spot_img
Homeຂ່າວທ້ອງຖິ່ນລັດ ວາງລາຄາຂາຍຍ່ອຍຢາສູບຊອງໜຶ່ງບໍ່ໃຫ້ຫຼຸດ 4 ພັນກີບ ແລະ ຕຸດໜຶ່ງ 30 ພັນກີບ

ລັດ ວາງລາຄາຂາຍຍ່ອຍຢາສູບຊອງໜຶ່ງບໍ່ໃຫ້ຫຼຸດ 4 ພັນກີບ ແລະ ຕຸດໜຶ່ງ 30 ພັນກີບ

Published on

ກົມການຄ້າພາຍໃນ ກະຊວງອຸດສາຫະກໍາ ແລະ ການຄ້າ ຈັດກອງປະຊຸມເຜີຍແຜ່ຄໍາສັ່ງ ກ່ຽວກັບການຄວບຄຸມຜະລິດຕະພັນຢາສູບ ດ້ວຍການກໍານົດລາຄາຂາຍຍ່ອຍຕໍ່າສູດບໍ່ໃຫ້ຫຼຸດ 4.000 ກີບ/ຊອງ ແລະ ຂາຍຍົກຕໍ່າສຸດບໍ່ໃຫ້ຫຼຸດ 30.000 ກີບ/ຕຸດ ຫາກໃຜລະເມີດຈະຖືກປັບໃໝສູງສຸດ 6 ລ້ານກີບ ພ້ອມຍຶດຢາສູບຄືນເປັນຂອງລັດ. ທັງນີ້, ເພື່ອຫຼຸດຜ່ອນການເຂົ້າເຖິງຢາສູບຂອງຊາວໜຸ່ມເຍົາວະຊົນ ແລະ ຜູ້ທີ່ມີລາຍຮັບຕໍ່າ ແລະ ອື່ນໆ.

ກອງປະຊຸມດັ່ງກ່າວ, ຈັດຂຶ້ນໃນວັນທີ 4 ມັງກອນ 2019 ທີ່ກະຊວງອຸດສາຫະກໍາ ແລະ ການຄ້າ ໂດຍການເປັນປະທານຂອງ ທ່ານ ສົມຈິດ ອິນທະມິດ, ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ກ່າວວ່າ: ການຕັ້ງລາຄາຂາຍຍ່ອຍຕໍ່າສູດບໍ່ໃຫ້ຫຼຸດ 4.000 ກີບ/ຊອງ ໄດ້ແນ່ໃສ່ເພື່ອຫຼຸດຜ່ອນການເຂົ້າເຖິງຢາສູບຂອງຊາວໜຸ່ມເຍົາວະຊົນ ແລະ ຜູ້ທີ່ມີລາຍຮັບຕໍ່າ, ປົກປ້ອງສຸຂະພາບທີ່ໄດ້ຮັບຜົນກະທົບຈາກການຊົມໃຊ້ຜະລິດຕະພັນຢາສູບ ແລະ ການໄດ້ຮັບຄວັນຢາສູບ. ໃນຄວາມເປັນຈິງແລ້ວຕົ້ນທຶນຢາສູບຊອງໜຶ່ງສະເລ່ຍປະມານ 1.800-2.000 ກີບ ເພື່ອຫຼີກເວັ້ນບໍ່ໃຫ້ມີການຂາຍລາຄາຕໍ່າກວ່າ 4 ພັນກີບ/ຊອງ ພວກເຮົາຈຶ່ງຕັ້ງລາຄາໄວ້ເຮັດໃຫ້ຜູ້ບໍ່ມີເງິນບໍ່ເຂົ້າເຖິງໄດ້. ພ້ອມນັ້ນ, ໄດ້ເພີ່ມອາກອນຊົມໃຊ້ຈາກມາດຕະການດັ່ງກ່າວ ທີ່ຈະເຮັດໃຫ້ຢາສູບເຖື່ອນທີ່ນໍາເຂົ້າບໍ່ຖືກຕ້ອງໝົດໄປ (ຈາກການສໍາຫຼວດທົ່ວສັງຄົມລາວ ມີຢາສູບເຖື່ອນປະມານ 36%) ເຮັດໃຫ້ລັດສູນເສຍລາຍຮັບ 77 ຕື້ກີບ.

ໃນໜຶ່ງປີຜ່ານມາ ກະຊວງສາທາລະນະສຸກ ຍັງມີມາດຕະການຕິດສະຫຼາກຮູບພາບຜົນຮ້າຍຂອງຢາສູບຈາກ 30% ຂຶ້ນເປັນ 75% ຂອງເນື້ອທີ່ຊອງຢາສູບ; ສ່ວນຂະແໜງອຸດສາຫະກໍາ ແລະ ການຄ້າ ກໍໄດ້ຄວບຄຸມຂອດຈໍາໜ່າຍ, ການຜະລິດ ເຊິ່ງປີ 2018 ເຈົ້າໜ້າທີ່ກວດກາການຄ້າໃນຂອບເຂດທົ່ວປະເທດ ສາມາດຍຶດ ແລະ ທໍາລາຍຢາສູບທີ່ບໍ່ໄດ້ມາດຕະຖານຫຼາຍສົມຄວນ. ພ້ອມນັ້ນ, ຜູ້ດໍາເນີນທຸລະກິດຢາສູບຕ້ອງຈ່າຍອາກອນກໍາໄລ 26% ເຊິ່ງ 2% ໂອນໃຫ້ກອງທຶນຢາຄວບຄຸມຢາສູບ ກະຊວງສາທາລະນະສຸກ ເພື່ອຊ່ວຍໂຄສະນາຜົນຮ້າຍ, ຊ່ວຍສະກັດກັ້ນ, ຊ່ວຍການປິ່ນປົວ ແລະ ຜົນກະທົບອື່ນໆກ່ຽວກັບຢາສູບ.

ທ່ານ ບຸນທຽນ ແກ້ວສີພາ ຫົວໜ້າກົມການຄ້າພາຍໃນ ໄດ້ຜ່ານຄໍາສັ່ງກ່ຽວກັບການຄວບຄຸມຜະລິດຕະພັນຢາສູບ ເລກທີ 1791/ອຄ.ກຄພນ, ລົງວັນທີ 18 ທັນວາ 2018 ໂດຍມີເນື້ອໃນຄື: ການກໍານົດລາຄາຂາຍຍ່ອຍຜະລິດຕະພັນຢາສູບຢູ່ພາຍໃນ ແລະ ນໍາເຂົ້າຈາກຕ່າງປະເທດ ຕໍ່າສຸດບໍ່ໃຫ້ຫຼຸດ 4 ພັນກີບ/ຊອງ ແລະ ຂາຍຍົກບໍ່ໃຫ້ຫຼຸດ 30 ພັນກີບ/ຕຸດ ໂດຍເຈົ້າໜ້າທີ່ອຸດສາຫະກໍາ ແລະ ການຄ້າ ທົ່ວປະເທດເປັນຜູ້ຄຸ້ມຄອງລາຄາຂາຍຍ່ອຍຢາສູບທຸກຊະນິດທີ່ຜະລິດພາຍໃນ ແລະ ນໍາເຂົ້າຈາກຕ່າງປະເທດ ທີ່ວາງຂາຍຕາມທ້ອງຕະຫຼາດ, ຫ້າງຮ້ານ ແລະ ສະຖານທີ່ວາງຂາຍຢາສູບຕ່າງໆ, ໃຫ້ແນະນໍາຂາຍໃນລາຄາຕໍ່າສຸດບໍ່ໃຫ້ຫຼຸດ 4 ພັນກີບ/ຊອງ ຫາກພົບເຫັນຜູ້ລະເມີດໃຫ້ດໍາເນີນມາດຕະການຕໍ່ຜູ້ລະເມີດຕາມທີ່ລະບຸໄວ້ໃນດໍາລັດ 474/ນຍ ຄື: ລະເມີດຄັ້ງທີ 1 ປັບໃໝ 5 ແສນ ຫາ 1 ລ້ານກີບ/ຄັ້ງ/ລາຍການ ພ້ອມທັງຂຽນໃບປະຕິຍານ, ຄັ້ງທີ 2 ປັບໃໝ 1ຫາ 2 ລ້ານກີບ/ຄັ້ງ/ລາຍການ ພ້ອມທັງຂຽນໃບປະຕິຍານ ແລະ ຄັ້ງທີ 3 ປັບໃໝ 2 ເທົ່າຂອງການປັບໃໝຄັ້ງທີ 2 /ຄັ້ງ/ລາຍການ ພ້ອມທັງຮິບຜະລິດຕະພັນຢາສູບເປັນຂອງລັດ.

 

 

 

 

 

 

 

 

 

 

 

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນຈາກ: laoedaily.com.la

ຮູບພາບຈາກ: .rfa.org

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...