spot_img
Homeຂ່າວເຫດການໂຮງງານ​​ແປ້ງ​ມັນຕົ້ນ​ລາວ​ອິນ​ໂດ​ໄຊ​ນາ ​ສົ່ງ​ກີ່ນ​ເໝັ່ນ​ຮຸນແຮງ ໃຜຈະເປັນຜູ້ຮັບຜິດຊອບ?

ໂຮງງານ​​ແປ້ງ​ມັນຕົ້ນ​ລາວ​ອິນ​ໂດ​ໄຊ​ນາ ​ສົ່ງ​ກີ່ນ​ເໝັ່ນ​ຮຸນແຮງ ໃຜຈະເປັນຜູ້ຮັບຜິດຊອບ?

Published on

 

ພາຍຫລັງທີ່​ໂຮງງານ​ຜະລິດ​ແປ້ງ​ມັນຕົ້ນ​ລາວ​ອິນ​ໂດ​ໄຊ​ນາ ທີ່ຕັ້ງ​ຢູ່ບ້ານ​ນາຊອນ ເມືອງ​ປາກງື່ມ ນະຄອນຫລວງວຽງຈັນ ​

ໄດ້​ຜະ​ເຊີນວິ​ກິດທາງ​ດ້ານ​ການ​ເງິນຢ່າງ​ໜັກ​ໜ່ວງ​ນັບ​ແຕ່​ທ້າຍ​ປີ 2013 ​ເປັນຕົ້ນ​ມາ ຈຶ່ງ​ເຮັດ​ໃຫ້​ເຈົ້າ​ຂອງ​ໂຮງງານ​ຕັດ

​ສີນ​ໃຈ​ຢຸດ​ຕິການ​ເຄື່ອນ​ໄຫວ​ພາຍ​ໃນ​ໂຮງງານຕັ້ງ​ແຕ່​ນັ້ນມາ,​ ແຕ່​ປັດຈຸບັນ​ອ່າງ​ເກັບ​ນ້ຳ​ເປື້ອ​ນພາຍ​ໃນ​ໂຮງງານຍັງສົ່ງ

​ກິນ​ເໝັນ​ຮຸນ​ແຮງ ສ້າງ​ຄວາມ​ເດືອນ​ຮ້ອນ​ໃຫ້​ກັບ​ປະຊາຊົນ​ອາ​ໄສ​ຢູ່​ໃກ້​ຄຽງ ແລະ ຜູ້ຜ່ານ​ໄປມາບໍລິ​ເວນ​ເສັ້ນທາງ​ດັ່ງ

ກ່າວ ແລະ ແມ່ນໃຜຈະ ເປັນຜູ້ຮັບຜິດຊອບແກ້ໄຂ.

 

ທ່ານ ​ແຊວ ນາຍບ້ານ​ນາທາມ ​​ໃຫ້​ຮູ້​​ເມື່ອ​ບໍ່​ດົນ​ນີ້ວ່າ: ຄວາມຈິງ​ແລ້ວ​ ສະພາບ​ກິ່ນ​ເໝັນ​ຈາກ​ໂຮງງານ​​ແຫ່ງ​ນີ້, ແມ່ນ

​ເກີດ​ມີນັບ​​ແຕ່​ໂຮງງານ​ເລີ່​ມການຜະລິດ​ແປ້ງ ແລະ ທັງ​ມີ​ນ້ຳ​ເປື້ອນ​ໄຫລອອກຈາກໂຮງງານ​ລົງສູ່ຫ້ວຍ​ນ້ຳສຳຄັນ​ຫລາຍ

​ສາຍ ອັນ​ກໍ​ໃຫ້​ເກີດ​ມີ​ສະພາບ​ປາ​ໃນ​ໜອງ​ນ້ຳ​ທຳ​ມະ​ຊາດ​ຕາຍ​ເປັນ​ຈຳນວນ​ຫລາຍ,​ ຫລັງ​ຈາ​ກນັ້ນ,​ ປະຊາຊົນພາຍ​ໃນ

​ບ້ານ ​ແລະ ບ້ານ​ໃກ້​ຄຽງ​ ໄດ້ສະ​ເໜີ​ຕໍ່​ອຳນາດ​ການ​ປົກຄອງ​ເມືອງ, ນະຄອນຫລວງ ​ແລະ ພາກສ່ວນ​ກ່ຽວ​ຂ້ອງລົງຊຸກຍູ້​

ໃຫ້​ເຈົ້າ​ຂອງ​ໂຮ​ງງານ​ມີ​ຄວາມ​ຮັບ​ຜິດຊອບ​ຕໍ່​ສະພາບ​ເກີດ​ຂຶ້ນ ​ແລະ ປັບປຸງ​ລະບົບ​ອ່າງ​ເກັບນ້ຳ​ເປືອ​ນ​ໃຫ້ມີ​ມາດຕະຖານ

ດີ ກ່ອນ​ປ່ອຍລົງ​ສູ່​ຫ້ວຍ​ນ້ຳ​ທຳ​ມະ​ຊາດ​ໄດ້, ຊຶ່ງ​ບໍລິສັດກໍ​​ໄດ້​​ລົງທຶນ​​ປັບປຸງ​ລະບົບ​ອ່າງ​ເກັບ​ນ້ຳ​ຄືນ​ໃໝ່ ​ແລະ ປາ​ກົດ​ວ່າ

​​ເບື້ອງຕົ້ນ​ສະພາບ​ກິ່ນເໝັນ​ ​ແລະ ບັນຫານ້ຳ​​ເປືອ​ນ​ໄດ້​ຫລຸດຜ່ອນ​ລົງ, ແຕ່ຕົກ​ມາຮອດ​ປີ 2013 ຈົນ​ເຖິງ​ປັດຈຸບ​ັນ,​ ປາ

ກົດ​ວ່າໂຮງງານ​ໄດ້​ຢຸດຕິ​ການ​​ເຄື່ອນ​ໄຫວ ​​ຈຶ່ງ​ເຮັດ​ໃຫ້​ເກີດ​ມີ​ສະພາບ​ນ້ຳ​​ເປື້ອນໃນ​ອ່າງບຳບັດ​ຂາດ​ການ​ຄວບ​ຄຸມ ແລ້ວ​

ສົ່ງ​ກິນ​ເໝັນ​ຮຸນ​ແຮງຄື​ດັ່ງກ່າວ ​ແລະ ຕໍ່​ບັນ​ຫານີ້ ຜ່ານ​ມາອຳນາດ​ການ​ປົກຄອງ​ບ້ານ ​ແລະ ບ້ານ​ໃກ້​ຄຽງ​ກໍ​ເຄີຍ​ສະ​ເໜີ

​ຫາ​ອຳນາດ​ການ​ປົກຄອງຂັ້ນເມືອງ, ນະຄອນຫລວງ​ ແລະ ປະຊຸມຮ່ວມກັນຫລາຍ​ຄັ້ງ​​ເພື່ອ​ຫາ​ວິທີ​​ແກ້​ໄຂ​ບັນຫາ​ດັ່ງກ່າວ,​

ແຕ່​​ປະກົດ​ວ່າ​ບໍ່​ມີຄວາມ​ຄືບ​ໜ້າ​ແນວ​ໃດ ແລະ ຕໍ່ບັນຫານີ້ແມ່ນໃຜຈະເປັນຜູ້ຮັບຜິດຊອບ ແລະ ເບື້ອງອຳນາດການປົກ

ຄອງກໍຕ້ອງເປັຍເຈົ້າການ ແລະ ມີມາດຕະການເດັດຂາດຕໍ່ຜູ້ລະເມີດ ຈຶ່ງຈະເຮັດໃຫ້ສະພາບດັ່ງກ່າວລະງັບລົງໄດ້.​

 

ແຫລ່ງຂ່າວ: ລາວພັດທະນາ

 

ບົດຄວາມຫຼ້າສຸດ

ຮັດແໜ້ນການພົວພັນຮ່ວມມື ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າພົບປະລັດຖະມົນຕີກະຊວງການຕ່າງປະເທດບຣູໄນ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ດາໂຕະ ເອີຣິວານ ເປຮິນ ຢູສອບ (Dato Erywan Pehin Yusof) ລັດຖະມົນຕີກະຊວງການຕ່າງປະເທດ ຜູ້ທີ 2 ແຫ່ງ...

ຖືກສົ່ງກັບປະເທດ! ພົນລະເມືອງ ສ.ເກົາຫຼີ 64 ຄົນ ທີ່ຕ້ອງສົງໃສມີສ່ວນກ່ຽວຂ້ອງກັບແກ້ງຄໍເຊັນເຕີ ໃນປະເທດ ກຳປູເຈຍ

ພົນລະເມືອງ ສ.ເກົາຫຼີ 64 ຄົນ ຖືກສົ່ງຕົວກັບປະເທດ ເນື່ອງຈາກເປັນເປັນຜູ້ຕ້ອງສົງໃສມີສ່ວນກ່ຽວຂ້ອງກັບແກ້ງຄໍເຊັນເຕີໃນປະເທດ ກຳປູເຈຍ. ອີງຕາມສຳນັກຂ່າວ AFP ລາຍງານໃນວັນທີ 18 ຕຸລາ 2025 ຜ່ານມາ, ຈາກກໍລະນີປະຊາຊົນ...

ໃຊ້ AI ໃຫ້ເປັນປະໂຫຍດ ຊາຍຊາວອາເມລິການໍາໃຊ້ Chat GPT ໃນການສຸ່ມໂຕເລກເພື່ອຊື້ຫວຍ ຖືກລາງວັນ 100,000 ໂດລາ ຫຼື ປະມານ 2.1 ຕື້ກີບ

ເມື່ອບໍ່ດົນມານີ້ ກາຍເປັນກະແສດັງຢູ່ປະເທດອາເມຣິກາ ເມື່ອມີຊາຍຄົນໜຶ່ງ ອາຍຸ 45 ປີ ອາໄສຢູ່ທີ່ເມືອງ Wyandotte ຣັດ Michigan ສ.ອາເມລິກາ ໄດ້ຖືກຫວຍທ້ອງຖິ່ນ Powerball ພາຍຫຼັງນຳໃຊ້ປັນຍາປະດິດ...

ເສຍຊີວິດສອງຄົນ ເຮືອບິນຂົນສົ່ງສິນຄ້າຂອງສາຍການບິນ ເອມິເຣດ ລຸດອອກນອກລັນເວ ທີ່ສະໜາມບິນຮົງກົງ

ອຸບັດຕິເຫດເຮືອບິນຂົນສົ່ງສິນຄ້າ ເອມິເຣດ ໄຫຼອອກນອກລັນເວ ທີ່ສະໜາມບິນຮົງກົງ ເຮັດໃຫ້ເສຍຊີວິດສອງຄົນ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 20 ຕຸລາ 2025 ນີ້ວ່າ: ເກີດເຫດເຮືອບິນຂົນສົ່ງສິນຄ້າຂອງສາຍການບິນ ເອມິເຣດ ໄຫຼອອກນອກລັນເວຕຳກັບລົດຈົນຕົກທະເລ ທີ່ສະໜາມບິນຮົງກົງ ເຊິ່ງເຫດການດັ່ງກ່າວມີເຈົ້າທີ່ເສຍຊີວິດສອງຄົນ. ຕາມການລາຍງານລະບຸວ່າ:...