spot_img
Homeຂ່າວທ້ອງຖິ່ນລັດ ອອກງົບພິເສດ 500 ຕື້ກີບເພື່ອຟື້ນຟູໄພພິບັດ

ລັດ ອອກງົບພິເສດ 500 ຕື້ກີບເພື່ອຟື້ນຟູໄພພິບັດ

Published on

ກະຊວງແຜນການ ແລະ ການລົງທຶນ ໄດ້ເຜີຍງົບປະມານດັ່ງກ່າວ, ໂດຍໄດ້ຮັບການອະນຸດມັດຈາກ ລັດຖະບານ 500 ຕື້ກີບ ເພື່ອຟື້ນຟູໄພພິບັດ. ໃນກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດແຜນການເງິນ ປະຈໍາປີ 2018 ແລະ ທິດທາງແຜນການ ປະຈໍາປີ 2019 ໃນອາທິດທີ່ຜ່າານມາ ເຊິ່ງໄດ້ລະບຸວ່າ: ໂຄງການຟື້ນຟູໄພພິບັດເປັນໂຄງການສ້ອມແປງບັນດາພື້ນຖານໂຄງລ່າງ ເພື່ອຮັບໃຊ້ການຜະລິດ, ການບໍລິການພາກລັດ ແລະ ສິ່ງອໍານວຍຄວາມສະດວກຕ່າງໆ ທີ່ໄດ້ຮັບຜົນເສຍຫາຍຈາກໄພພິບັດໃນປີ 2018 ໃຫ້ກັບຄືນສູ່ສະພາບປົກກະຕິ.

ທັງນີ້, ເພື່ອຮັບປະກັນໃນການສ້າງແຜນໂຄງການຟື້ນຟູຫຼັງໄພພິບັດໃຫ້ທັນຕາມກໍານົດເວລາ ແລະ ນໍາສະເໜີສະພາແຫ່ງຊາດຮັບຮອງ ໃນເງື່ອນໄຂງົບປະມານຈໍາກັດ ໃຫ້ແຕ່ລະພາກສ່ວນຄົ້ນຄວ້າສັງລວມ ແລະ ຈັດລຽງບູລິມະສິດໂຄງການທີ່ຈໍາເປັນແທ້ໆ ແລະ ໃຫ້ປະຕິບັດຕາມເງື່ອນໄຂໂຄງການສະເໜີໃໝ່ ທີ່ກໍານົດໄວ້ໃນກົດໝາຍວ່າດ້ວຍການລົງທຶນ ສະບັບເລກທີ 72/ສພຊ. ພ້ອມນັ້ນ, ບັນດາໂຄງການທີ່ນໍາສະເໜີ ເພື່ອຟື້ນຟູຕ້ອງເປັນໂຄງການທີ່ໄດ້ນໍາໃຊ້ ແລະ ກໍ່ສ້າງສໍາເລັດແລ້ວ, ມີໃບຢັ້ງຢືນຈາກຄະນະກໍາມະການຈາກພາກສ່ວນທີ່ກ່ຽວຂ້ອງ, ສໍາເລັດການມອບຮັບແລ້ວ ແລະ ໄດ້ນໍາໃຊ້ແລ້ວ ແຕ່ໄດ້ຮັບຜົນກະທົບຈາກໄພທໍາມະຊາດທີ່ເກີດຂຶ້ນໃນປີ 2018.

ສໍາລັບໂຄງການທີ່ກໍາລັງດໍາເນີນການກໍ່ສ້າງ ແລະ ໄດ້ມີການກວດກາໜ້າວຽກສໍາເລັດໄປແລ້ວຈໍານວນໜຶ່ງ ແຕ່ໜ້າວຽກທີ່ສໍາເລັດໄປແລ້ວນັ້ນໄດ້ຮັບຜົນກະທົບຈາກໄພທໍາມະຊາດທີ່ເກີດຂຶ້ນໃນປີ 2018 ແມ່ນບໍ່ໃຫ້ສັງລວມເຂົ້າໃນແຜນໂຄງການຟື້ນຟູນີ້ ແຕ່ໃຫ້ສະເໜີດັດແກ້ມູນຄ່າໂຄງການ ໂດຍປະຕິບັດຕາມມາດຕະການ 54 ວ່າດ້ວຍການດັດແກ້ມູນຄ່າການລົງທຶນຂອງລັດ ແລະ ສໍາລັບໂຄງການຟື້ນຟູໄພພິບັດ ທີ່ໄດ້ກວດກາຄວາມຖືກຕ້ອງຊັດເຈນ ແລະ ຢັ້ງຢືນວ່າເປັນໂຄງການຟື້ນຟູໄພພິບັດໃນປີ 2018 ແລະ ເປັນໂຄງການທີ່ມີມູນຄ່າເສຍຫາຍໜ້ອຍກວ່າ ຫຼື ເທົ່າກັບ 50 ລ້ານກີບ ແມ່ນໃຫ້ແກ້ໄຂຂາດຕົວ.

 

 

 

 

 

 

 

 

 

 

 

 

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນຈາກ: laoedaily.com.la

ຮູບພາບຈາກ:rfa.org

ບົດຄວາມຫຼ້າສຸດ

ສ ເກົາຫຼີ ມອບທຶນຈຳນວນ 6 ລ້ານໂດລາ ເພື່ອຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາ ກຳນົດຈັດຕັ້ງປະຕິບັດ 2025-2029

ລັດຖະບານ ສ ເກົາຫຼີສະໜອງທຶນຊ່ວຍເຫຼືອລ້າໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວ ເມືອງຄຳເກີດ ພິທີເຊັນບົດບັນທຶກການຮ່ວມມືໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວເມືອງຄຳເກີດ ແຂວງບໍລິຄຳໄຊ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...

ຍທຂ ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ

ຍທຂ ປະກາດການຈັດຕັ້ງ ພະນັກງານການນຳຂັ້ນສູງ. ເມື່ອບໍ່ດົນມານີ້, ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ ແລະ ຍົກຍ້າຍ...

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ພິທີໂຮມຊຸມນຸມ ສະເຫລີມສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ໄດ້ຈັດຂຶ້ນໃນວັນທີ...

ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ

ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ ວັນທີ 8 ສິງຫາ 2025 ນີ້, ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກ ແລະ ປກສ...