spot_img
Homeນານາສາລະ5 ຄວາມ​ສົກກະປົກ​ໃນ​ເຮືອນ​ທີ່​ມັກ​ຖືກ​ເບິ່ງຂ້າມ​

5 ຄວາມ​ສົກກະປົກ​ໃນ​ເຮືອນ​ທີ່​ມັກ​ຖືກ​ເບິ່ງຂ້າມ​

Published on

Kitchentop
1. ຊັ້ນ​ວາງ​ຂອງ​ເປີດ​ໂລ່ງ
ເທນການ​ແຕ່ງ​ເຮືອນ​ສະໄໝ​ນີ້​ເນັ້ນ​ຄວາມ​ໂປ່ງ,ເປີດ​ເຜີຍ, ລຽບ​ງ່າຍ ບັນດາ​ເຟີນິເຈີ​ເປີດ​ໂລ່ງ​ແບບ​ຊັ້ນ​ວາງ​ເຄື່ອງ ຕູ້​ໂຊ ຊຶ່ງ​ຈຸດ​ນີ້​ແຫລະ ​ທີ່​ມັກ​ຈະ​ສະ​ສົມ​ຝຸ່ນ​ເອົາ​ໄວ້​ຫລາຍ ໂດຍ​ທີ່​ເຮົາ​ເອງ​ກໍ​ເຮັດ​ເປັນ​ລືມໆມັນ​ໄປ ເວລາ​ທີ່​ເຮັດ​ຄວາມ​ສະ​ອາດ​ເຮືອນ​ກໍ​ເລີຍ​ບໍ່​ໄດ້​ເຊັດ​ທຳ​ຄວາມ​ສະ​ອາດ​ຕູ້​ໂຊ​ເຫລົ່າ​ນີ້​ສຸດ​ທ້າຍ​ພື້ນ​ທີ່​ອື່ນໆ ໃນ​ເຮືອນ​ສະ​ອາດ​ໝົດ​ ເຫລືອ​ກໍ​ແຕ່​ຊັ້ນ​ວາງ​ເຄື່ອງ​ແບບ​ເປີດ​ໂລ່ງ​ທີ່​ເປັນ​ຈຸດ​ອ່ອນ
2. ດອກໄຟ
ແປກ​ໃຈ​ແມ່ນບໍ່ວ່າ​ເປັນຫຍັງ​ບັນ​ຢາ​ກາດ​ຂອງ​ເຮືອນ​ເຖິງ​ເບິ່ງແປກໆບໍ່ສົດໃສ ທັງ​ທີ່​​ເຮັດ​ຄວາມ​ສະ​ອາດ​ເຮືອນ​​ໄປ​ແລ້ວ​ ນັ້ນ​ກໍ​ອາດ​ເປັນ​ເພາະ​ວ່າ ເຈົ້າ​ລືມ​ທຳ​ຄວາມ​ສະ​ອາດ​ດອກ​ໄຟ ໂຄມ​ໄຟ​ໃນ​ເຮືອນ​ ເພາະ​ສິ່ງເຫລົ້ານີ້​ກໍ​ມີ​ຝຸ່ນ​ເກາະ​ຢູ່​ຄືກັນ ຊຶ່ງ​ກໍ​ຈະ​ເຮັດໃຫ້​ດອກ​ໄຟ​ເປັ້ງ​ແສງ​ສະຫວ່າງ​ໄດ້​ບໍ່​ເຕັມ​ທີ່ ບັນ​ຢາ​ກາດ​ໃນ​ເຮືອນ​ເລີຍ​ບໍ່​ຄ່ອຍ​ແຈ້ງເທົ່າໃດ
3.
ເຄົາເຕີເຮືອນ​ຄົວ​ທີ່ເຮັດດ້ວຍຫິນ​ອອນ
ສຳລັບ​ເຄົາເຕີເຮືອນ​ຄົວ​ທີ່​ເປັນ​ຫິນ​ອ່ອນ ຫລັງ​ທຳຄວາມ​ສະ​ອາດ​ໄປ​ແລ້ວ​ຈະ​ເຫັນ​ເລີຍ​ວ່າ​ຄາບ​ສົກກະປົກ​ຍັງ​ບໍ່​ຫາຍ​ໄປ​ງ່າຍໆ ກໍລະນີ​ນີ້​ຕ້ອງ​ອາໄສ​ເຄັດ​ລັບ​ເຮັດ​ຄວາມ​ສະ​ອາດ​ເຄົາ​ເຕີ​ຫິນ​ອ່ອນ​ໂດຍ​ສະເພາະ​ ດ້ວຍການ​ປະສົມ​ໄຮ​ໂດນ​ເຈນ​ເປີ​ອອກ​ໄຊ ​ກັບ​ແປ້ງ​ສາລີ​ໃຫ້​ພໍ​ເປັນ​ເນື້ອ​ຄີມ​ໜຽວ ຈາກ​ນັ້ນ​ນຳ​ມາ​ທາ​ໃຫ້​ທົ່ວ​ພື້ນ​ທີ່​ເຄົາເຕີ ປະ​ໄວ້ 24ຊົ່ວ​ໂມງ​ແລ້ວ​ຄ່ອຍ​ຂູດ​ແປ້ງ​ອອກ ຈາກ​ນັ້ນ​ກໍ​ເຮັດ​ຄວາມ​ສະ​ອາດ​ຕາມ​ປົກກະຕິ ​ສຳລັບ​ຄາບ​ເປື້ອນ​ຈາກ​ນ້ຳ​ມັນ ໃຫ້​ປ່ຽນ​ສ່ວນ​ປະສົມ​ຈາກ​ໄຮ​ໂດນ​ເຈນ​ເປີ​ອອກ​ໄຊເປັນ​ນ້ຳ​ຢາ​ລ້າງ​ຈານ​ແທນ
4. ຜ້າ​ເຊັດ​ມື​ໃນ​ຫ້ອງນ້ຳ
ທັງ​ຜ້າ​ເຊັດ​ມື ​ແລະ​ຜ້າ​ເຊັດ​ຕີນ​ໃນ​ຫ້ອງ​ນ້ຳ ​ມັກ​ຈະ​ສະ​ສົມ​ທັງ​ຄວາມ​ຊື້ນ ​ແລະ​ເຊື້ອ​ພະຍາດ​ໄດ້​ດີກວ່າ​ພື້ນ​ທີ່​ອື່ນໆ ສະ​ນັ້ນ​ຕໍ່​ໃຫ້​ເຮັດ​ຄວາມ​ສະ​ອາດ​ຫ້ອງ​ນ້ຳ​ພຽງໃດ​ໃດ ແຕ່​ລືມ​ປ່ຽນ​ຜ້າ​ເຊັດ​ມື ​ແລະ​ຊັກ​ຜ້າ​ເຊັດ​ຕີນ ຫ້ອງ​ນ້ຳ​ຂອງ​ທ່ານ​ກໍ​ຍັງມີ​ຄວາມ​ສົກກະປົກ​ຢູ່​ດີ

5.
ກະຕ່າໃສ່ເຄື່ອງ
ກິ່ນ​ເໝັນ​ໆ ພາຍ​ໃນ​ຫ້ອງ​ຊັກ​ລີດ ​ຫລື ​ຫ້ອງ​ນອນ​ອາດ​ບໍ່​ໄດ້​ເກີດ​ຈາກ​ເຄື່ອງທີ່​ຍັງ​ບໍ່​ໄດ້​ຊັກ ຫລື​ ວັດ​ດຸ​ອື່ນໆ ກໍ​ໄດ້ ອາດ​ມີ​ທີ່​ມາ​ຈາກ​ກະຕ່າ​ໃສ່ເຄື່ອງ​​ຂອງ​ທ່ານ​ຕ່າງ​ຫາກ ລອງ​ຄິດ​ເບິ່ງ​​ວ່າ ກະຕ່າ​ເຄື່ອງ​​ຮັບ​ຫນ້າທີ່​ແບກ​ເຄື່ອງ​ທີ່​ຍັງ​ບໍ່​ໄດ້​ຊັກ​ຕັ້ງ​ຈັກ​ໂຕ ເຮັດ​ຫນ້າທີ່​ມາ​ດົນ​ຕັ້ງ​ຈັກ​ເດືອນ​ຈັກ-ປີ ສະ​ນັ້ນ​ກໍ​ບໍ່​ຕ້ອງ​ແປກ​ໃຈ​ເລີຍ​ວ່າ​ເປັນຫຍັງ​ເສື້ອ​ຜ້າ​ເຖິງ​ບໍ່​ຄ່ອຍ​ສະ​ອາດ​ເທົ່າ​ທີ່​ຄວນ ຫລື ​ອາ​ກາດ​ພາຍ​ໃນ​ຫ້ອງ​ນອນ​ເຖິງ​ບໍ່​ສົດ​ຊື່ນ​ເທົ່າ​ທີ່​ຢາກ​ໃຫ້ເປັນ ນັບ​ຈາກ​ນີ້​ຕໍ່ໄປ​ກໍ​ຢ່າ​ລືມ​ເຮັດ​ຄວາມ​ສະ​ອາດ​ກະຕ່າ​ໃສ່ເຄື່ອງນຳແນ່ເດີ້

ບົດຄວາມຫຼ້າສຸດ

ປະຊາຊົນຊາວມາເລເຊຍຮວມຕົວກັນຫຼາຍພັນຄົນ ເພື່ອຮຽກຮ້ອງຄວາມຍຸຕິທຳ ໃຫ້ຊາຣາ ທີ່ເສຍຊີວິດຢ່າງປິສະໜາ

#JusticeForZara ແຮັດແທັກ (hastag) ເຕັມສື່ສັງຄົມອອນລາຍໃນປະເທດມາເລເຊຍ ເພື່ອຮຽກຮ້ອງຄວາມຍຸຕິທຳໃຫ້ ຊາຣາ ເດັກຍິງອາຍຸ 13 ປີ ເສຍຊີວິດປິດສະໜາ, ທ່າມກາງຂ່າວລືວ່າ ຊາຣາ ເປັນເຫຍື່ອຈາກການຖືກບູລີ້ ແລະ...

ເສຍຊີວິດເວທີດຽວກັນ! ຂ່າວເສົ້າວົງການມວຍຍີ່ປຸ່ນ ເມື່ອ 2 ນັກຊົກຈາກແດນປາດິບເສຍຊີວິດຫຼັງຂຶ້ນຊົກມວຍ ໝໍເຜີຍເລືອດອອກໃນເຫຍື້ອຫຸ້ມສະໝອງ.

ວົງການມວຍຍີ່ປຸ່ນເສົ້າ! 2 ນັກຊົກມວຍເສຍຊີວິດເວທີດຽວກັນ ຫຼັງໄດ້ຮັບອາການບາດເຈັບ ໝໍເຜີຍເລືອດອອກໃນເຫຍື້ອຫຸ້ມສະໝອງ. ສຳນັກຂ່າວຕ່າງປະເທດລາຍງານເຫດການສຸດສະຫຼົດ ຂອງວົງການມວຍຍີ່ປຸ່ນ ໄດ້ເກີດເຫດການສຸດຊ໋ອກ ຫຼັງຈາກຊິເງໂຕຊິ ນັກຊົກອາຍຸ 28 ປີ ເສຍຊີວິດ ເມື່ອວັນສຸກ 8...

ສ ເກົາຫຼີ ມອບທຶນຈຳນວນ 6 ລ້ານໂດລາ ເພື່ອຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາ ກຳນົດຈັດຕັ້ງປະຕິບັດ 2025-2029

ລັດຖະບານ ສ ເກົາຫຼີສະໜອງທຶນຊ່ວຍເຫຼືອລ້າໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວ ເມືອງຄຳເກີດ ພິທີເຊັນບົດບັນທຶກການຮ່ວມມືໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວເມືອງຄຳເກີດ ແຂວງບໍລິຄຳໄຊ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...

ຍທຂ ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ

ຍທຂ ປະກາດການຈັດຕັ້ງ ພະນັກງານການນຳຂັ້ນສູງ. ເມື່ອບໍ່ດົນມານີ້, ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ ແລະ ຍົກຍ້າຍ...