spot_img
Homeຂ່າວທ້ອງຖິ່ນແນວລາວສ້າງຊາດ ສະເໜີບັນດາອົງການບັນຈຸລັດຖະກອນໃຫ້ມີຄວາມໂປ່ງໃສກ່ວາເກົ່າ

ແນວລາວສ້າງຊາດ ສະເໜີບັນດາອົງການບັນຈຸລັດຖະກອນໃຫ້ມີຄວາມໂປ່ງໃສກ່ວາເກົ່າ

Published on

ສູນກາງແນວລາວສ້າງຊາດ ສະເໜີໃຫ້ບັນດາອົງການທີ່ກ່ຽວຂ້ອງກ່ຽວກັບການບັນຈຸລັດຖະກອນໃຫ້ມີຄວາມໂປ່ງໃສກ່ວາເກົ່າ ພ້ອມທັງສະເໜີໃຫ້ລັດຖະບານມີນະໂຍບາຍ ແລະ ສ້າງກົນໄກທີ່ເໝາະສົມກ່ວາເກົ່າ ເພື່ອໃຫ້ນັກສຶກສາທີ່ຮຽນຈົບວິຊາສະເພາະໃນແຕ່ລະປີມີວຽກເຮັດງານທໍາ. ເປັນຫາງສຽງທີ່ມີການສະເໜີຫຼາຍໃນສັງຄົມເພາະເຫັນວ່າບໍ່ມີຄວາມໂປ່ງໃສ, ຕ້ອງໃຊ້ເງິນຈ້າງ ແລະ ມັກເອົາແຕ່ຈຸ້ມເຈື້ອເຊື້ອສາຍເຂົ້າເຮັດວຽກ.
ທ່ານ ນາງ ສົມຈັນ ພົມແສງສະຫວັນ, ຮອງປະທານສູນກາງແນວລາວສ້າງຊາດ ກ່າວຕໍ່ກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງ ຊາດ ຊຸດທີ 8 ທີ່ຈັດຂຶ້ນເມື່ອບໍ່ດົນມານີ້ວ່າ: ການບັນຈຸຮັບລັດຖະກອນ ລວມທັງການເຂົ້າເປັນທະຫານ-ຕໍາຫລວດ ກາຍເປັນຫາງສຽງທີ່ມີການສະເໜີຫຼາຍໃນສັງຄົມເພາະເຫັນວ່າບໍ່ມີຄວາມໂປ່ງໃສ, ຕ້ອງໃຊ້ເງິນຈ້າງ ແລະ ມັກເອົາແຕ່ຈຸ້ມເຈື້ອເຊື້ອສາຍເຂົ້າເຮັດວຽກ ເຊິ່ງໃນໄລຍະ 2 ປີຫຼັງ, ອົງການຈັດຕັ້ງມະຫາຊົນ ກໍເຄີຍນໍາສະເໜີຕໍ່ກອງປະຊຸມສະໄໝສາມັນ ຂອງສະພາແຫ່ງຊາດ ມາແລ້ວ ແຕ່ໃນຕົວຈິງບັນຫາດັ່ງກ່າວຍັງເກີດຂຶ້ນຢູ່ ຈຶ່ງສະເໜີໃຫ້ບັນດາອົງການກ່ຽວຂ້ອງທຸກພາກສ່ວນ-ທຸກຂັ້ນ ປະຕິບັດໃຫ້ຖືກຕ້ອງຕາມກົດໝາຍ ໂດຍມີການກວດກາ, ມີວິທີການລົງໂທດຕໍ່ຜູ້ທີ່ກະທໍາຜິດຢ່າງເດັດຂາດ ເພື່ອແກ້ໄຂສະພາບຫາງສຽງທີ່ເປັນພາບພົດບໍ່ດີຕໍ່ແນວທາງນະໂຍບາຍ ແລະ ຕໍ່ການຊີ້ນໍາໆພາຂອງພັກ-ລັດ.
“ບັນຫາການສ້າງວຽກເຮັດງານທໍາໃຫ້ລູກຫລານທີ່ຮຽນຈົບວິຊາສະເພາະໃນແຕ່ລະປີຢູ່ແຕ່ລະແຂວງຍັງມີຄວາມຫຍຸ້ງຍາກຫຼາຍ; ນັກສຶກສາຫຼາຍພັນຄົນທີ່ຮຽນຈົບ ແຕ່ຜັດບໍ່ມີບ່ອນເຮັດວຽກ; ຜູ້ປົກຄອງສ່ວນຫຼາຍກໍຢາກໃຫ້ລູກຕົນໄດ້ເຮັດວຽກນໍາລັດ ເພາະມີຄວາມໝັ້ນຄົງກ່ວາ. ດັ່ງນັ້ນ, ລັດຖະບານ ຕ້ອງພິຈາລະນາຊອກຫາວິທີທາງແກ້ໄຂທີ່ເໝາະສົມ, ຄວນຈະມີນະໂຍບາຍ ແລະ ມີກົນໄກດັດສົມທີ່ດີກ່ວາເກົ່າ ເພື່ອເຮັດໃຫ້ບັນດາຫົວໜ່ວຍແຮງງານທັງພາກລັດ-ເອກະຊົນ ບໍ່ໃຫ້ມີຄວາມແຕກຕ່າງກັນເກີນໄປ; ພາກລັດ ຈະມີນະໂຍບາຍແນວໃດ ບໍລິສັດຂອງລັດ ແລະ ເອກະຊົນກໍ່ຕ້ອງໄດ້ຮັບເຊັ່ນກັນ. ນອກນັ້ນ, ລັດ ຕ້ອງປະຕິບັດກົດໝາຍວ່າດ້ວຍພະນັກງານ-ລັດຖະກອນໃຫ້ເຂັ້ມງວດ ໂດຍສະເພາະການປະເມີນຜົນການປະຕິບັດໜ້າທີ່ຂອງພະນັກງານໃນແຕ່ລະປີ ເພື່ອຈໍາກັດບັນຫາຫຍໍ້ທໍ້ໃນຖັນແຖວພະນັກງານ ແລະ ຊຸກຍູ້ສົ່ງເສີມຍ້ອງຍໍຜູ້ທີ່ມີຜົນງານດີເດັ່ນສະເພາະຜູ້ທີ່ເຮັດແທ້ທໍາຈິງ”,

ທ່ານ ນາງ ສົມຈັນ ພົມແສງສະຫວັນ ກ່າວ.

 

 

 

 

 

 

 

 

 

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນຈາກ: Lao National Radio

ຮູບພາບຈາກ: mingmaunglao.com

ບົດຄວາມຫຼ້າສຸດ

ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ

ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ...

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...