spot_img
Homeຂ່າວຕ່າງປະເທດອາເມລິກາ ຈະຊ້ອມຮົບຂີປະນາວຸດທີ່ເກາະໂອກິນາວາ

ອາເມລິກາ ຈະຊ້ອມຮົບຂີປະນາວຸດທີ່ເກາະໂອກິນາວາ

Published on

ໜັງສືພິມຊັນໂກ ຊິມບຸນ ຂອງຍີ່ປຸ່ນ ລາຍງານວັນທີ 3 ມັງກອນ 2019 ໂດຍບໍ່ມີການອ້າງແຫຼ່ງຂ່າວວ່າ ກອງທັບອາເມລິກາພ້ອມຈະຊ້ອມຮົບດ້ວຍຂີປະນາວຸດຄັ້ງທໍາອິດ ໃນເກາະໂອກິນາວາ ປະເທດ ຍີ່ປຸ່ນ ເຊິ່ງເປັນຈຸດຍຸດທະສາດສໍາຄັນພາຍໃນປີນີ້. ຂະນະທີ່ອາເມລິກາ ພະຍາຍາມຕໍ່ຕ້ານການເຜີຍແຜ່ຂະຫຍາຍອິດທິພົນຂອງຈີນທີ່ເພີ່ມຂຶ້ນເລື້ອຍໆ ເຊິ່ງກອງທັບອາເມລິກາໄດ້ແຈ້ງເລື່ອງນີ້ຕໍ່ຍີ່ປຸ່ນ ທີ່ເປັນພັນທະມິດສໍາຄັນໃນອາຊີແລ້ວ ໂດຍການຊ້ອມຮົບຂີປະນາວຸດຈະກ່ຽວຂ້ອງກັບຖານຍິງຈະລວດ ຫຼື ຂີປະນາວຸດເຄື່ອນທີ່ ອັນເປັນມາດຕະການຕໍ່ຕ້ານການໂຈມຕີຈາກຂີປະນາວຸດແບບພື້ນສູ່ອາກາດຂອງຈີນ ທີ່ອາດຈະເກີດຂຶ້ນໄດ້.

ດ້ານທ່ານ ໂດນັລ ທຣໍ້າ ປະທານາທິບໍດີ ອາເມລິກາ ຖະແຫຼງຂ່າວທີ່ທໍານຽບຂາວໃນວັນທີ 2 ມັງກອນ ຜ່ານມາວ່າ:” ຕົນໄດ້ຮັບຈົນໝາຍສະບັບສໍາຄັນຫຼາຍຈາກ ຄິມ ຈອງອືນ ຜູ້ນໍາເກົາຫຼີເໜືອ ແລະ ເປັນໄປໄດ້ທີ່ຈະມີການເຈລະຈາສຸດຍອດ ລະຫວ່າງຕົນກັບ ຄິມ ເປັນຄັ້ງທີ 2 ໃນອະນາຄົດທີ່ບໍ່ດົນເກີນໄປ” ອັນເປັນສ່ວນໜຶ່ງຂອງຄວາມພະຍາຍາມໂນ້ມນ້າວໃຫ້ ຄິມ ຈອງອືນ ປົດອາວຸດນີວເຄຍ ແຕ່ບໍ່ໄດ້ເລັ່ງລັດ. ທຣໍ້າ ອ້າງວ່າ: “ຕົນເຮັດໃຫ້ຄວາມສໍາພັນລະຫວ່າງອາເມລິກາກັບເກົາຫຼີເໜືອດີຂຶ້ນ ເຮັດໃຫ້ເກົາຫຼີເໜືອຢຸດການທົດລອງອາວຸດນິວເຄຼຍ ແລະ ຂີປະນາວຸດ ຢັບຢັ້ງການເກີດສົງຄາມໃໝ່ໃນອາຊີ”.

ໃນປີຫຼັງເຮືອຮົບຂອງຈີນ ແລ່ນຜ່ານນ່ານນໍ້າໃກ້ທະເລ ເກາະໂອກິນາວາ  ເຊິ່ງທະຫານອາເມລິກາຕັ້ງຖານທັບຢູ່ທີ່ນັ້ນຫຼາຍຄັ້ງ. ຜູ້ຊ່ຽວຊານລະບຸວ່າກິດຈະການທາງການທະຫານທີ່ເພີ່ມຂຶ້ນເລື່ອຍໆ ຂອງຈີນ ເປັນສ່ວນໜຶ່ງຂອງແຜນຄວບຄຸມນ່ານນໍ້າພາຍໃນສ່ວນທີ່ເອີ້ນກັນວ່າ: “ເຄືອຂ່າຍເກາະທີໜຶ່ງ” ເຊິ່ງເຊື່ອມເກາະໂອກິນາວາ, ໄຕ້ຫວັນ ແລະ ຟີລິປິນ; ນັກວິເຄາະບາງຄົນຍັງເຊື່ອວ່າຈີນພະຍາຍາມຍຸຕິການຄອບງໍາທາງການທະຫານຂອງ ອາເມລິກາ ໃນມະຫາສະໝຸດປາຊີຟີກທາງຕະເວັນຕົກ ຄວບຄຸມເຄືອຂ່າຍເກາະທີສອງ ເຊິ່ງເຊື່ອມໝູ່ເກາະໂອກາຊາວາຣະ ຂອງຍີ່ປຸ່ນ, ເກາະກວນດິນແດນໃຕ້ອາຊີຂອງອາເມລິກາ ແລະ ອິນໂດເນເຊຍ ເຊິ່ງການເສີມສ້າງທະຫານຂອງຈີນ ເຮັດໃຫ້ປະເທດເພື່ອນບ້ານຕ້ອງວິຕົກກັງວົນ ແຕ່ຈີນຢືນຍັນວ່າກິດຈະການທາງທະຫານມີຂຶ້ນ ເພື່ອປ້ອງກັນຕົນເອງເທົ່ານັ້ນ.

 

 

 

 

 

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນ, ຮູບພາບຈາກ: thairath.co.th

ບົດຄວາມຫຼ້າສຸດ

ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ

ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ...

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...