spot_img
Homeຂ່າວທ້ອງຖິ່ນເປີດເປັນທາງການແລ້ວ! ປີທ່ອງທ່ຽວລາວ-ຈີນ 2019

ເປີດເປັນທາງການແລ້ວ! ປີທ່ອງທ່ຽວລາວ-ຈີນ 2019

Published on

ປີທ່ອງທ່ຽວລາວ-ຈີນ 2019 ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 25 ມັງກອນ 2019 ຜ່ານມາ, ທິ່ຫໍວັດທະນະທໍາແຫ່ງຊາດລາວ ເຊິ່ງລັດຖະບານລາວ ວາງເປົ້າໝາຍວ່າຈະດຶງດູດເອົານັກທ່ອງທ່ຽວຕ່າງປະເທດເຂົ້າມາລາວໃຫ້ໄດ້ 4.500.000 ຄົນ ໃນນີ້, ເປັນນັກທ່ອງທ່ຽວຈີນ ບໍ່ໃຫ້ຫຼຸດ 1 ລ້ານຄົນ ໂດຍຈະມີຫຼາຍກິດຈະກໍາຈັດຂຶ້ນຢູ່ໃນ ສປປ ລາວ ແລະ ສປ ຈີນ.

ທ່ານ ບໍ່ແສງຄຳ ວົງດາລາ, ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດດທະນະທຳ ແລະ ທ່ອງທ່ຽວ ໄດ້ກ່າວໃນພິທີວ່າ: ການເປີດປີທ່ອງທ່ຽວລາວ-ຈີນ 2019 ຖືເປັນກິດຈະກຳໜຶ່ງໃນການເພີ່ມທະວີສາຍພົວພັນມິດຕະພາບ, ຄວາມເຂົ້າໃຈເຊິ່ງກັນ ແລະ ກັນ ຂອງປະຊາຊົນທັງສອງປະເທດ ຈະເປັນໂອກາດທີ່ດີໃນການດຶງດູດນັກທ່ອງທ່ຽວ ຈາກທົ່ວມຸມໂລກໄດ້ມາຢ້ຽມຢາມ, ທ່ອງທ່ຽວ, ສຳພັດກັບສະຖານທີ່ທ່ອງທ່ຽວດ້ານຕ່າງໆຂອງລາວ ແລະ ຈີນ ທີ່ມີຄວາມຫຼາກຫຼາຍ, ໄດ້ຮັບຮູ້ ແລະ ເຂົ້າໃຈຕໍ່ສະພາບຄວາມເປັນຈິງທາງດ້ານການພັດທະນາເສດຖະກິດ-ສັງຄົມ ຂອງສອງປະເທດລາວ-ຈີນ, ຈີນ-ລາວ ຫຼາຍຂຶ້ນກວ່າເກົ່າ.

ໃນພິທີ, ທ່ານ ລູຊູກາງ ລັດຖະມົນຕີກະຊວງວັດທະນະທຳ ແລະ ທ່ອງທ່ຽວຈີນ ໄດ້ຂຶ້ນອ່ານສານຊົມເຊີຍ ຂອງທ່ານ ສີ ຈິ້ນ ຜິງ, ປະທານປະເທດຈີນ ຕໍ່ການເປີດປີທ່ອງທ່ຽວລາວ-ຈີນ 2019 ໂດຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນເປັນມູນເຊື້ອຍາວນານ ແລະ ການຮ່ວມມືແບບຄູ່ຮ່ວມຍຸດທະສາດຮອບດ້ານ, ໝັ້ນຄົງ, ຍາວນານຕາມທິດ 4 ດີ ຄື: ບ້ານໃກ້ເຮືອນຄຽງທີ່ດີ, ເພື່ອນມິດທີ່ດີ ແລະ ຄູ່ຮ່ວມມືທີ່ດີລະຫວ່າງສອງພັກ-ສອງລັດ ແລະ ປະຊາຊົນສອງຊາດລາວ-ຈີນ.

ສຳລັບກິດຈະກຳໃນໂອກາດເປີດປີທ່ອງທ່ຽວລາວ-ຈີນ 2019 ຄັ້ງນີ້ ສະເພາະກິດຈະກຳຢູ່ລາວ-ຈີນ ທ່ານສາມາດອ່ານກົດນີ້ເພື່ອອ່ານ: https://laopost.com/2019/01/23/109680?fbclid=IwAR1u-z_4nQ5CYJTsC0-eJD7hFeiJCw8v0Ha0l2_mwbuy-K2dbkCOMr8zs64

 

 

 

 

 

 

 

ຂ່າວ, ຮູບພາບໂດຍ: ໃບບົວ ຈັນທະລັງສີ

ບົດຄວາມຫຼ້າສຸດ

ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025

ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ຢ່າງເປັນທາງການ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ໄຂຂຶ້ນໃນວັນທີ29 ພຶດສະພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ...

ຈັດພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA Arena ແຫ່ງທຳອິດຂອງ ສປປ ລາວ

ພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA Arena ແຫ່ງທຳອິດຂອງ ສປປ ລາວ. ສະຫະພັນບານເຕະແຫ່ງຊາດລາວຮ່ວມກັບສະຫະພັນບານເຕະນານາຊາດ(FIFA), ອຳນາດການປົກຄອງນະຄອນຫຼວງວຽງຈັນ,ເມືອງໄຊເສດຖາ ແລະ ບ້ານນາຄວາຍໃຕ້ ຈັດພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA(FIFA Arena Project) ແຫ່ງທຳອິດຂອງ...

ລາວ ແລະ ມາເລເຊຍ ໄດ້ເປີດຕົວເສັ້ນທາງ ການຄ້າທາງລົດໄຟ-ທະເລ ແຫ່ງໃໝ່

ລາວ ແລະ ມາເລເຊຍ ໄດ້ເປີດຕົວເສັ້ນທາງ ການຄ້າທາງລົດໄຟ-ທະເລ ແຫ່ງໃໝ່ ເພື່ອເສີມສ້າງລະບົບການຂົນສົ່ງໃນພາກພື້ນ, ສົ່ງເສີມການຮ່ວມມືທາງເສດຖະກິດ, ແລະ ເຊື່ອມຕໍ່ອາຊີຕາເວັນອອກສຽງໃຕ້ ເຂົ້າກັບເສັ້ນທາງການຄ້າໂລກ. ອີງຕາມການລາຍງານຂອງເວັບໄຊຕ໌ຂ່າວການຂົນສົ່ງທາງລົດໄຟ Railway Supply. ໃນວັນທີ 25 ພຶດສະພາ, ບໍລິສັດ Penang Port Sdn Bhd ແລະ...

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ເດີນທາງຢ້ຽມຢາມ ມາເລເຊຍ ຢ່າງເປັນທາງການ

ລາວ-ມາເລເຊຍ ຮັດແໜ້ນສາຍພົວພັນ ແລະ ການຮ່ວມມືສອງຝ່າຍ ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ອັນວາ ອິບຣາຮິມ, ນາຍົກລັດຖະມົນຕີ ແຫ່ງ ມາເລເຊຍ, ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ...