spot_img
Homeຂ່າວຕ່າງປະເທດຈີນ ສະໜັບສະໜູນການພົບກັນຄັ້ງທີ2 ລະຫວ່າງ ຄິມ-ທຣໍ້າ

ຈີນ ສະໜັບສະໜູນການພົບກັນຄັ້ງທີ2 ລະຫວ່າງ ຄິມ-ທຣໍ້າ

Published on

ປະທານາທິບໍດີ ສີ ຈິ້ນ ຜິງ ພ້ອມສະໜັບສະໜູນ ຄິມ ຈອງ ອຶນ ຜູ້ນໍາເກົາຫຼີເໜືອໃນການພົບກັບ ໂດນັລ ທຣໍ້າ ປະທານາທິບໍດີ ອາເມລິກາ ເປັນຄັ້ງທີ 2, ດ້ານຜູ້ນໍາເກົາຫຼີເໜືອໃຫ້ການສັນຍາໃນເລື່ອງການປົດອາວຸດນິວເຄຣຍ ແລະ ການພະຍາຍາມເຈລະຈາຄັ້ງໃໝ່ກັບອາເມລິກາ ເພື່ອໃຫ້ຜົນບັນລຸເປັນຮູບປະທໍາ ເຊິ່ງສະຖານທີ່ຂອງທັງສອງປະເທດຈະພົບກັນນັ້ນ ມີລາຍງານວ່າມີຄວາມເປັນໄປໄດ້ທີ່ສຸດວ່າຈະນໍາໃຊ້ສະຖານທີ່ຈັດກອງປະຊຸມຄັ້ງ 2 ນີ້ ອາດຢູ່ທີ່ບາງກອກ ປະເທດໄທ, ນະຄອນຫຼວງຮ່າໂນຍ ຫຼື ເກາະຮາ ວາຍ ກໍ່ເປັນໄປໄດ້.

ສໍານັກຂ່າວຕ່າງປະເທດລາຍງານຈາກ ນະຄອນຫຼວງປັກກິ່ງ ປະເທດຈີນ ໃນວັນທີ 10 ມັງກອນ 2018 ວ່າ ສໍານັກຂ່າວຊິນຫົວຂອງຈີນ ແລະ ສໍານັກຂ່າວກາງປຽງຍາງຂອງເກົາຫຼີ  ລາຍງານໃນເວລາທີ່ໄລ່ເລ່ຍກັນ ວ່າ ຄິມ ຈອງ ອຶນ ຜູ້ນໍາສູງສຸດຂອງເກົາຫຼີເໜືອ ສໍາເລັດໃນການຢ້ຽມຢາມ ສປ ຈີນ ແຕ່ວັນທີ 7 ມັງກອນ ເຊິ່ງໃນລະຫວ່າງການຫາລືກັບປະທານາທິບໍດີ ຈີນ, ສີ ຈິ້ນ ຜິງ ໄດ້ກ່າວໃນຕອນໜຶ່ງວ່າ: “ລັດຖະບານຈີນພ້ອມສະໜັບສະໜູນການປະຊຸມຄັ້ງທີ2 ລະຫວ່າງຜູ້ນໍາເກົາຫຼີເໜືອ ກັບຜູ້ນໍາອາເມລິກາ ແຕ່ການພົບກັນຄັ້ງນີ້, ຄວນມີການບັນລຸຜົນຢ່າງເປັນຮູບປະທໍາໃນເລື່ອງການປົດອາວຸດນີວເຄຣຍໃນພື້ນມະຫາສະໝຸດເກົາຫຼີ”.

Image

ຂະນະດຽວກັນ ສີ ຈິ້ນ ຜິງ ໄດ້ກ່າວຕື່ມວ່າ: “ທັງສອງປະເທດຄວນພົບກັນຢູ່ເຄິ່ງທາງ”, ດ້ານຜູ້ນໍາເກົາຫຼີເໜືອກ່າວວ່າ: “ເກົາຫຼີເໜືອຈະຍຶດໝັ້ນຕາມແນວທາງປະຕິບັດ ເພື່ອໃຫ້ມະຫາສະໝຸດເກົາຫຼີເປັນພື້ນທີ່ປອດອາວຸດນີວເຄຣຍ ແລະ ການຜ່ອນຄາຍຂໍ້ຂັດແຍ່ງທາງການເມືອງໃນມະຫາສະໝຸດເກົາຫຼີ ດ້ວຍການເຈລະຈາຢ່າງສັນຕິ ເພື່ອນໍາຜົນໃຫ້ເກີດເປັນຮູບປະທໍາຕາມຄວາມຄາດຫວັງຂອງປະຊາຊົນໃນໂລກ”. ຄໍາເວົ້າຂອງຜູ້ນໍາເກົາຫຼີເໜືອ ເພີ່ມຄວາມເປັນໄປໄດ້ວ່າການພົບປະຫາລືຄັ້ງທີ 2 ກັບຜູ້ນໍາອາເມລິກາ ຈະເກີດຂຶ້ນ ເຖິງຍັງບໍ່ມີຄວາມຊັດເຈນກ່ຽວກັບການປະຊຸມຈະເກີດຂຶ້ນເດືອນປີໃດ ແຕ່ມີລາຍງານວ່າ: “ອາດຈະເປັນທີ່ບາງກອກ ປະເທດໄທ, ນະຄອນຫຼວງຮ່າໂນຍ ແລະ ເກາະຮາວາຍ ເປັນບ່ອນມີຄວາມເປັນໄດ້ຫຼາຍທີ່ສຸດວ່າຈະມີການຂໍໃຊ້ເປັນສະຖານທີ່ຈັດກອງປະຊຸມຄັ້ງ 2 ນີ້”.

ຂ່າວບອກຕື່ມວ່າ ໃນການຢ້ຽມຢາມຂອງຜູ້ນໍາເກົາຫຼີ ກັບ ຈີນ ເປັນທີ່ໜ້າສັງເກດການວ່າ ຈີນ ກັບ ເກົາຫຼີເໜືອ ເກັບຂໍ້ມູນເປັນຄວາມລັບຫຼາຍກວ່າປົກກະຕິ ໂດຍມີການຄ່ອຍເປີດເຜີຍລາຍງານຫຼັງ ຄິມ ແລະ ຄະນະເດີນທາງອອກຈາກ ນະຄອນຫຼວງປັກກິ່ງດ້ວຍລົດໄຟ.

 

 

 

 

 

 

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນຈາກ: dailynews.co.th

ຮູບພາບຈາກ: voicetv.co.th

ບົດຄວາມຫຼ້າສຸດ

ສ ເກົາຫຼີ ມອບທຶນຈຳນວນ 6 ລ້ານໂດລາ ເພື່ອຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາ ກຳນົດຈັດຕັ້ງປະຕິບັດ 2025-2029

ລັດຖະບານ ສ ເກົາຫຼີສະໜອງທຶນຊ່ວຍເຫຼືອລ້າໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວ ເມືອງຄຳເກີດ ພິທີເຊັນບົດບັນທຶກການຮ່ວມມືໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວເມືອງຄຳເກີດ ແຂວງບໍລິຄຳໄຊ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...

ຍທຂ ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ

ຍທຂ ປະກາດການຈັດຕັ້ງ ພະນັກງານການນຳຂັ້ນສູງ. ເມື່ອບໍ່ດົນມານີ້, ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ ແລະ ຍົກຍ້າຍ...

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ພິທີໂຮມຊຸມນຸມ ສະເຫລີມສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ໄດ້ຈັດຂຶ້ນໃນວັນທີ...

ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ

ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ ວັນທີ 8 ສິງຫາ 2025 ນີ້, ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກ ແລະ ປກສ...