spot_img
Homeຂ່າວທ້ອງຖິ່ນ2020 ລາວ ຈະສ້າງສີມືແຮງງານໃໝ່ໃຫ້ໄດ້ 6 ແສນກວ່າຄົນ

2020 ລາວ ຈະສ້າງສີມືແຮງງານໃໝ່ໃຫ້ໄດ້ 6 ແສນກວ່າຄົນ

Published on

ລັດຖະບານ ໄດ້ກໍານົດການສົ່ງເສີມການພັດທະນາສີມືແຮງງານ ໃຫ້ກັບແຮງງານຂຶ້ນໃໝ່ໃຫ້ໄດ້ 658.080 ຄົນ ພາຍໃນປີ 2020 ໃນນັ້ນ, ຂົງເຂດກະສິກໍາໃຫ້ໄດ້ 510.521 ຄົນ, ອຸດສາຫະກໍາ 52.004 ຄົນ ແລະ ຂົງເຂດບໍລິການ 95.555 ຄົນ ພ້ອມທັງ, ຈະສ້າງມາດຕະຖານສີມືແຮງງານໃຫ້ໄດ້ 25 ສາຂາວິຊາຊີບ, ເຮັດການທົດສອບ-ອອກແບບໃບຢັ້ງຢືນໃຫ້ໄດ້ 21 ສາຂາວິຊາຊີບ, ທັງໝົດເພື່ອເປັນການຮອງຮັບຄວາມຕ້ອງການຂອງຕະຫຼາດແຮງງານໃນອະນາຄົດ. ຂະນະທີີ່ປີ 2018 ທົ່ວປະເທດສາມາດສ້າງແຮງງານທີ່ມີສີມືໃໝ່ໄດ້ 1,05 ແສນຄົນ.

ທ່ານ ຄອນສີ ມະຫາວົງ ຮອງຫົວໜ້າກົມພັດທະນາສີມືແຮງງານ ແລະ ຈັດຫາງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ໄດ້ສະເໜີຕໍ່ກອງປະຊຸມສໍາມະນາສົ່ງເສີມການພັດທະນາສີມືແຮງງານ ແລະ ຈັດຫາງານ ໃນວັນທີ 4 ມັງກອນ 2019 ວ່າ: ເພື່ອເປັນການສົ່ງເສີມພັດທະນາສີມືແຮງງານໃຫ້ກັບແຮງງານທີ່ເພີ່ມຂຶ້ນໃໝ່ໃຫ້ບັນລຸ 658.080 ຄົນ ຕາມແຜນພັດທະນາແຮງງານ ແລະ ສະຫວັດດີການສັງຄົມ 5 ປີ ຄັ້ງທີ IV (2016-2020) ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VIII (2016-2020) ຂອງລັດຖະບານ, ກົມພັດທະນາສີມືແຮງງານ ແລະ ຈັດຫາງານກະຊວງ ຮສສ ຈະສືບຕໍ່ປັບປຸງ, ສ້າງນິຕິກໍາ ແລະ ລະບຽບການດ້ານແຮງງານຈໍານວນໜຶ່ງ ໃຫ້ສອດຄ່ອງກັບນິຕິກໍາຂອງພາກພື້ນ ແລະ ສາກົນ; ພັດທະນາສີມືແຮງງານເປັນການເຝິກສີມື, ຍົກລະດັບດ້ານທັກສະ, ຄວາມຊໍານານໃນການເຮັດວຽກ ແລະ ທັດສະນະຄະຕິໃນການອອກແຮງງານ ຕາມມາດຕະຖານສີມືແຮງງານແຫ່ງຊາດ; ພັດທະນາສີມືແຮງງານປະກອບດ້ວຍຫຼັກສູດເຝິກສີມືແຮງງານ, ການທົດສອບ-ການອອກໃບຢັ້ງຢືນສີມືແຮງງານ ແລະ ການແຂ່ງຂັນສີມືແຮງງານ ດ້ວຍການມີສ່ວນຮ່ວມຂອງສະຖານທີ່ພັດທະນາສີມືແຮງງານ ແລະ ຫົວໜ່ວຍແຮງງານ.

ພ້ອມດຽວກັນນັ້ນ, ຈະເລັ່ງໃສ່ປັບປຸງຄຸນນະພາບຂອງລະບົບການພັດທະນາສີມືແຮງງານໃຫ້ຫຍັບໃກ້ມາດຕະຖານສາກົນ ແລະ ພາກພື້ນ; ສ້າງລະບົບຖານຂໍ້ມູນຕະຫຼາດແຮງງານທີ່ລວມສູນເອກະພາບມີເຄືອຄ່າຍໃນຂອບເຂດທົ່ວປະເທດ; ຕັ້ງໜ້າພັດທະນາສີມືແຮງງານແຫ່ງຊາດໃຫ້ໄດ້ຫຼາກຫຼາຍສາຂາວິຊາຊີບ ເພື່ອເປັນເຄື່ອງມືໃນການເຮັດການທົດສອບ-ອອກໃບຢັ້ງຢືນມາດຕະຖານສີມືແຮງງານໃນລະດັບວິຊາຊີບຂັ້ນທ້ອງຖິ່ນ ແລະ ລະດັບຊາດຢ່າງກ້ວາງຂວາງ. ທັງນີ້, ຄາດວ່າຮອດປີ 2020 ຕ້ອງສ້າງມາດຕະຖານສີມືແຮງງານໃຫ້ໄດ້ 25 ສາຂາວິຊາຊີບ, ເຮັດການທົດສອບ-ອອກແບບໃບຢັ້ງຢືນໃຫ້ໄດ້ 21 ສາຂາວິຊາຊີບ, ຈັດຕັ້ງການແຂ່ງຂັນສີມືແຮງງານລະດັບຊາດ ແລະ ແຂວງ 1 ຄັ້ງ/ປີ ແລະ ລະດັບສະຖາບັນພັດທະນາສີມືແຮງງານ 2 ຄັ້ງ/ປີ.

ຕາມສະຖິຕິປີ 2017 ສປປ ລາວ ມີພົນລະເມືອງທັງໝົດ 6,9 ລ້ານຄົນ ໂດຍກວມເອົາພົນລະເມືອງໃນເກນອາຍຸອອກແຮງງານ  69% ຫຼື ປະມານ 4,7 ລ້ານຄົນ ໃນນີ້, ມີກໍາລັງແຮງງານ 1,9 ລ້ານຄົນ ແຕ່ພົນລະເມືອງມີວຽກເຮັດງານທໍາພຽງ 1,7 ລ້ານຄົນ. ປັດຈຸບັນ, ທົ່ວປະເທດມີສູນເຝິກຫົວໜ່ວຍແຮງງານທັງໝົດ 163 ແຫ່ງ ເຊິ່ງປິ 2018 ສາມາດພັດທະນາສີມືແຮງງານໄດ້ 105.5551 ຄົນ ໃນນີ້, ຂະແໜງກະສິກໍາ-ປ່າໄມ້ມີ 32.820 ຄົນ, ອຸດສາຫະກໍາ 27.649 ຄົນ ແລະ ການບໍລິການ 45.082 ຄົນ.

 

 

 

 

 

 

 

 

 

 

 

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນຈາກ: ໜັງສືພິມເສດຖະກິດ-ສັງຄົມ

ຮູບພາບຈາກ: http://laoupdatenews.blogspot.com

ບົດຄວາມຫຼ້າສຸດ

ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ

ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ...

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...