spot_img
Homeຂ່າວຕ່າງປະເທດຍີ່ປຸ່ນ ເລີ່ມເກັບພາສີຂາອອກແລ້ວ

ຍີ່ປຸ່ນ ເລີ່ມເກັບພາສີຂາອອກແລ້ວ

Published on

ລັດຖະບານຍີ່ປຸ່ນ ມີນະໂຍບາຍໃນການເກັບພາສີຂາອອກສໍາລັບນັກທ່ອງທ່ຽວ ແລະ ນັກທຸລະກິດທຸກສັນຊາດ 1.000 ເຢນ ຫຼື 77.660 ກີບ/ຄົນ ໂດຍມີຜົນເລີ່ມບັງຄັບໃຊ້ຢ່າງເປັນທາງການແລ້ວ ແຕ່ຍົກເວັ້ນຜູ້ໂດຍສານທີ່ລົງປ່ຽນຖ້ຽວບິນຢູ່ຍີ່ປຸ່ນພາຍໃນເວລາບໍ່ເກີນ 24 ຊົ່ວໂມງ. ປີ 2019 ຍີ່ປຸ່ນ ຕັ້ງເປົ້າເກັບພາສີດັ່ງກ່າວໃຫ້ໄດ້ 50.000 ລ້ານເຢນ ຫຼື 3.883.000 ລ້ານກີບ ເພື່ອການພັດທະນາໂຄງສ້າງພື້ນຖານດ້ານການທ່ອງທ່ຽວ.

ສໍານັກຂ່າວຕ່າງປະເທດລາຍງານຈາກ ນະຄອນຫຼວງໂຕກຽວ ປະເທດຍີ່ປຸ່ນ ວັນທີ 7 ມັງກອນ 2019 ວ່າ ສໍານັກງານນາຍົກລັດຖະມົນຕີ ຍີ່ປຸ່ນ ອອກຖະແຫຼງການ ກ່ຽວກັບການເກັບພາສີຂາອອກສໍາລັບນັກທ່ອງທ່ຽວ ແລະ ນັກທຸລະກິດທຸກຄົນ (ອາຍຸ 2 ປີຂຶ້ນໄປ) ບໍ່ວ່າຈະຖືສັນຊາດໃດກໍຕາມ ພາສີດັ່ງກ່າວມີຊື່ວ່າ: “ພາສີຊາໂຍນາຣະ” ຫຼື ຄ່າທໍານຽນອອກນອກປະເທດ ດ້ວຍອັດຕາ 1.000 ເຢນ ຫຼື 77.660 ກີບ/ຄົນ ມີຜົນບັງຄັບໃຊ້ເປັນທາງການແລ້ວ ເຊິ່ງລາຄາດັ່ງກ່າວຈະລວມຢູ່ໃນບັດໂດຍສານຖ້ຽວບິນໂດຍອັດຕະໂນມັດ ແຕ່ຍົກເວັ້ນຜູ້ໂດຍສານທີ່ລົງປ່ຽນຖ້ຽວບິນຢູ່ຍີ່ປຸ່ນພາຍໃນເວລາບໍ່ເກີນ 24 ຊົ່ວໂມງ.

ທັງນີ້, ນາຍົກລັດຖະມົນຕີ ຊິນໂຊ ອາເບະ ໄດ້ຕັ້ງເປົ້າໝາຍເກັບພາສີດັ່ງກ່າວ, ໃນປີນີ້ 2019 ໃຫ້ໄດ້ 50.000 ລ້ານເຢນ ຫຼື 3.883.000 ລ້ານກີບ ຂອງແຜນງົບປະມານ ເພື່ອພັດທະນາໂຄງສ້າງພື້ນຖານດ້ານການທ່ອງທ່ຽວທີ່ກ່ຽວຂ້ອງ ເຊັ່ນ: ການປະຕິຮູບລະບົບກວດຄົນເຂົ້າເມືອງ ແລະ ການປະຕິຮູບກະແສທ່ອງທ່ຽວເມືອງ. ອີງຕາມສະຖິຕິນັກທ່ອງທ່ຽວຕ່າງປະເທດທີ່ເຂົ້າມາ ຍີ່ປຸ່ນ ໃນປີຜ່ານມາຫຼາຍກວ່າ 30 ລ້ານຄົນ ສູງທີ່ສຸດເປັນປະຫວັດສາດ ພ້ອມນັ້ນ, ລັດຖະບານ ຍີ່ປຸ່ນໄດ້ຕັ້ງເປົ້າຫວັງຈະດຶງດູດນັກທ່ອງທ່ຽວໃຫ້ໄດ້ 40 ລ້ານຄົນພາຍໃນປີ 2020 ເຊິ່ງເປັນປີທີີ ນະຄອນຫຼວງໂຕກຽວເປັນເຈົ້າພາບການແຂ່ງຂັນ ໂອລິມປິກ ແລະ ຖືກກັບລະດູຮ້ອນພໍດີ.

 

 

 

 

 

 

 

 

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນຈາກ: dailynews.co.th, posttoday.com

ຮູບພາບຈາກ: posttoday.com

ບົດຄວາມຫຼ້າສຸດ

ປະຊາຊົນຊາວມາເລເຊຍຮວມຕົວກັນຫຼາຍພັນຄົນ ເພື່ອຮຽກຮ້ອງຄວາມຍຸຕິທຳ ໃຫ້ຊາຣາ ທີ່ເສຍຊີວິດຢ່າງປິສະໜາ

#JusticeForZara ແຮັດແທັກ (hastag) ເຕັມສື່ສັງຄົມອອນລາຍໃນປະເທດມາເລເຊຍ ເພື່ອຮຽກຮ້ອງຄວາມຍຸຕິທຳໃຫ້ ຊາຣາ ເດັກຍິງອາຍຸ 13 ປີ ເສຍຊີວິດປິດສະໜາ, ທ່າມກາງຂ່າວລືວ່າ ຊາຣາ ເປັນເຫຍື່ອຈາກການຖືກບູລີ້ ແລະ...

ເສຍຊີວິດເວທີດຽວກັນ! ຂ່າວເສົ້າວົງການມວຍຍີ່ປຸ່ນ ເມື່ອ 2 ນັກຊົກຈາກແດນປາດິບເສຍຊີວິດຫຼັງຂຶ້ນຊົກມວຍ ໝໍເຜີຍເລືອດອອກໃນເຫຍື້ອຫຸ້ມສະໝອງ.

ວົງການມວຍຍີ່ປຸ່ນເສົ້າ! 2 ນັກຊົກມວຍເສຍຊີວິດເວທີດຽວກັນ ຫຼັງໄດ້ຮັບອາການບາດເຈັບ ໝໍເຜີຍເລືອດອອກໃນເຫຍື້ອຫຸ້ມສະໝອງ. ສຳນັກຂ່າວຕ່າງປະເທດລາຍງານເຫດການສຸດສະຫຼົດ ຂອງວົງການມວຍຍີ່ປຸ່ນ ໄດ້ເກີດເຫດການສຸດຊ໋ອກ ຫຼັງຈາກຊິເງໂຕຊິ ນັກຊົກອາຍຸ 28 ປີ ເສຍຊີວິດ ເມື່ອວັນສຸກ 8...

ສ ເກົາຫຼີ ມອບທຶນຈຳນວນ 6 ລ້ານໂດລາ ເພື່ອຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາ ກຳນົດຈັດຕັ້ງປະຕິບັດ 2025-2029

ລັດຖະບານ ສ ເກົາຫຼີສະໜອງທຶນຊ່ວຍເຫຼືອລ້າໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວ ເມືອງຄຳເກີດ ພິທີເຊັນບົດບັນທຶກການຮ່ວມມືໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວເມືອງຄຳເກີດ ແຂວງບໍລິຄຳໄຊ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...

ຍທຂ ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ

ຍທຂ ປະກາດການຈັດຕັ້ງ ພະນັກງານການນຳຂັ້ນສູງ. ເມື່ອບໍ່ດົນມານີ້, ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ ແລະ ຍົກຍ້າຍ...