spot_img
Homeຂ່າວທ້ອງຖິ່ນຜົນສະຫຼຸບການເກັບກູ້ລະເບີດບໍ່ທັນແຕກຢູ່ລາວ ປະຈຳປີ 2018

ຜົນສະຫຼຸບການເກັບກູ້ລະເບີດບໍ່ທັນແຕກຢູ່ລາວ ປະຈຳປີ 2018

Published on

ອົງການເກັບກູ້ລະເບີດບໍ່ທັນແຕກ ແຫ່ງ ສປປ ລາວ ໄດ້ສະຫຼຸບຜົນການເຄື່ອນໄຫວວຽກງານເກັບກູ້ລະເບີດທົ່ວປະເທດ ປະຈໍາປິ 2018, ສາມາດເຄື່ອນໄຫວໂຄສະນາຜົນຮ້າຍຈາກລະເບີດທີ່ບໍ່ທັນແຕກໄດ້ທັງໝົດ 424 ບ້ານ; ສຳຫຼວດ ເພື່ອຊອກຫາຈຸດຫຼັກຖານ ຫຼື ຈຸດທີ່ພົບລະເບີດລູກຫວ່ານຕົກຄ້າງໄດ້ທັງໝົດ 100 ບ້ານ; ສຳຫຼວດທາງວິຊາການ ເພື່ອກຳນົດພື້ນທີ່ອັນຕະລາຍ ທີ່ມີລະເບີດຕົກຄ້າງໄດ້ທັງໝົດ 326 ສະໜາມ ເຊີ່ງກວມເອົາເນື້ອທີ່ທັງໝົດເທົ່າກັບ 4.489,4 ເຮັກຕາ; ກວດກູ້ພື້ນທີ່ 3,912.8 ເຮັກຕາ ໃຫ້ປອດໄພຈາກລະເບີດທີ່ບໍ່ທັນແຕກ; ກວດພົບ ທຳລາຍລະເບີດ ແລະ ສຳພາວຸດອື່ນໆ ໄດ້ທັງໝົດ 72,049 ໜ່ວຍ ເຊິ່ງລາຍລະອຽດຜົນການສະຫຼຸບຂອງແຕ່ລະເດືອນໃນປີ 2018 ທ່ານສາມາດເລື່ອນລົງເບິ່ງຕາມຮູບພາບລຸ່ມນີ້.

 

 

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ໍມູນ, ຮູບພາບຈາກ: ອົງການເກັບກູ້ລະເບີດບໍ່ທັນແຕກ ແຫ່ງຊາດລາວ

ບົດຄວາມຫຼ້າສຸດ

ຜູ້ນຳສະຫະລັດ ບັນລຸຂໍ້ຕົກລົງກັບຫວຽດນາມ ຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20%

ໂດນັລ ທຣຳ ຜູ້ນຳສະຫະລັດເປີດເຜີຍວ່າ ໄດ້ບັນລຸຂໍ້ຕົກລົງກັບຫວຽດນາມແລ້ວ ໂດຍສະຫະລັດຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20% ຂະນະທີ່ສິນຄ້າຈາກປະເທດທີ 3 ສົ່ງຜ່ານຫວຽດນາມຈະຖືກເກັບພາສີ 40% ສຳນັກຂ່າວບີບີຊີລາຍງານໃນວັນທີ 3 ກໍລະກົດ 2025 ນີ້ວ່າ:...

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...