວາມເຈັບປວດໃຫ້ແກ່ປະຊາຊົນຜູ້ບໍລິສຸດ.
ສປປ ລາວ ພວກຂ້າພະເຈົ້າມີຄວາມເປັນຫ່ວງຕໍ່ການປະທະກັນຢ່າງຮຸນແຮງຢູ່ປາແລັດສະຕິນ ອັນໄດ້ກໍໃຫ້
ເກີດການສູນເສຍຊີວິດ ແລະ ຊັບສິນຂອງປະຊາຊົນຈຳນວນຫລວງຫລາຍ. ພວກຂ້າພະເຈົ້າຂໍຮ່ວມກັບວົງຄະ
ນາຍາດສາກົນຮຽກຮ້ອງໃຫ້ຂຸນຂ້ຽວ ແກ້ໄຂບັນຫາປາແລັດສະຕິນ ໂດຍດ່ວນບົນພື້ນຖານຫລັກການແຫ່ງ
ການສ້າງ 2 ລັດເອກະລາດ ປາແລັດສະຕິນ ແລະ ອິດສຣາແອນ ຢູ່ຮ່ວມກັນໂດຍສັນຕິ.
ການດຳເນີນນະໂຍບາຍຂວໍ້າບາດຝ່າຍດຽວ ຕໍ່ສາທາລະນະລັດກູບາທີ່ເປັນລັດເອກະລາດ ເຊິ່ງໄດ້ແກ່ຍາວມາ
ຫລາຍທົດສະວັດແລ້ວນັ້ນ ຍັງສືບຕໍ່ສົ່ງຜົນກະທົບອັນໃຫຍ່ຫລວງຕໍ່ປະຊາຊົນກູບາ ຜູ້ຮັກຫອມສັນຕິພາບ.
ສະນັ້ນ, ມັນເຖິງເວລາແລ້ວທີ່ການຂວໍ້າບາດດັ່ງກ່າວຈະຕ້ອງໄດ້ຮັບການຍົກເລີກ.
ສປປ ລາວ ພວກຂ້າພະເຈົ້າຂໍສະແດງຄວາມຊົມເຊີຍ ທ່ານເລຂາທິການໃຫຍ່ ສປຊ ທີ່ໄດ້ພະຍາຍາມ ສະເໜີ
ຂໍ້ລິເລີ້ມຕ່າງໆ ໃນການແກ້ໄຂບັນຫາເຄັ່ງຮ້ອນຂອງໂລກ. ແຕ່ເຖິງແນວໃດກໍຕາມ, ໃນສະພາບທີ່ມີການຫັນ
ປ່ຽນຢ່າງສັບສົນ ແລະ ຍາກທີ່ຈະກະຕວງໄດ້ນັ້ນ, ອົງການສະຫະປະຊາຊາດຍິ່ງມີຄວາມຈຳເປັນ ຕ້ອງໄດ້ປັບ
ປຸງໂດຍຜ່ານການປະຕິຮູບອົງກອນຕ່າງໆຂອງຕົນ ໃຫ້ມີຄວາມເຂັ້ມແຂງເພື່ອຮອງຮັບພັນທະໜ້າທີ່ທີ່ມີການ
ປ່ຽນແປງໃນຕໍ່ຫນ້າໄດ້ຢ່າງມີປະສິດທິຜົນສູງ. ວົງຄະນາຍາດສາກົນຄົງຈະມີຄວາມຄອງຄອຍ ວ່າໃນໂອກາດ
ສະເຫລີມສະຫລອງຄົບຮອບ 70 ປີຂອງການສ້າງຕັ້ງອົງການ ສປຊ ໃນປີຫນ້ານີ້ ການປະຕິຮູບອົງການ ສປຊ
ຈະມີບາດລ້ຽວສໍາຄັນ ແລະ ມີຄວາມຄືບຫນ້າທີ່ເປັນຮູບປະທຳຍິ່ງຂຶ້ນ.
ພ້ອມດຽວກັນນັ້ນ, ທ່ານຮອງນາຍົກຍັງໄດ້ຊີ້ໃຫ້ເຫັນວ່າອາຊຽນເປັນອົງການຈັດຕັ້ງພາກພື້ນ ຫນຶ່ງທີ່ມີການ
ຂະຫຍາຍຕົວໄວ ແລະ ບັນດາກົນໄກ ຕ່າງໆທີ່ອາຊຽນ ລິເລີ້ມຂຶ້ນກໍ່ກໍາລັງຖືກຈັດຕັ້ງປະຕິບັດທີ່ເປັນຮູບປະທຳ.
ສະນັ້ນ, ພວກຂ້າພະເຈົ້າເຊື່ອໝັ້ນວ່າການສ້າງປະຊາຄົມເສດຖະກິດອາຊຽນໃນປີ 2015 ຈະປະກົດຜົນເປັນຈິງ
ຢ່າງແນ່ນອນ. ປັດຈຸບັນອາຊຽນກໍາລັງຂຸ້ນຂ້ຽວສ້າງວິໄສທັດຫລັງ 2015 ແນໃສ່ຊຸກຍູ້ສ້າງຄວາມເຂັ້ມແຂງ ແລະ
ຄວາມເປັນປຶກແຜ່ນ, ພ້ອມທັງສົ່ງເສີມສັນຕິພາບ ແລະ ຄວາມຫມັ້ນຄົງຢູ່ໃນພາກພື້ນ ແລະ ສາກົນ.
ພວກຂ້າພະເຈົ້າຫວັງວ່າວົງຄະນະຍາດສາກົນ ຈະໃຫ້ການສະຫນັບສະຫນູນການປະຕິບັດວິໄສທັດ ອາຊຽນດັ່ງ
ກ່າວລວມທັງການເປັນປະທານອາຊຽນຂອງ ສປປ ລາວ ໃນ ປີ 2016 ພາຍຫລັງ ທີ່ອາຊຽນ ເປັນປະຊາຄົມ.
ທ່ານຍັງກ່າວວ່າປະເທດກຳລັງພັດທະນາ ທີ່ບໍ່ມີຊາຍແດນຕິດທະເລເປັນຫນຶ່ງໃນກຸ່ມປະເທດ ທີ່ມີສະພາບເງື່ອນ
ໄຂພິເສດທີ່ວົງຄະນາຍາດສາກົນຮັບຮູ້. ການຈັດຕັ້ງປະຕິບັດແຜນດຳເນີນງານອານມາຕີກ່ຽວກັບການແກ້
ໄຂບັນຫາສະເພາະຂອງປະເທດກຳລັງພັດທະນາທີ່ບໍ່ມີຊາຍແດນຕິດທະເລນັ້ນ ເຫັນວ່າມີຫລາຍອັນເຮັດຍັງບໍ່
ທັນໄດ້ຕາມເປົ້າໝາຍທີ່ວາງໄວ້. ສະນັ້ນ, ຈິ່ງຮຽກຮ້ອງໃຫ້ຄູ່ຮ່ວມພັດທະນາ ແລະ ປະເທດທາງຜ່ານໃຫ້ການປະ
ກອບສ່ວນ ໃນກອງປະຊຸມກອງປະຊຸມ ສປຊ ຄັ້ງທີ 2 ວ່າດ້ວຍປະເທດກຳລັງພັດທະນາທີ່ບໍ່ມີຊາຍແດນຕິດທະ
ເລຊຶ່ງຈະຈັດຂຶ້ນໃນຕົ້ນເດືອນພະຈິກ ທີ່ຈະມາເຖິງນີ້ທີ່ນະວຽນນາ, ປະເທດໂອຕຣິດ.
ໃນປີ 2015 ທີ່ຈະມາເຖິງນີ້, ອົງການ ສປຊ ຈະມີອາຍຸຄົບຮອບ 70 ປີ, ພວກຂ້າພະເຈົ້າ ມີຄວາມຫວັງວ່າວົງຄະ
ນາຍາດສາກົນ ຈະຮ່ວມແຮງຮ່ວມໃຈກັນ ເພື່ອສ້າງໃຫ້ໂລກນີ້ເປັນໂລກທີ່ມີແຕ່ສັນຕິພາບ, ຄວາມສະຫງົບສຸກ
ແລະ ຄວາມສີວິໄລໃນທຸກດ້ານ.
ໃນກອງປະຊຸມສາມັດຊາໃຫ່ຍ ສປຊ ຄັ້ງນີ້ ມີຄະນະຜູ້ແທນຈາກປະເທດ ສະມາຊິກເຂົ້າຮ່ວມລະດັບປະມຸກລັດ
ຈໍານວນ 106 ທ່ານ, ຫົວໜ້າລັດຖະບານຈໍານວນ 34 ທ່ານ, ລະດັບຮອງນາຍົກ ແລະ ລະດັບລັດຖະມົນຕີຕ່າງ
ປະເທດ ແລະ ລັດຖະມົນຕີທີ່ກ່ຽວຂ້ອງຈໍານວນໜຶ່ງ. ນອກຈາກເຂົ້າ ຮ່ວມກອງປະຊຸມສະມັດຊາໃຫ່ຍຄັ້ງທີ 69
ແລ້ວ, ທ່ານຮອງນາຍົກ ທອງລຸນ ສີສຸລິດ ຍັງໄດ້ນໍາພາຄະນະເຂົ້າຮ່ວມກອງປະຊຸມປິ່ນອ້ອມຕ່າງໆເຊັ່ນ: ກອງ
ປະຊຸມລັດຖະມົນຕີຕ່າງປະເທດອາຊຽນແບບບໍ່ເປັນທາງການ; ກອງປະຊຸມອາຊຽນກັບເລຂາທິການໃຫ່ຍ
ສປຊ ແລະ ປະທານກອງປະຊຸມສະມັດຊາໃຫ່ຍ ແລະ ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ – ສ.ອາເມ
ລິກາ. ຄະນະຜູ້ແທນ ສປປ ລາວ ຍັງໄດ້ພົບປະສອງຝ່າຍກັບຄະນະຜູ້ແທນ ປະເທດທີ່ເຂົ້າຮ່ວມກອງປະຊຸມ
ຈໍານວນໜຶ່ງ ເພື່ອປຶກສາຫາລືຂອບການຮ່ວມມືສອງຝ່າຍ ແລະ ບັນຫາສາກົນທີ່ພົ້ນເດັ່ນເຊັ່ນ: ພົບປະສອງ
ຝ່າຍ ກັບຄະນະຜູ້ແທນຂອງປະເທດໂອຕຣິດ, ອາເມລິກາ, ແອັດສະປາຍ ແລະ ພົບປະສອງຝ່າຍກັບຮອງເລ
ຂາທິການໃຫ່ຍ ສປຊ ທີ່ຮັບຜິດຊອບປະເທດດ້ອຍພັດທະນາ, ປະເທດກໍາລັງພັດທະນາທີ່ບໍ່ມີຊາຍແດນຕິດກັບ
ທະເລ ແລະ ປະເທດເກາະດອນນ້ອຍ.
ແຫລ່ງຂ່າວ: ສຳນັກຂ່າວສານປະເທດລາວ