spot_img
Homeຂ່າວການພັດທະນາການຂຸດຄົ້ນທອງ ແລະ ຄຳຂອງ ພູເບ້ຍມາຍນິ້ງ

ການຂຸດຄົ້ນທອງ ແລະ ຄຳຂອງ ພູເບ້ຍມາຍນິ້ງ

Published on

 

ບໍລິສັດຂຸດຄົ້ນບໍ່ແຮ່ສາກົນຂະໜາດໃຫຍ່ ກຳລັງປະກອບສ່ວນສຳຄັນເຂົ້າໃນການພັດທະນາເສດຖະກິດຂອງລາວ

ເຖິງວ່າລາຄາຜະລິດຕະພັນຕົ້ນຕໍຂອງພວກເຂົາເຊັ່ນ: ທອງ ແລະ ຄຳ ຈະຫລຸດລົງກວ່າເກ່ົາກໍຕາມ ນີ້ແມ່ນໜຶ່ງໃນ

ຫົວຂໍ້ສຳຄັນໃນການປຶກສາຫາລືກັນເມື່ອບໍ່ດົນມານີ້ ລະຫວ່າງລັດຖະມົນຕີຊ່ວຍວ່າການກະຊວງການເງິນ, ພະນະ

ທ່ານ ບຸນໂຈມ ອຸບົນປະເສີດ ແລະ ທ່ານ ຣ໋ອບ ອັຊເຊີ ຜູ້ຈັດການໃຫຍ່ທົ່ວໄປ ບໍລິສັດ ພູເບ້ຍ ມາຍນິງ ມາຍນິງ ຈຳກັດ

PBM ທີ່ມີຂຶ້ນໃນວັນທີ 19 ກັນຍາຜ່ານມາ.

 

ນັບແຕ່ປີ 2003 ເປັນຕົ້ນມາ, ບໍລິສັດໄດ້ປະກອບສ່ວນເຂົ້າໃນ ງົບປະມານແຫ່ງຊາດຂອງລາວທັງໝົດ 344 ລ້ານໂດ

ລາສະຫະລັດ, ເຊິ່ງປະກອບມີພາສີຊັບພະຍາກອນແຮ່ທາດ, ອາກອນ ແລະ ຄ່າທຳນຽມຕ່າງໆ. ນອກນີ້ ໃນປີ 2013 ບໍ

ລິສັດກໍໄດ້ປະກອບສ່ວນ 78,9 ລ້ານໂດລາສະຫະລັດ, ເຖິງວ່າລາຄາທອງ ແລະ ຄຳ ຈະຫລຸດລົງປະມານ 20% ຕະຫຼອດ

ໄລຍະສອງປີຜ່ານມານີ້.

 

ທ່ານ ອັຊເຊີ ໄດ້ໃຫ້ຄຳເຫັນ ຢູ່ທີ່ກອງປະຊຸມດັ່ງກ່າວວ່າ: ເຖິງວ່າການມອບອາການກຳໄລ ຂອງບໍລິສັດ ສຳລັບປີ 2013

ໄດ້ຫລຸດລົງປະມານ 44% ຕ່ຳກວ່າ ປີ 2012 ໄດ້ສົ່ງຜົນໃຫ້ການປະກອບສ່ວນທັງໝົດຂອງບໍລິສັດ ເຂົ້າໃນລາຍຮັບແຫ່ງ

ລັດຫລຸດລົງ 12% ເນື່ອງມາຈາກອາການກຳໄລ ແມ່ນເປັນພຽງແຕ່ໜຶ່ງໃນຫລາຍປະເພດອາກອນ ແລະ ຄ່າທຳນຽມ

ຕ່າງໆທີ່ບໍລິສັດ ພູເບ້ຍ ມາຍນິງ ໄດ້ມອບພັນທະໃຫ້ແກ່ຂອງລັດຖະບານລາວ.

 

ທ່ານ ອັຊເຊີ ຍັງໄດ້ກ່າວ ອີກວ່າ: ໃນເວລາທີ່ລາຄາໂລຫະທາດຫລຸດລົງກວ່າເດີມ, ກຳໄລຂອງການດຳເນີນງານຂອງພວກ

ເຮົາກໍຫລຸດລົງ ສະນັ້ນ ຈຳນວນອາກອນກຳໄລທີ່ພວກເຮົາຈະມອບກໍຈະຕ້ອງຫລຸດລົງເຊັ່ນດຽວກັນ. ເຖິງແນວໃດກໍຕາມ

ບໍລິສັດຍັງສືບຕໍ່ມອບຄ່າຊັບພະຍາກອນແຮ່ທາດ, ອາກອນເງິນເດືອນ ແລະ ອາກອນນຳເຂົ້າ. ນອກນັ້ນ, ພູເບ້ຍ ມາຍນິງ

ຍັງໄດ້ມອບພັນທະລ່ວງໜ້າໃນເດືອນກັນຍາ 2014 ຕາມການສະເໜີຂອງພາກລັດ ແລະ ບໍລິສັດຍັງ ໄດ້ມອບເງິນປັນຜົນ

ໃຫ້ແກ່ລັດຖະບານໃນໄລຍະສອງປີຜ່ານມາ, ໃນຖານະທີ່ເປັນຜູ້ຖືຮຸ້ນ 10% ໃນບໍລິສັດ ພູເບ້ຍ ມາຍນິງ ການມອບຄ່າຊັບ

ພະຍາກອນແຮ່ທາດຂອງພວກເຮົາ ແມ່ນເພີ່ມຂຶ້ນຫຼາຍກວ່າໜຶ່ງສ່ວນສີ່, ເຊິ່ງໄດ້ຊ່ວຍຫັກລົບກັບລາຄາທີ່ຫລຸດລົງນັ້ນ.

 

ນອກນັ້ນ ທີ່ປະຊຸມຍັງຮັບຮູ້ວ່າ: ລາຄາໂລຫະທາດຍັງຄົງສືບຕໍ່ຫລຸດລົງໃນປີນີ້ ແລະ ຄາດວ່າ: ລາຄາຄຳ ແລະ ທອງຈະຟື້ນ

ຕົວໄດ້ໃນໄລຍະເວລາໃດໜຶ່ງ. ແຕ່ເຖິງວ່າລາຄາຈະຫລຸດລົງກວ່າເດີມກໍຕາມ ແຕ່ບັນດາບໍລິສັດຕ່າງໆກໍຄືບໍລິສັດ ພູເບ້ຍ

ມາຍນິງຍັງເປັນແຫລ່ງລາຍຮັບທີ່ສຳຄົນສຳລັບ ສປປ ລາວ.

 

ແຫລ່ງຂ່າວ: ລາວພັດທະນາ

 

ບົດຄວາມຫຼ້າສຸດ

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45 ຈະໄດ້ຈັດຂຶ້ນໃນລະຫວ່າງ ວັນທີ 17-23 ຕຸລານີ້ ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ ໂດຍຈະມີຄະນະຜູ້ແທນຈາກລັດຖະສະພາສະມາຊິກໄອປາ, ຄະນະຜູ້ແທນ...

ເປີດຢ່າງເປັນທາງການ ແຂ່ງຂັນຊ່ວງເຮືອເມືອງນານ ປະຈໍາປີ 2024

ເມືອງ ນານ ແຂວງ ຫລວງພະບາງ ຈັດພິທີເປີດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະຈໍາປີ 2024 ຂຶ້ນ ໃນວັນທີ 17 ຕຸລາ ນີ້ ທີ່ຜາມໄຊຍຶ່ງນ້ໍານານ...

Liam Payne ອະດີດສະມາຊິກວົງ One Direction ເສຍຊີວິດຫຼັງຈາກຕົກລົງຊັ້ນ 3 ໃນໂຮງແຮມແຫ່ງໜຶ່ງ

ອີງຕາມສຳນັກຂ່າວບີບີຊີ ລາຍງານວ່າ: ລຽມ ເພນ (Liam Payne) ອະດີດສະມາຊິກວົງ ວັນໄດເຣກຊັ່ນ (One Direction) ວົງດົນຕີຊື່ດັງຈາກ ອັງກິດ-ໄອແລນ ໄດ້ເສຍຊີວິດດ້ວຍອາຍຸ 31...

ເດືອນກັນຍາ 2024 ມີຜູ້ເສຍຊີວິດຈາກອຸບັດເຫດທັງໝົດ 54 ຄົນ ໃນຂອບເຂດທົ່ວປະເທດ

ໃນໄລຍະເດືອນກັນຍາ 2024 ຜ່ານມານີ້, ທົ່ວປະເທດລາວ ມີຜູ້ເສຍຊີວິດເຖິງ 54 ຄົນ, ມີຜູ້ບາດເຈັບ 674 ຄົນ ແລະ ມີພາຫະນະເປ່ເພ 780 ຄັນຈາກອຸບັດເຫດເກີດຂຶ້ນທັງໝົດ...