spot_img
Homeຂ່າວຕ່າງປະເທດຄີມ ຈອງ ອືນ ຜູ້ນໍາເກົາຫຼີເໜືອ ຢ້ຽມຢາມແດນຈີນ ອີກຄັ້ງ!

ຄີມ ຈອງ ອືນ ຜູ້ນໍາເກົາຫຼີເໜືອ ຢ້ຽມຢາມແດນຈີນ ອີກຄັ້ງ!

Published on

ຄີມ ຈອງອຶນ ຜູ້ນໍາເກົາຫຼີເໜືອ ພ້ອມດ້ວຍພັນລະຍາ ເດືອນທາງຢ້ຽມຢາມ ສປ ຈີນ ດ້ວຍລົດໄຟ ເປັນຄັ້ງທີ 4 ຕາມຄໍາເຊີນຂອງ ສີ ຈິ້ນ ຜິງ ຜູ້ນໍາຂອງ ສປ.ຈີນ ໂດຍມີກໍານົດການມາ 4 ມື້ ເພື່ອຫວັງຈະຫາລືຄວາມຄືບໜ້າກ່ຽວກັບການປະຊຸມສຸດຍອດກັບ ໂດຣນັລ ທຣໍ້າ ຜູ້ນໍາອາເມລິກາ ຄັ້ງທີ2.

ວັນທີ 8 ມັງກອນ 2019 ສໍານັກຂ່າວຕ່າງປະເທດເກາະຕິດການເດີນທາງມາທີ່ ປະເທດຈີນ ໃນກອງປະຊຸມສຸດຍອດກັບ ສີ ຈິ້ນ ຜິງ ປະທານາທິບໍດີ ສປ.ຈີນ, ຂ່າວແຈ້ງວ່າ ຄີມ ຈອງ ອຶນ ໄດ້ເດີນທາງໄປທີ່ ນະຄອນປັກກິ່ງ ພ້ອມກັບພັນລະຍາ ຮີຊອລ ຈູ ກຣິຍາ ເຊິ່ງມີກໍານົດການມາລະຫວ່າງວັນທີ 7-10 ມັງກອນ 2019 ເພື່ອຫາລືກ່ຽວກັບຄວາມຄືບໜ້າຂອງການປະຊຸມສຸດຍອດລະຫວ່າງ ຄີມ ຈອງອຶນ ກັບ ໂດຣນັລ ທຣໍ້າ ເປັນຄັ້ງທີ2 ຫຼັງມີການປະຊຸມສຸດຍອດຮ່ວມກັນຄັ້ງທໍາອິດທີ່ ສິງກະໂປ ໃນປີຜ່ານມາ.

ທັງນີ້, ການປະຊຸມທຸກຄັ້ງລ້ວນແຕ່ເປັນການປະຊຸມທີ່ເກີດຂຶ້ນກ່ອນ ແລະ ຫຼັງການຫາລືລະຫວ່າງຜູ້ນໍາເກົາຫຼີເໜືອ ກັບ ໂດຣນັລ ທຣໍ້າ ປະທານາທິບໍດີອາເມລິກາ ແລະ ມຸນ ແຈ ອິນ ປະທານາທິບໍດີເກົາຫຼີໃຕ້. ພ້ອມນັ້ນ, ຫຼາຍຝ່າຍໄດ້ວິເຄາະ ຄີມ ໃນການໄປ ຈີນ ຄັ້ງນີ້ວ່າ: “ອາດຈະເປັນການສົ່ງສັນຍານວ່າ ຈະມີການພົບປະຫາລືກັບ ທຣໍ້າ ເປັນຄັ້ງທີ2 ວ່າມັນຈະເກີດຂຶ້ນແທ້ ຫຼື ບໍ່ ແລະ ການໄປຈີນຄັ້ງທີ 4 ຂອງ ຄີມ ຕາມຄໍາເຊີນຂອງປະທານາທິບໍດີ ຈີນ ມີຂຶ້ນພຽງ 4 ມື້ ພາຍຫຼັງ ຄີມ ເຕືອນວ່າລັດຖະບານເກົາຫຼີເໜີອອາດປ່ຽນວິທີທາງຖ້າ ອາເມລິກາ ຍັງບໍ່ຜ່ອນມາດຕະການຂວໍ້າບາດບາງມາດຕະການທາງເສດຖະກິດ ແລະ ອ່ອນແຮງກົດດັນຕໍ່ເກົາຫຼີເໜືອ”.

 

 

 

 

 

 

 

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນຈາກ: .thairath.co.th, dailynews.co.th

ຮູບພາບຈາກ: posttoday.com

ບົດຄວາມຫຼ້າສຸດ

ພາກເໜືອ-ກາງ ກຽມຮັບມືກັບຝົນຕົກໃນໄລຍະວັນທີ 12 ຫາ 17 ເມສາ 2025

ຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມ, ຫມາກເຫັບຕົກ ແລະ ລົມພັດແຮງ ໃນໄລະຍະວັນທີ 12 ຫາ 17 ເມສາ 2025 ຄວາມກົດດັນສູງອາກາດເຢັນທີ່ປະເທດຈີນຈະແຜ່ລົງມາປົກຄຸມຢູ່ເຂດພາກເຫນືອ ແລະ ພາກກາງ...

ໃນປີ 2024 ແຂວງໄຊສົມບູນ ກວດພົບພະນັກງານ ສໍ້ລາດບັງຫຼວງ 3 ຄົນ ມູນຄ່າເສຍຫາຍເກືອບ 20 ລ້ານກີບ

ແຂວງໄຊສົມບູນ ກວດພົບພະນັກງານ ສໍ້ລາດບັງຫຼວງ 3 ຄົນ ມູນຄ່າເສຍຫາຍເກືອບ 20 ລ້ານກີບ ໃນປີ 2024 ຄະນະກວດກາພັກ,ອົງການກວດກາລັດ ແຂວງໄຊສົມບູນ ຈັດກອງປະຊຸມ ສະຫຼຸບຕີລາຄາວຽກງານກວດກາທົ່ວແຂວງໄຊສົມບູນ ປະຈຳປີ...

ກອງທັບປະຊາຊົນລາວ ສິ້ນສຸດພາລະກິດ ຊ່ວຍເຫຼືອຜູ້ປະສົບໄພແຜ່ນດິນໄຫວຢູ່ ສສ ມຽນມາ

ກອງທັບປະຊາຊົນລາວ ສໍາເລັດການຊ່ວຍເຫຼືອຜູ້ປະສົບໄພແຜ່ນດິນໄຫວຢູ່ ສສ ມຽນມາ ໃນວັນທີ 8 ເມສາ ຜ່ານມາ ຄະນະປະຕິບັດງານຊ່ວຍເຫຼືອຜູ້ປະສົບແຜ່ນດິນໄຫວຂອງກອງທັບປະຊາຊົນລາວ ນຳໂດຍສະຫາຍ ພັນເອກ ປາດຖະໜາ ບຸດຕິຈັກ ຮອງຫົວໜ້າຫ້ອງການກົມໃຫຍ່ເສນາທິການກອງທັບ, ຄະນະກຳມະການຄຸ້ມຄອງໄພພິບັດກະຊວງປ້ອງກັນປະເທດ,...

ຕົກກາງທະເລ! ເຮລິຄອບເຕີແພດຍີ່ປຸ່ນຕົກທະເລ ຂະນະຂົນສົ່ງຜູ້ປ່ວຍໄປໂຮງໝໍ

ເຮລິຄອບເຕີແພດຂອງຍີ່ປຸ່ນເກີດເຫດຕົກກາງທະເລ ຂະນະກຳລັງຂົນສົ່ງຜູ້ປ່ວຍໄປໂຮງໝໍ ເຮັດໃຫ້ມີຜູ້ເສຍຊີວິດ 3 ຄົນ. ສຳນັກຂ່າວຕ່າງປະເທດລາຍງານ ເຫດເຮລິຄອບເຕີແພດຍີ່ປຸ່ນລຳໜຶ່ງຕົກກາງທະເລ ຂະນະກຳລັງຮັບ-ສົ່ງຜູ້ປ່ວຍ 1 ຄົນໄປໂຮງໝໍ ໂດຍເດີນທາງຈາກສະໜາມບິນສຶຊິມະ ໃນຈັງຫວັດນາງາຊາກິ ໄປໂຮງໝໍໃນເມືອງຟຸຄຸໂອກະ ເມື່ອວັນທີ 6...