spot_img
Homeຂ່າວພາຍ​ໃນຄບຕ ນະຄອນຫຼວງ ເກັບຂີ້ເຫຍື້ອໜຶ່ງປີເກືອບ 80 ພັນໂຕນ

ຄບຕ ນະຄອນຫຼວງ ເກັບຂີ້ເຫຍື້ອໜຶ່ງປີເກືອບ 80 ພັນໂຕນ

Published on

ໃນປີ 2018 ຜ່ານມາ ກອງບໍລິການຂົນສົ່ງຂີ້ເຫຍື່ອ ຫ້ອງການຄຸ້ມຄອງ ແລະ ບໍລິຫານຕົວເມືອງ ນະຄອນຫຼວງວຽງຈັນ (ຄບຕ) ເກັບມ້ຽນຂີ້ເຫຍື້ອຈາກຄົວເຮືອນ ແລະ ສໍານັກງານຕ່າງໆ ໄດ້ 14.949 ຖ້ຽວ ຈໍານວນ 79.569 ໂຕນ, ຂົ່ນສົ່ງຂີ້ເຫຍື້ອສາທາລະນະເສັ້ນທາງ 21 ເສັ້ນ ແລະ ສວນສາທາລະນາ 639 ຖ້ຽວ. ໃນແຜນການຕໍ່ໜ້າຈະຂະຫຍາຍການບໍລິການລູກຄ້າຜູ້ໃຊ້ບໍລິການໃນຂອບເຂດຄວາມຮັບຜິດຊອບໃຫ້ໄດ້ 10%/ປີ.

ທ່ານ ສອນທະວີ ພິມມະສານ ຫົວໜ້າກອງບໍລິການຂົນສົ່ງຂີ້ເຫຍື່ອ ຫ້ອງການຄຸ້ມຄອງ ແລະ ບໍລິຫານຕົວເມືອງ ນະຄອນຫຼວງວຽງຈັນ (ຄບຕ) ກ່າວໃນພິທີສະຫຼຸບຜົນງານປະຈໍາປີ 2018 ວ່າ: ໃນ 1 ປີຜ່ານມາ ກອງຄຸ້ມຄອງຂີ້ເຫຍື້ອໄດ້ວາງແຜນເດີນລົດ (ເປັນແຕ່ລະເຂດ) ເພື່ອເກັບມ້ຽນຂີ້ເຫຍື້ອຈາກຄົວເຮືອນ ແລະ ສໍານັກງານຕ່າງໆ ໄດ້ 14.949 ຖ້ຽວ ຈໍານວນ 79.569 ໂຕນ, ຂົ່ນສົ່ງຂີ້ເຫຍື້ອສາທາລະນະຕາມເສັ້ນທາງ 21 ເສັ້ນ ແລະ ສວນສາທາລະນາ 639 ຖ້ຽວ, ຂົນສົ່ງຂີ້ເຫຍື້ອຂະບວນການອອກແຮງງານ 62 ຖ້ຽວ ດ້ວຍແຮງງານ 252 ຄົນ. ນອກນັ້ນ, ໄດ້ເກັບມ້ຽນຂີ້ເຫຍື້ອໄປຖອກຢູ່ສະໜາມແຕ່ລະວັນ ຈາກພາກສ່ວນຕ່າງໆ 29.053 ຖ້ຽວ 108.024 ໂຕນ, ຈູດທໍາລາຍຂີ້ເຫຍື້ອຕິດເຊື້ອ 129.041 ກິໂລກຣາມ, ຝັງຂີ້ເຫຍື້ອຕິດເຊື້ອ 232 ຖ້ຽວເທົ່າກັບ 170.450 ກິໂລກຣາມ, ແກ່ດິນແດງຖົມຂີ້ເຫຍື້ອ 5.369 ຖ້ຽວເທົ່າກັບ 37.587 ແມັດກ້ອນ.

ສໍາລັບແຜນພັດທະນາຕໍ່ໜ້າ ຈະເອົາໃຈໃສ່ປັບປຸງຂອດການບໍລິການໃຫ້ດີຂຶ້ນ ເພື່ອຮັບປະກັນຄວາມສະອາດໃນຂອບເຂດບໍລິການ ໂດຍສະເພາະລະບົບການຈັດຕັ້ງລົດຂົນສົ່ງຕາມຮູບແບບບໍລິການໃໝ່ ແລະ ຖືກຕ້ອງຕາມເວລາການນັດໝາຍ, ສຶບຕໍ່ປັບປຸງສະໜາມຂີ້ເຫຍື້ອຫຼັກ 32 ໃຫ້ຖືກຕ້ອງຕາມມາດຕະຖານເຕັກນິກໃນການຝັງຂີ້ເຫຍື້ອ, ສ້ອມແປງທາງເຂົ້າຖອກຂີ້ເຫຍື້ອໃຫ້ສະດວກ, ຄົ້ນຄວ້າປ້ອງກັນອັກຄີໄພບໍ່ໃຫ້ເກີດໄຟໄໝ້ສະໜາມຂີ້ເຫຍື້ອ, ເອົາໃຈໃສ່ຂະຫຍາຍບໍລິການລູກຄ້າຜູ້ໃຊ້ບໍລິການໃນຂອບເຂດຄວາມຮັບຜິດຊອບໃຫ້ໄດ້ 10%/ປີ ພ້ອມທັງເອົາໃຈໃສ່ເກັບມ້ຽນຂີ້ເຫຍື້ອສາທາລະນະໃຫ້ມີຄວາມສະອາດ.

 

 

 

 

 

 

 

 

 

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນຈາກ: ໜັງສືພິມວຽງຈັນໃໝ່

ຮູບພາບຈາກ: laophatthananews.blogspot.com

ບົດຄວາມຫຼ້າສຸດ

ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025

ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ຢ່າງເປັນທາງການ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ໄຂຂຶ້ນໃນວັນທີ29 ພຶດສະພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ...

ຈັດພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA Arena ແຫ່ງທຳອິດຂອງ ສປປ ລາວ

ພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA Arena ແຫ່ງທຳອິດຂອງ ສປປ ລາວ. ສະຫະພັນບານເຕະແຫ່ງຊາດລາວຮ່ວມກັບສະຫະພັນບານເຕະນານາຊາດ(FIFA), ອຳນາດການປົກຄອງນະຄອນຫຼວງວຽງຈັນ,ເມືອງໄຊເສດຖາ ແລະ ບ້ານນາຄວາຍໃຕ້ ຈັດພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA(FIFA Arena Project) ແຫ່ງທຳອິດຂອງ...

ລາວ ແລະ ມາເລເຊຍ ໄດ້ເປີດຕົວເສັ້ນທາງ ການຄ້າທາງລົດໄຟ-ທະເລ ແຫ່ງໃໝ່

ລາວ ແລະ ມາເລເຊຍ ໄດ້ເປີດຕົວເສັ້ນທາງ ການຄ້າທາງລົດໄຟ-ທະເລ ແຫ່ງໃໝ່ ເພື່ອເສີມສ້າງລະບົບການຂົນສົ່ງໃນພາກພື້ນ, ສົ່ງເສີມການຮ່ວມມືທາງເສດຖະກິດ, ແລະ ເຊື່ອມຕໍ່ອາຊີຕາເວັນອອກສຽງໃຕ້ ເຂົ້າກັບເສັ້ນທາງການຄ້າໂລກ. ອີງຕາມການລາຍງານຂອງເວັບໄຊຕ໌ຂ່າວການຂົນສົ່ງທາງລົດໄຟ Railway Supply. ໃນວັນທີ 25 ພຶດສະພາ, ບໍລິສັດ Penang Port Sdn Bhd ແລະ...

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ເດີນທາງຢ້ຽມຢາມ ມາເລເຊຍ ຢ່າງເປັນທາງການ

ລາວ-ມາເລເຊຍ ຮັດແໜ້ນສາຍພົວພັນ ແລະ ການຮ່ວມມືສອງຝ່າຍ ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ອັນວາ ອິບຣາຮິມ, ນາຍົກລັດຖະມົນຕີ ແຫ່ງ ມາເລເຊຍ, ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ...