spot_img
Homeຂ່າວທ້ອງຖິ່ນຊີມອາຫານຟຣີ! ງານເທສະການອາຫານລາວປະຈໍາປີ 2019

ຊີມອາຫານຟຣີ! ງານເທສະການອາຫານລາວປະຈໍາປີ 2019

Published on

ງານເທ​ສະ­ການ​ອາ­ຫານ​ລາວ ປະ­ຈຳ​ປີ 2019 ມີຫຼາຍກວ່າ 180 ​ຮ້ານ​ວາງ­ສະ­ແດງຜະລິດຕະພັນສິນຄ້າທີ່ຂຶ້ນຊື່ເປັນອາຫານປະຈໍາທ້ອງຖິ່ນ-ແຂວງ ຂອງລາວ ແລະ ຕ່າງ­ປະ­ເທດ ມາໂຮມຢູ່ງານນີ້ທີ່ດຽວ! ນອກ​ນັ້ນ, ຍັງມີ​ການ​ເຝິກ­ອົບ­ຮົມ​ການ​ປຸງ​ແຕ່ງ­ອາ­ຫານ​ພື້ນ­ເມືອງ​ລາວ, ເຂົ້າ­ໜົມ​ຫວານ, ຂໍ້ມູນກ່ຽວ​ກັບ​ການ​ເຂົ້າ​ເຖິງ​ແຫຼ່ງ​ທຶນ ແລະ ການ​ລິ​ເລີ່ມ​ເຮັດ​ທຸ­ລະ​ກິດ​ຂະ­ໜາດ​ນ້ອຍ ເຊິ່ງງານດັ່ງກ່າວ, ຈັດຂຶ້ນຢູ່​ທີ່ສວນ​ເຈົ້າ​ອະ­ນຸ­ວົງ ບ້ານ​ວັດ​ຈັນ ເມືອງ​ຈັນ­ທະ​ບູ​ລີ ນະ­ຄອນ­ຫຼວງ​ວຽງ​ຈັນ, ເລີ່ມ​ແຕ່​ວັນ​ທີ 23-26 ມັງ­ກອນ 2019, ​ເວ­ລາ 8:00-22:00 ໂມງ.

ເທ​ສະ­ການ​ດັ່ງ­ກ່າວ, ຈັດຂຶ້ນໂດຍ​ສູນ​ກາງ​ສະ­ຫະ­ພັນ​ແມ່­ຍິງ​ລາວ ຮ່ວມ​ກັບ​ສະ­ມາ­ຄົມ​ນັກ­ທຸ­ລະ­ກິດ​ແມ່­ຍິງ​ລາວ ​ໂດຍການເປັນ​ປະ­ທານ​ຂອງ​ທ່ານ​ນາງ ອິນ​ລາ​ວັນ ແກ້ວ​ບຸນ​ພັນ ປະ­ທານ​ສູນ​ກາງ​ສະ­ຫະ­ພັນ​ແມ່­ຍິງ​ລາວ ໂດຍທ່ານໄດ້ກ່າວວ່າ: ເທ​ສະ­ການ​ອາ­ຫານ​ລາວ ໄດ້​ຈັດ​ຂຶ້ນ​ທຸກໆ​ປີ ເພື່ອ​ປະ­ກອບ­ສ່ວນ​ອະ­ນຸ​ລັກ​ຮີດ­ຄອງ​ປະ­ເພ­ນີ ແລະ ວັດ­ທະ­ນະ­ທຳ​ອັນ​ດີ­ງາມ​ອັນ​ເປັນ​ເອ­ກະ­ລັກ​ຂອງ​ຄົນ​ລາວ ໄວ້​ຄູ່​ຊາດ​ລາວ​ຕະຫຼອດ​ໄປ ທັງ​ເປັນ​ການ​ເຜີຍ­ແຜ່​ສິ່ງ​ຍອດ​ຍິ່ງ​ຂອງ​ລາວ ຕໍ່​ນັກ​ທ່ອງ​ທ່ຽວ​ໃນ​ອາ​ຊຽນ ແລະ ໃນ​ໂລກ; ເພື່ອ​ສ້າງ​ໂອ­ກາດ​ໃຫ້​ແມ່­ຍິງ ຜູ້​ປະ­ກອບ​ການ​ຂະ­ແໜງ­ການ​ປຸງ​ແຕ່ງ­ອາ­ຫານ​ຢູ່​ທ້ອງ­ຖິ່ນ ຕ່າງ​ແຂວງ ແລະ ຜູ້​ລົງ­ທຶນ ສ້າງ​ໂອ­ກາດ​ໃຫ້​ແມ່­ຍິງ​ໄດ້​ສະ­ແດງ​ຄວາມ​ສາ­ມາດ ຫົວ­ຄິດ​ປະ­ດິດ​ສ້າງ​ໃນ​ການ​ປຸງ​ແຕ່ງ­ອາ­ຫານ​ລາວ; ສົ່ງ­ເສີມ​ແມ່­ຍິງ​ຜູ້​ປະ­ກອບ​ການ​ຂະ­ແໜງ­ການ​ຜະ­ລິດ​ກະ­ສິ­ກຳ-ຫັດ­ຖະ­ກຳ ແລະ ອຸດ­ສາ­ຫະ­ກຳ​ປຸງ​ແຕ່ງ ​ສ້າງ​ຜະ­ລິດ​ຕະ​ພັນ​ຂອງ​ຕົນ​ໃຫ້​ເປັນ​ສິນ­ຄ້າຕອບ​ສະ­ໜອງ​ຄວາມ​ຕ້ອງ­ການ​ຂອງ​ຕະ­ຫຼາດ ເພື່ອ​ໃຫ້​ບັນ­ລຸ​ເປົ້າ​ໝາຍ​ຫຼຸດ​ພົ້ນ​ຄວາມ­ທຸກ​ຍາກ.

ໃນງານຄັ້ງນີ້, ມີ​ຮ້ານ​ອາ­ຫານຈໍານວນ 140 ຮ້ານ ຮ້ານ​ຫັດ­ຖະ­ກຳ-ກະ­ສິ­ກຳ 20 ຮ້ານ, ຈາກ​ປະ­ເທດ​ອາ​ຊຽນ ແລະ ສະ­ຖານ­ທູດ 2 ຮ້ານ, ຈາກ​ປະ­ເທດ​ໄທ 18 ຮ້ານ, ຄາດ​ວ່າ​ຈະ​ມີ​ຍອດ​ເງິນ​ໝູ­ນວຽນ 4 ຕື້​ກີບ ແລະ ຈະ​ສາ­ມາດ​ດຶງ​ດູດ​ມວນ​ຊົນ​ເຂົ້າ​ທ່ຽວ​ຊົມ 80.000 ຄົນ. ນອກ​ນີ້ ,ພາຍ​ໃນ​ງານ​ຈະ​ມີ​ການ​ເຝິກ­ອົບ­ຮົມ​ການ​ປຸງ​ແຕ່ງ­ອາ­ຫານ​ພື້ນ­ເມືອງ​ລາວ ເຂົ້າ­ໜົມ​ຫວານ ຄວາມ​ຮູ້​ກ່ຽວ​ກັບ​ການ​ເຂົ້າ​ເຖິງ​ແຫຼ່ງ​ທຶນ ແລະ ການ​ລິ​ເລີ່ມ​ເຮັດ​ທຸ­ລະ​ກິດ​ຂະ­ໜາດ​ນ້ອຍ.

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

ຮຽບຮຽງ, ຮູບພາບໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນຈາກ: ໜັງສືພິມວຽງຈັນໃໝ່

ບົດຄວາມຫຼ້າສຸດ

ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025

ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ຢ່າງເປັນທາງການ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ໄຂຂຶ້ນໃນວັນທີ29 ພຶດສະພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ...

ຈັດພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA Arena ແຫ່ງທຳອິດຂອງ ສປປ ລາວ

ພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA Arena ແຫ່ງທຳອິດຂອງ ສປປ ລາວ. ສະຫະພັນບານເຕະແຫ່ງຊາດລາວຮ່ວມກັບສະຫະພັນບານເຕະນານາຊາດ(FIFA), ອຳນາດການປົກຄອງນະຄອນຫຼວງວຽງຈັນ,ເມືອງໄຊເສດຖາ ແລະ ບ້ານນາຄວາຍໃຕ້ ຈັດພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA(FIFA Arena Project) ແຫ່ງທຳອິດຂອງ...

ລາວ ແລະ ມາເລເຊຍ ໄດ້ເປີດຕົວເສັ້ນທາງ ການຄ້າທາງລົດໄຟ-ທະເລ ແຫ່ງໃໝ່

ລາວ ແລະ ມາເລເຊຍ ໄດ້ເປີດຕົວເສັ້ນທາງ ການຄ້າທາງລົດໄຟ-ທະເລ ແຫ່ງໃໝ່ ເພື່ອເສີມສ້າງລະບົບການຂົນສົ່ງໃນພາກພື້ນ, ສົ່ງເສີມການຮ່ວມມືທາງເສດຖະກິດ, ແລະ ເຊື່ອມຕໍ່ອາຊີຕາເວັນອອກສຽງໃຕ້ ເຂົ້າກັບເສັ້ນທາງການຄ້າໂລກ. ອີງຕາມການລາຍງານຂອງເວັບໄຊຕ໌ຂ່າວການຂົນສົ່ງທາງລົດໄຟ Railway Supply. ໃນວັນທີ 25 ພຶດສະພາ, ບໍລິສັດ Penang Port Sdn Bhd ແລະ...

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ເດີນທາງຢ້ຽມຢາມ ມາເລເຊຍ ຢ່າງເປັນທາງການ

ລາວ-ມາເລເຊຍ ຮັດແໜ້ນສາຍພົວພັນ ແລະ ການຮ່ວມມືສອງຝ່າຍ ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ອັນວາ ອິບຣາຮິມ, ນາຍົກລັດຖະມົນຕີ ແຫ່ງ ມາເລເຊຍ, ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ...