spot_img
Homeຂ່າວທ້ອງຖິ່ນຮອງນາຍົກ ເນັ້ນການໃຫ້ອະໄພຍະໂທດຕ້ອງໂປ່ງໃສ ແລະ ຍຸດຕິທໍາ

ຮອງນາຍົກ ເນັ້ນການໃຫ້ອະໄພຍະໂທດຕ້ອງໂປ່ງໃສ ແລະ ຍຸດຕິທໍາ

Published on

ວັນທີ 6 ກຸມພາ 2019 ທີ່ຫໍປະຊຸມແຫ່ງຊາດ ໄດ້ຈັດກອງປະຊຸມວຽກງານອະໄພຍະໂທດທົ່ວປະເທດປະຈໍາປີ 2018 ໂດຍການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ປະທານກໍາມະການອະໄພຍະໂທດລະດັບຊາດ  ໄດ້ເນັ້ນໃຫ້ຄະນະກໍາມະການວຽກງານດັ່ງກ່າວລົງຕິດຕາມ ແລະ ລາຍງານແຕ່ລະໄລຍະຢ່າງເປັນປົກກະຕິ ເພື່ອຮັບປະກັນການດໍາເນີນງານຢ່າງຖືກຕ້ອງ, ໂປ່ງໃສ ແລະ ຍຸດຕິທໍາ. ຈາກການລາຍງານກອງປະຊຸມສະຫຼຸບໄດ້ວ່າ ມີນັກໂທດໄດ້ຮັບການອະໄພຍະໂທດໃນປີ 2018 ມີທັງໝົດ 1.700 ກວ່າຄົນ.

ທ່ານ ຄໍາສານ ສຸວັງ ປະທານອົງການໄອຍະການປະຊາຊົນສູງສຸດ, ຮອງປະທານຄະນະກໍາມະການອະໄພຍະໂທດລະດັບຊາດ ລາຍງານຜົນການຈັດຕັ້ງປະຕິບັດວຽກງານອະໄພຍະໂທດປະຈໍາປີ 2018 ແລະ ວຽກງານຈຸດສຸມໃນປີ 2019 ວ່າ: ໂດຍປະຕິບັດຕາມມາດຕາ 67 ຂໍ້ 12 ຂອງລັດຖະທໍາມະນູນ ສປປ ລາວ ແລະ ລັດຖະບັນຍັດຂອງປະທານປະເທດວ່າດ້ວຍການອະໄພຍະໂທດສະບັບເລກທີ 001/ປປທ ລົງວັນທີ 20 ມີນາ 2018 ເຫັນວ່າການຈັດຕັ້ງປະຕິບັດວຽກງານອະໄພຍະໂທດໃນປີ 2018 ເຮັດໄດ້ດີກວ່າປີຜ່ານມາ ໂດຍສະເພາະການຮັບປະກັນຄວາມຖືກຕ້ອງ, ສອດຄ່ອງຕາມລັດຖະບັນຍັດຂອງປະທານປະເທດ ເຊິ່ງສະແດງອອກຄື: ນັກໂທດທີ່ໄດ້ຮັບການອະໄພຍະໂທດໃນປີ 2018 ມີທັງໝົດ 1.700 ກວ່າຄົນ ໃນນັ້ນ, ຍິງ 300 ຄົນ, ຕ່າງປະເທດ 28 ຄົນ, ນັກໂທດຕະຫຼອດຊີວິດ 25 ຄົນ ໂດຍລວມແລ້ວເຫັນວ່າຄະນະກໍາມະການອະໄພຍະໂທດລະດັບຊາດ, ບັນດາກະຊວງ, ອົງການ, ແຂວງ-ນະຄອນຫຼວງ ໄດ້ມີການຈັດຕັ້ງຄົ້ນຄວ້າ ແລະ ສະເໜີອະໄພຍະໂທດ ໄດ້ຖືກຕ້ອງຕາມລັດຖະບັນຍັດຂອງປະທານປະເທດ ແລະ ຄໍາແນະນໍາຂອງຄະນະກໍາມະການດັ່ງກ່າວວາງອອກ ສິ່ງສໍາຄັນຍັງຊີ້ໃຫ້ເຫັນເຖິງການວາງແນວທາງນະໂຍບາຍທີ່ຖືກຕ້ອງຂອງພັກ-ລັດຕໍ່ປະຊາຊົນລາວບັນດາເຜົ່າ.

ໂອກາດດຽວກັນ, ທ່ານ ສອນໄຊ ສີພັນດອນ ໄດ້ໃຫ້ທິດຊີ້ນໍາຕໍ່ຄະນະກໍາມະທິການອະໄພຍະໂທດທັງສູນກາງ ແລະ ທ້ອງຖິ່ນ ສືບຕໍ່ເອົາໃຈໃສ່ເປັນຕົ້ນ ໃຫ້ຄະນະກໍາມະການດັ່ງກ່າວໃນລະດັບແຂວງ-ນະຄອນຫຼວງ ເພີ່ມທະວີຈັດຕັ້ງເຊື່ອມຊືມບັນດາເອກະສານຕ່າງໆ ທີ່ກ່ຽວຂ້ອງກັບວຽກງານອະໄພຍະໂທດ ເພື່ອໃຫ້ເຫັນໄດ້ຄວາມສໍາຄັນ; ເພີ່ມຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານແຕ່ລະລະດັບ; ຈັດຕັ້ງເຜີຍແຜ່ລັດຖະບັນຍັດໃຫ້ບັນດາເປົ້າໝາຍທົ່ວສັງຄົມດ້ວຍຮູບການຕ່າງໆ ນັບທັງນັກໂທດ ຕະຫຼອດຮອດຄອບຄົວ ແລະ ຍາດຕິພີ່ນ້ອງຂອງເຂົາເຈົ້າໄດ້ຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງ ແລະ ທົ່ວເຖິງກັນ. ພ້ອມດຽວກັນນັ້ນ, ຄະນະກໍາມະການການອະໄພຍະໂທດລະດັບຕ່າງໆ ຕ້ອງມີການລົງຕິດຕາມ ແລ ມີການລາຍງານແຕ່ລະໄລຍະຢ່າງເປັນປົກກະຕິ ເພື່ອຮັບປະກັນວຽກງານດັ່ງກ່າວໃຫ້ດໍາເນີນໄປຢ່າງຖືກຕ້ອງ, ໂປ່ງໃສ ແລະ ຍຸດຕິທໍາ.

 

 

 

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນ, ຮຸບພາບຈາກ: ໜັງສືພິມເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...