spot_img
Homeຂ່າວຕ່າງປະເທດເບິ່ງ! ວີທີ ສາວຈີນ ກິນຖົ່ວລຽນ ໃຫ້ທັນກ່ອນຂຶ້ນລົດໄຟ

ເບິ່ງ! ວີທີ ສາວຈີນ ກິນຖົ່ວລຽນ ໃຫ້ທັນກ່ອນຂຶ້ນລົດໄຟ

Published on

ໃນວັນທີ 3 ມັງກອນ 2019, ຊຽງໄຮອິສ ເຜີຍແຜ່ວີດີໂອຜູ້ຍິງຄົນໜຶ່ງທີ່ຝ່າຝືນກົດສໍາຄັນຂອງການໂດຍສານລົດໄຟ ຫຼັງຈາກນໍາຖົ່ວລຽນເຂົ້າໄປໃນສະຖານີລົດໄຟໃນເມືອງ ຊູໂຈ ມົນທົນເຈີ້ຈຽງ ປະເທດຈີນ ເມື່ອຖືກເຈົ້າໜ້າທີ່ກັກບໍ່ໃຫ້ນຳຖົ່ວລຽນດັ່ງກ່າວຂື້ນລົດໄຟ ຈື່ງຕ້ອງຟ້າວຕັດສິນໃຈກິນໃຫ້ໝົດ ໂດຍໃຊ້ເລື່ອຍເປັນອາວຸດປອກເປືອກ. ເຫດການດັ່ງກ່າວ, ເກີດຂຶ້ນໃນວັນທີ 29 ທັນວາ 2018 ຜ່ານມາ.

ໂດຍລາຍງານລະບຸວ່າ ພະນັກງານຮັກສາຄວາມປອດໄພຢູ່ໜ້າທາງເຂົ້າສະຖານີລົດໄຟ ບໍ່ອະນຸຍາດໃຫ້ຜູ້ໂດຍສານຄົນດັ່ງກ່າວ, ເອົາຖົ່ວລຽນເຂົ້າໄປ ເພາະກິ່ນເໝັນຈະເຂົ້າໄປໃນ ດ້ວຍເຫດນີ້, ຈໍາເປັນຕ້ອງເລືອກວ່າຈະຖີ້ມ ຫຼື ກິນກ່ອນຈະຂຶ້ນລົດໄຟ. ຍິງຄົນນີ້, ຕັດສິນເລືອກທີ່ຈະກິນ ຈຶ່ງໄປຍືມເລື່ອຍມາປອກເປືອກຖົ່ວລຽນອອກ ຈາກນັ້ນ, ກໍ່ລົງມືກິນໂດຍໄວ.

ຕາມການລາຍງານ ບອກຕື່ມວ່າ ລາວບໍ່ໄດ້ເປັນນັກເດີນທາງຄົນທໍາອິດທີ່ເອົາຖົ່ວລຽນຂຶ້ນໃນຂະບວນລົດໄຟໃນ ຈີນ ຍ້ອນກັບໄປປີ 2016, ທີ່ສະຖານີລົດໄຟ ມົນທົນລານອຸ໋ຍ ກໍມີຜູ້ຍິງຄົນໜຶ່ງກິນຖົ່ວລຽນດ້ວຍນໍ້າໜັກ 5 ກິໂລກຣາມ ຈົນເລືອດດັງອອກ ແລະ ຕ້ອງຍຸດກິນເມື່ອໃກ້ເວລາທີ່ລົດໄຟກຽມຈະອອກເດີນທາງ, ຕໍ່ມາປີ 2017, ທີ່ສະຖານີລົດໄຟ ມົນທົນເສຊວນ ຜູ້ຍິງກິນຖົ່ວລຽນ 2 ໝາກ ຕໍ່ໜ້າດ່ານກວດ ຫຼັງຖືກຫ້າມນໍາເຂົ້າໄປໃນສະຖານີເຊັ່ນກັນ.

 

 

 

 

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນຈາກ: khaosod.co.th

ຮູບພາບຈາກ: shanghai.ist

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...