spot_img
Homeຂ່າວທ້ອງຖິ່ນຂ່າວດີ! ສັກຢາປ້ອງກັນໝາວໍ້-ແມວ ຟຣີ

ຂ່າວດີ! ສັກຢາປ້ອງກັນໝາວໍ້-ແມວ ຟຣີ

Published on

ວິທະຍາໄລເຕັກນິກກະສິກໍາດົງຄໍາຊ້າງ ແຈ້ງການສັກຢາວັກຊິນ ແລະ ຢາປ້ອງກັນພະຍາດກາຝາກໝາ-ແມວ ໂດຍບໍ່ເສຍຄ່າໃຊ້ຈ່າຍໃດໆ ໃນວັນທີ 16 ມັງກອນ 2019, ທີ່ວິທະຍາໄລເຕັກນິກກະສິກໍາດົງຄໍາຊ້າງ.

ຜູ້ອໍານວຍການວິທະຍາໄລເຕັກນິກກະສິກໍາດົງຄໍາຊ້າງ ແຈ້ງການ ວັນທີ 7 ມັງກອນ 2019, ເຖິງບັນດາຜູ້ທີ່ມີສັດລ້ຽງປະເພດໝາ-ແມວ ວ່າ: ວິທະຍາໄລເຕັກນິກກະສິກໍາດົງຄໍາຊ້າງ ແລະ ນັກສຶກສາສັດຕະວະແພດອາສາສະໝັກຈາກມະຫາວິທະຍາໄລຄອນກຸກ ສສ ເກົາຫຼີ ຈະເປີດບໍລິການສັກວັກຊິນ, ຢາປ້ອງກັນ ແລະ ປິ່ນປົວພະຍາດກາຝາກໃຫ້ກັບໝາ-ແມວຄື: ສັກຢາປ້ອງກັນພະຍາດວໍ້, ວັກຊິນລວມ(DHPPL), ສັກປ້ອງກັນແລະປິ່ນປົວພະຍາດກາຝາກ (ທັງພາຍໃນແລະພາຍນອກ) ທີ່ວິທະຍາໄລເຕັກນິກກະສິກໍາດົງຄໍາຊ້າງ ໂດຍບໍ່ເສຍຄ່າໃຊ້ຈ່າຍໃດໆ ເຊິ່ງຈະເລີ່ມແຕ່ເວລາ 7:30-17:30 ຂອງວັນທີ 16 ມັງກອນ 2019.

ຖ້າຫາກຜູ້ທີ່ມີສັດລ້ຽງປະເພດໝາ-ແມວ ທີ່ມີຄວາມສົນໃຈຢາກສັກວັກຊິນ, ຢາປ້ອງກັນ ແລະ ປິ່ນປົວພະຍາດກາຝາກໃຫ້ແກ່ສັດລ້ຽງຂອງຕົນ ສາມາດນໍາເອົາໝາ-ແມວຂອງທ່ານມາສັກໄດ້ຕາມວັນ ແລະ ເວລາທີ່ກໍານົດໄວ້ ຢໍ້າ! ບໍ່ມີຄ່າໃຊ້ຈ່າຍໃດໆ.

 

 

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນຈາກ: ວິທະຍາໄລເຕັກນິກກະສິກໍາດົງຄໍາຊ້າງ

ບົດຄວາມຫຼ້າສຸດ

ປະຊາຊົນຊາວມາເລເຊຍຮວມຕົວກັນຫຼາຍພັນຄົນ ເພື່ອຮຽກຮ້ອງຄວາມຍຸຕິທຳ ໃຫ້ຊາຣາ ທີ່ເສຍຊີວິດຢ່າງປິສະໜາ

#JusticeForZara ແຮັດແທັກ (hastag) ເຕັມສື່ສັງຄົມອອນລາຍໃນປະເທດມາເລເຊຍ ເພື່ອຮຽກຮ້ອງຄວາມຍຸຕິທຳໃຫ້ ຊາຣາ ເດັກຍິງອາຍຸ 13 ປີ ເສຍຊີວິດປິດສະໜາ, ທ່າມກາງຂ່າວລືວ່າ ຊາຣາ ເປັນເຫຍື່ອຈາກການຖືກບູລີ້ ແລະ...

ເສຍຊີວິດເວທີດຽວກັນ! ຂ່າວເສົ້າວົງການມວຍຍີ່ປຸ່ນ ເມື່ອ 2 ນັກຊົກຈາກແດນປາດິບເສຍຊີວິດຫຼັງຂຶ້ນຊົກມວຍ ໝໍເຜີຍເລືອດອອກໃນເຫຍື້ອຫຸ້ມສະໝອງ.

ວົງການມວຍຍີ່ປຸ່ນເສົ້າ! 2 ນັກຊົກມວຍເສຍຊີວິດເວທີດຽວກັນ ຫຼັງໄດ້ຮັບອາການບາດເຈັບ ໝໍເຜີຍເລືອດອອກໃນເຫຍື້ອຫຸ້ມສະໝອງ. ສຳນັກຂ່າວຕ່າງປະເທດລາຍງານເຫດການສຸດສະຫຼົດ ຂອງວົງການມວຍຍີ່ປຸ່ນ ໄດ້ເກີດເຫດການສຸດຊ໋ອກ ຫຼັງຈາກຊິເງໂຕຊິ ນັກຊົກອາຍຸ 28 ປີ ເສຍຊີວິດ ເມື່ອວັນສຸກ 8...

ສ ເກົາຫຼີ ມອບທຶນຈຳນວນ 6 ລ້ານໂດລາ ເພື່ອຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາ ກຳນົດຈັດຕັ້ງປະຕິບັດ 2025-2029

ລັດຖະບານ ສ ເກົາຫຼີສະໜອງທຶນຊ່ວຍເຫຼືອລ້າໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວ ເມືອງຄຳເກີດ ພິທີເຊັນບົດບັນທຶກການຮ່ວມມືໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວເມືອງຄຳເກີດ ແຂວງບໍລິຄຳໄຊ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...

ຍທຂ ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ

ຍທຂ ປະກາດການຈັດຕັ້ງ ພະນັກງານການນຳຂັ້ນສູງ. ເມື່ອບໍ່ດົນມານີ້, ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ ແລະ ຍົກຍ້າຍ...