spot_img
Homeຂ່າວທ້ອງຖິ່ນລາຍຮັບຈາກພາສີເພີ່ມຂຶ້ນຫຼາຍກວ່າ 336 ຕື້ກີບ ແຕ່ຍັງບໍ່ບັນລຸເປົ້າໝາຍ

ລາຍຮັບຈາກພາສີເພີ່ມຂຶ້ນຫຼາຍກວ່າ 336 ຕື້ກີບ ແຕ່ຍັງບໍ່ບັນລຸເປົ້າໝາຍ

Published on

ປີ 2018 ຂະແໜງພາສີ ສາມາດເກັບລາຍຮັບເພີ່ມຂຶ້ນຫຼາຍກວ່າ 336 ຕື້ກີບ ທຽບໃສ່ປີ 2017 ແຕ່ຍັງບໍ່ໍບັນລຸເປົ້າໝາຍທີ່ສະພາແຫ່ງຊາດຮັບຮອງທີ່ຕົວເລກ 7.200 ຕື້ກີບ, ດ້ານທ່ານຮອງນາຍົກ ໄດ້ເນັ້ນໃຫ້ເພີ່ມທະວີວຽກງານຕ້ານ ແລະ ສະກັດກັ້ນການລັກລອບພາສີຢູ່ຊາຍແດນ.

ກອງປະຊຸມສະຫຼຸບຕີລາຄາວຽກງານຮອບດ້ານປະຈໍາປີ 2018, ກໍານົດທິດທາງແຜນການ ແລະ ມາດຕະການຈັດຕັ້ງປະຕິບັດ ປະຈໍາປີ 2019 ຂອງຂະແໜງພາສີທົ່ວປະເທດ ຈັດຂຶ້ນວັນທີ 4 ມັງກອນ 2019, ທີ່ນະຄອນຫຼວງວຽງຈັນ ໃຫ້ກຽດເຂົ້າຮ່ວມໂດຍທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ພ້ອມດ້ວຍຫົວໜ້າ-ຮອງຫົວໜ້າ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ບຸນປະເສີດ ສີກຸນລະບຸດ, ຮັກສາການຫົວໜ້າກົມພາສີ ກະຊວງການເງິນ ລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນລາຍຮັບ ແລະ ວຽກງານວິຊາສະເພາະຂອງຂະແໜງພາສີໃນປີ 2018 ຢູ່ໃນທ່າມກາງສະພາບແວດລ້ອມທີ່ມີຄວາມທ້າທາຍຫຼາຍດ້ານ ເຊັ່ນ: ຕົວເລກແຜນຈັດເກັບລາຍຮັບທີ່ສະພາແຫ່ງຊາດໄດ້ຮັບຮອງໃນຂະແໜງພາສີ 7.200 ຕື້ກີບ ແຕ່ຜ່ານການຈັດເກັບລາຍຮັບຕົວຈິງສາມາດປະຕິບັດໄດ້ 6.637 ຕື້ກີບ ເທົ່າກັບ 92,18% ຂອງແຜນປີ ຖ້າທຽບໃສ່ໄລຍະດຽວກັນເພີ່ມຂຶ້ນ 5,33% ຫຼື ເທົ່າກັບ 336 ຕື້ກີບ ໃນນັ້ນ, ລາຍຮັບຂັ້ນສູນກາງ (ກົມພາສີ) ສາມາດປະຕິບັດໄດ້ 58 ຕື້ກວ່າກີບ ເທົ່າກັບ 114,84% ຂອງແຜນປີ, ພະແນກ PCA ປະຕິບັດໄດ້ 97,69% ຂອງແຜນປີ, ກອງຄຸ້ມຄອງພາສີ I ໄດ້ 85,67%, ກອງຄຸ້ມຄອງພາສີ II ໄດ້ 109,30%, ພາສີ III ໄດ້ 106,05%, ພາສີ IV ໄດ້ 80,18%, ພາສີV ໄດ້ 90,27%, ພາສີ VI ໄດ້ 89,73 ແລະ ກອງຄຸ້ມຄອງພາສີ VII ໄດ້ 98,89% ຂອງແຜນປີ.

ໂອກາດດັ່ງກ່າວ, ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ໃຫ້ກຽດໂອ້ລົມ ແລະ ໃຫ້ທິດຊີ້ນໍາກ່ຽວກັບວຽກງານດັ່ງກ່າວຄື: ໃນໄລຍະຜ່ານມາເຫັນວ່າຍັງມີບາງດ້ານຕ້ອງໄດ້ປັບປຸງ ໂດຍສະເພາະກອງກວດກາພາສີປະຈໍາແຂວງ, ພະແນກຕ້ານ ແລະ ສະກັດກັ້ນການລັກລອບສິນຄ້າໜີພາສີ, ການຊັບຊ້ອນ ແລະ ຈັດວາງພະນັກງານເຈົ້າໜ້າທີ່ພາສີ ໃຫ້ສອດຄ່ອງກັບພາລະບົດບາດ ກັບການຈັດຕັ້ງປະຕິບັດໜ້າວຽກຕົວຈິງ. ພ້ອມນັ້ນ, ຈົ່ງເພີ່ມທະວີວຽກງານຕ້ານ ແລະ ສະກັດກັ້ນການລັກລອບໜີພາສີຕາມເຂດຊາຍແດນ, ໃຫ້ຂຸ້ນຂ້ຽວປັບປຸງນິຕິກໍາເພື່ອເປັນເງື່ອນໄຂ ແລະ ທ່າແຮງບົ່ມຊ້ອນໃນການຈັດເກັບລາຍຮັບເຂົ້າງົບປະມານ, ຄຸ້ມຄອງດ້ານລາຄາການແຈ້ງພາສີ, ແກ້ໄຂລົດບໍ່ຖືກຕ້ອງ, ຄຸ້ມຄອງການນໍາເຂົ້າວັດຖຸອຸປະກອນ, ພາຫະນະກົນຈັກ ແລະ ສິນຄ້າອື່ນໆ, ສົ່ງເສີມໃຫ້ມີການຜະລິດພາຍໃນໃຫ້ຫຼາຍຂຶ້ນ, ຫຼຸດຜ່ອນພາສີຂອງບັນດາໂຄງການລົງທຶນຕ່າງໆໃຫ້ນໍາໃຊ້ຖືກຕ້ອງຕາມເປົ້າໝາຍ ເພື່ອເປັນການຮັບປະກັນໃຫເກ່ການຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດ ຕາມແຜນທີ່ວາງໄວ້.

 

 

 

 

 

 

 

 

 

 

 

 

 

 

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນ, ຮູບພາບຈາກ: ກະຊວງການເງິນ

ບົດຄວາມຫຼ້າສຸດ

ປະຊາຊົນຊາວມາເລເຊຍຮວມຕົວກັນຫຼາຍພັນຄົນ ເພື່ອຮຽກຮ້ອງຄວາມຍຸຕິທຳ ໃຫ້ຊາຣາ ທີ່ເສຍຊີວິດຢ່າງປິສະໜາ

#JusticeForZara ແຮັດແທັກ (hastag) ເຕັມສື່ສັງຄົມອອນລາຍໃນປະເທດມາເລເຊຍ ເພື່ອຮຽກຮ້ອງຄວາມຍຸຕິທຳໃຫ້ ຊາຣາ ເດັກຍິງອາຍຸ 13 ປີ ເສຍຊີວິດປິດສະໜາ, ທ່າມກາງຂ່າວລືວ່າ ຊາຣາ ເປັນເຫຍື່ອຈາກການຖືກບູລີ້ ແລະ...

ເສຍຊີວິດເວທີດຽວກັນ! ຂ່າວເສົ້າວົງການມວຍຍີ່ປຸ່ນ ເມື່ອ 2 ນັກຊົກຈາກແດນປາດິບເສຍຊີວິດຫຼັງຂຶ້ນຊົກມວຍ ໝໍເຜີຍເລືອດອອກໃນເຫຍື້ອຫຸ້ມສະໝອງ.

ວົງການມວຍຍີ່ປຸ່ນເສົ້າ! 2 ນັກຊົກມວຍເສຍຊີວິດເວທີດຽວກັນ ຫຼັງໄດ້ຮັບອາການບາດເຈັບ ໝໍເຜີຍເລືອດອອກໃນເຫຍື້ອຫຸ້ມສະໝອງ. ສຳນັກຂ່າວຕ່າງປະເທດລາຍງານເຫດການສຸດສະຫຼົດ ຂອງວົງການມວຍຍີ່ປຸ່ນ ໄດ້ເກີດເຫດການສຸດຊ໋ອກ ຫຼັງຈາກຊິເງໂຕຊິ ນັກຊົກອາຍຸ 28 ປີ ເສຍຊີວິດ ເມື່ອວັນສຸກ 8...

ສ ເກົາຫຼີ ມອບທຶນຈຳນວນ 6 ລ້ານໂດລາ ເພື່ອຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາ ກຳນົດຈັດຕັ້ງປະຕິບັດ 2025-2029

ລັດຖະບານ ສ ເກົາຫຼີສະໜອງທຶນຊ່ວຍເຫຼືອລ້າໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວ ເມືອງຄຳເກີດ ພິທີເຊັນບົດບັນທຶກການຮ່ວມມືໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວເມືອງຄຳເກີດ ແຂວງບໍລິຄຳໄຊ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...

ຍທຂ ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ

ຍທຂ ປະກາດການຈັດຕັ້ງ ພະນັກງານການນຳຂັ້ນສູງ. ເມື່ອບໍ່ດົນມານີ້, ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ ແລະ ຍົກຍ້າຍ...