Homeຂ່າວທ້ອງຖິ່ນຂ່າວດີ! 1 ມີນານີ້ ຜ່າຕັດແກ່ນຕາຂຸ້ນ ແລະ ໃຫ້ຄໍາປຶກສາທາງສາຍຕາຟຣີ

ຂ່າວດີ! 1 ມີນານີ້ ຜ່າຕັດແກ່ນຕາຂຸ້ນ ແລະ ໃຫ້ຄໍາປຶກສາທາງສາຍຕາຟຣີ

Published on

ເນື່ອງໃນໂອກາດວັນແມ່ຍິງສາກົນທີ 8 ເດືອນ 3 ປະຈຳປີ 2019, ສູນປິ່ນປົວຕາທົ່ງປົ່ງ ແລະ ສະຫະພັນແມ່ຍິງກະຊວງການຕ່າງປະເທດ ຮ່ວມກັບອົງການ Fred Hollow  ຈັດກິດຈະກຳກວດ ແລະ ວັດແທກສາຍຕາ, ໃຫ້ຄຳປຶກສາ, ຜ່າຕັດພະຍາດແກ່ນຕາຂຸ້ນ, ປິ່ນປົວພະຍາດກ່ຽວກັບຕາໂດຍບໍ່ເສຍຄ່າ ໃນວັນທີ 1 ມີນາ 2019, ເວລາ 8:30-16:00 (ໝົດມື້), ທີ່ ສູນICTC ຫລັກ 5, ຜູ້ໃດສົນໃຈສາມາດໄປກວດໄດ້ ແລະ ຄົນທົ່ວໄປກໍ່ສາມາດໄປໄດ້ເຊັ່ນກັນ ຢ່າລືມບອກພໍ່ແມ່ພີ່ນ້ອງຜູ້ທີ່ມີບັນຫາທາງສາຍຕາເຂົ້າຮ່ວມງານຄັ້ງນີ້ ຖ້າທ່ານໃດສົນໃຈ ຫຼື ມີຄໍາຖາມສາມາດຕິດຕໍ່ໄປທີ່ເບີ:021 620473, 021 620476.

 

 

 

 

 

 

 

 

 

 

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນຈາກ: ສູນປິ່ນປົວຕາທົ່ງປົ່ງ

ບົດຄວາມຫຼ້າສຸດ

ນວ ພົບການສໍ້ລາດບັງຫຼວງ ທັງໝົດ 31 ກໍລະນີ ຢູ່ນະຄອນຫຼວງວຽງຈັນ ໃນນີ້ມີສວຍໃຊ້ຕຳແໜ່ງ 12 ຄົນ

ກອງປະຊຸມສະຫຼຸບວຽກງານກວດກາ 5 ປີ (2021-2025) ທົ່ວນະຄອນຫຼວງວຽງຈັນ ຄັ້ງທີ IV ຈັດຂຶ້ນວັນທີ 6 ພະຈິກ 2026 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ວັນໄຊ...

ເປີດຕົວປຶ້ມໃໝ່ “ປະເທດທີ່ຍິ່ງໃຫຍ່ສ້າງໄດ້ໂດຍຜູ້ນຳທີ່ດີ” ໂດຍ ທ່ານ ດຣ. ອານຸລັກ ກິດຕິຄຸນ

ໃນວັນທີ 3 ພະຈິກ 2026 ທີ່ຜ່ານມາ ຢູ່ ສູນຮ່ວມມືລາວ-ສິງກະໂປ ນະຄອນຫຼວງວຽງຈັນ ທ່ານ ດຣ. ອານຸລັກ ກິດຕິຄຸນ ຜູ້ອຳນວຍການໃຫຍ່ ແລະ...

ປຶກສາຫາລືການສ້ອມແປງທາງ ກໍ່ສ້າງເສັ້ນທາງໃຫ້ສະດວກວ່ອງໄວຍິ່ງຂຶ້ນ

ໃນຕອນເຊົ້າຂອງວັນທີ 04 ພະຈິກ 2026 ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການຈັດຕັ້ງຜັນຂະຫຍາຍທິດຊີ້ນໍາຂອງລັດຖະບານ ໃນການກໍ່ສ້າງ ແລະ ສ້ອມແປງເສັ້ນທາງ ລະຫວ່າງ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ນຳໂດຍທ່ານ...

ລາວ-ຫວຽດນາມ ພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ

ວັນທີ 3 ພະຈິກ 2026 ທີ່ນະຄອນຫຼວງຮ່າໂນ້ຍ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ...