spot_img
Homeຂ່າວທ້ອງຖິ່ນກະຊວງຊັບພະຍາກອນ ເລັ່ງອອກໃບຕາດິນໃຫ້ແລ້ວໃນປີ 2025

ກະຊວງຊັບພະຍາກອນ ເລັ່ງອອກໃບຕາດິນໃຫ້ແລ້ວໃນປີ 2025

Published on

ນັບຈາກນີ້ໄປເຖິງ 2025 ກະຊວງ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຈະສູ້ຊົນຂຶ້ນທະບຽນ ແລະ ອອກໃບຕາດິນໃນຂອບເຂດທົ່ວປະເທດໃຫ້ສໍາເລັດ ແລະ ໃຫ້ໄດ້ 5% ຂອງ GDP ເພື່ອປະກອບສ່ວນເຂົ້າໃນການສ້າງລາຍຮັບແຫ່ງຊາດ. ຂະນະທີ່ສອງປີຜ່ານມາບັນລຸໄດ້ພຽງແຕ່ 0,8% ຂອງລາຍຮັບແຫ່ງຊາດ.

ຕາມການລາຍງານຂອງທ່ານ ລັດຖະມົນຕີກະຊວງ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ6 ຂອງສະພາແຫ່ງຊາດ ຊຸດທີ VIII ທີ່ສໍາເລັດທ້າຍປີ 2018 ວ່າ: ແຕ່ປີ 2016 ເຖິງປັດຈຸບັນ ທົ່ວປະເທດສາມາດຂຶ້ນທະບຽນໃບຕາດິນໄດ້ແລ້ວ 332.000 ຕອນ ເທົ່າກັບ 72,2% ຂອງຄາດໝາຍທີ່ວາງໄວ້ ໃນນັ້ນ, ສະເພາະ 11 ເດືອນຂອງປີ 2018 ສາມາດປະຕິບັດໄດ້ 92.242 ຕອນ ເທົ່າກັບ 92,2% ຂອງແຜນການປີວາງໄວ້ ຈໍານວນ 1 ແສນຕອນ.

ໃນປີ 2017 ລາຍຮັບຈາກທີ່ດິນບັນລຸໄດ້ພຽງແຕ່ 0,8% ຂອງລາຍຮັບແຫ່ງຊາດ ດັ່ງນັ້ນ, ການສູ້ຊົນຂຶ້ນທະບຽນທີ່ຈະເປັນສ່ວນສໍາຄັນໃນການເກັບລາຍຮັບຂອງຊາດ ແລະ ຈະຊ່ວຍແກ້ໄຂຂໍ້ຂັດແຍ່ງຈາກທີ່ດິນໃຫ້ຫຼຸດຜ່ອນລົງ. ສໍາລັບແຜນແຕ່ນີ້ຮອດປີ 2025 ກະຊວງ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຈະສູ້ຊົນເຮັດໃຫ້ສໍາເລັດການຂຶ້ນທະບຽນ ແລະ ອອກໃບຕາດິນໃນຂອບເຂດທົ່ວປະເທດ ເພື່ອປະກອບສ່ວນເຂົ້າໃນການສ້າງລາຍຮັບແຫ່ງຊາດໃຫ້ບັນລຸ 5% ຂອງ GDP.

 

 

 

 

 

 

 

 

 

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນຈາກ: laophattananews.com

ບົດຄວາມຫຼ້າສຸດ

ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ

ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ...

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...