ໃຊ້ງົບ 9 ຕື້ກ່ວາກີບໃສ່ 172 ບ້ານໃນ ຜົ້ງສາລີ ຫວັງໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກ

0
2194

ກອງທຶນຫຼຸດຜ່ອນຄວາມທຸກຍາກ ຈະໃຊ້ງົບປະມານ 9 ຕື້ກ່ວາກີບ ເພື່ອຈັດຕັ້ງປະຕິບັດ 44 ໂຄງການ ຢູ່ 3 ເມືອງ ແຂວງຜົ້ງສາລີ ໃນປີ 2019 ຄື: ເມືອງ ຂວາ, ເມືອງ ສຳພັນ ແລະ ເມືອງ ໃໝ່ ໂດຍກວມເອົາ 4 ຂະແໜງການຄື: ສຶກສາທິການ, ສາທາລະນະສຸກ, ກະສິກຳ, ໂຍທາທິການ ແລະ ຂົນສົ່ງ ມີເປົ້າໝາຍທັງໝົດ 172 ບ້ານ ໂດຍຄາດໝາຍຈະເຮັດໃຫ້ສໍາເລັດທຸກໂຄງການພາຍໃນປີນີ້ ເພື່ອຊີວິດການເປັນຢູ່ຂອງປະຊາຊົນ ໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກໃຫ້ໄດ້.

ທ່ານ ຖາວອນ ໄຊຍະບຸດ ຫົວໜ້າກອງທຶນຫຼຸດຜ່ອນຄວາມທຸກຍາກ ແຂວງ ຜົ້ງສາລີ ໃຫ້ຮູ້ວ່າ: ຈຳນວນ ໂຄງການທີ່ຈັດຕັ້ງປະຕິບັດຢູ່ 3 ເມືອງເປົ້າໝາຍຂອງແຂວງ ຜົ້ງສາລີ ປີ 2019 ເພີ່ມຂຶ້ນ 22 ໂຄງການເມື່ອທຽບໃສ່ ປີ 2018 ຜ່ານມາ, ຂະນະທີ່ງົບປະມານຈັດຕັ້ງປະຕິບັດໂຄງການກໍເພີ່ມຂຶ້ນ 1 ຕື້ກ່ວາກີບ ເນື່ອງຈາກກອງທຶນຫຼຸດຜ່ອນຄວາມທຸກຍາກ ມີງົບປະມານເຫຼືອຈາກການປະມູນໂຄງການຢູ່ແຂວງ ຜົ້ງສາລີ ໃນປີ 2017 ແລະ 2018 ຜ່ານມາ 1 ຕື້ກ່ວາກີບ ເມື່ອເອົາມາລວມໃສ່ປີ 2019 ເຮັດໃຫ້ງົບປະມານໃຊ້ຈ່າຍເພີ່ມຂຶ້ນ ແລະ ຈຳນວນໂຄງການກໍເພີ່ມຂຶ້ນເຊັ່ນກັນ.

ສໍາລັບປີ 2019 ນີ້, ທາງກອງທຶນ ຈະໃຊ້ງົບປະມານ 9 ຕື້ກ່ວາກີບ ເພື່ອຈັດຕັ້ງປະຕິບັດ 44 ໂຄງການ ຢູ່ 3 ເມືອງ ແຂວງຜົ້ງສາລີ ຄື: ເມືອງ ຂວາ, ເມືອງ ສຳພັນ ແລະ ເມືອງ ໃໝ່ ໂດຍກວມເອົາ 4 ຂະແໜງການຄື: ສຶກສາທິການ 25 ໂຄງການ, ກະສິກຳ 8 ໂຄງການ, ສາທາລະນະສຸກ 7 ໂຄງການ ແລະ ໂຍທາທິການ ແລະ ຂົນສົ່ງ 4 ໂຄງການ, ໂດຍມີບ້ານເປົ້າຫມາຍຂອງໂຄງການທັງໝົດ 172 ບ້ານ ເຊິ່ງມີຫຼາຍໂຄງການກໍາລັງຢູ່ໃນຂັ້ນຕອນການຈັດຊື້ອຸປະກອນການກໍ່ສ້າງ ແລະ ບາງໂຄງການກໍາລັງເລີ່ມຈັດຕັ້ງປະຕິບັດການກໍ່ສ້າງ ໂດຍຈະພະຍາຍາມເຮັດໃຫ້ສໍາເລັດທຸກໂຄງການພາຍໃນປີນີ້ ເພື່ອເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນໃນກຸ່ມບ້ານເປົ້າໝາຍຂອງໂຄງການມີຊີວິດການເປັນຢູ່ດີຂຶ້ນ ແລະ ຫຼຸດພົ້ນອອກຈາກຄວາມທຸກຍາກໃຫ້ໄດ້.

ສະເພາະປີ 2018 ຜ່ານມາ,ກອງທຶນຫຼຸດຜ່ອນຄວາມທຸກຍາກ ໄດ້ຈັດຕັ້ງປະຕິບັດໂຄງການຍ່ອຍຢູ່ 3 ເມືອງເປົ້າໝາຍ ແຂວງ ຜົ້ງສາລີ ຄື: ເມືອງ ຂວາ, ເມືອງ ສໍາພັນ ແລະ ເມືອງໃໝ່, ລວມທັງໝົດ 22 ໂຄງການ, ມູນຄ່າ 7 ຕື້ກ່ວາກີບ, ກວມເອົາ 4 ຂະແໜງ ຄື: ສຶກສາທິການ ແລະ ໂຍທາທິການ ແລະ ຂົນສົ່ງ (ຂະແໜງລະ 9 ໂຄງການ) ສາທາລະນະສຸກ ແລະ ກະສິກຳ ແລະ ປ່າໄມ້ (ຂະແໜງລະ 2 ໂຄງການ). ປັດຈຸບັນ, ສາມາດໄດ້ສໍາເລັດ ແລະ ມີການມອບຮັບທຸກໂຄງການແລ້ວ.

 

 

 

 

 

 

 

 

 

 

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນ, ຮູບພາບຈາກ: Lao National Radio