ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງປັກກິ່ງ ເມື່ອວັນທີ 4 ມັງກອນ 2019 ວ່າ ທ່ານ ຈາງ ຈຸນ ໄອຍະການສູງສຸດແຫ່ງສານປະຊາຊົນສູງສຸດໃນນະຄອນຫຼວງປັກກິ່ງ ກ່າວເມື່ອວັນພະຫັດ (03 ມັງກອນ 2019) ກ່ຽວກັບຄະດີຂອງພົນລະເມືອງການາດາ 2 ຄົນຄື: ທ່ານ ໄມເຄິລ ໂຄຣິກ ອະດີດນັກການທູດການາດາປະຈໍາ ສປ ຈີນ ແລະ ທ່ານ ໄມເຄິລ ສະປາວໍ ນັກທຸລະກິດຊາວການາດາ ວ່າທັງສອງຄົນເຮັດຜິດກົດໝາຍແທ້ “ຢ່າງບໍ່ມີຂໍ້ສົງໃສ” ຂະນະທີ່ຂະບວນການສືບສວນສອບສວນເປັນໄປຕາມກົດໝາຍຂອງຈີນທຸກຢ່າງຕາມຂະບວນການ ແລະ ຈະເປັນແບບນີ້ຈົນກວ່າຈະຈົບຄະດີ.
ທັງນີ້, ກະຊວງຄວາມໝັ້ນຄົງສາທາລະນະຂອງຈີນເປີດເຜີຍການຈັບກຸມຕົວ ທ່ານ ໄມເຄິລ ໂຄຣິກ ອະດີດນັກການທູດທີ່ເຄີຍປະຈຳການທັງໃນຈີນ ແລະ ຮ່ອງກົງ ກ່ອນຈະໄປເຮັດວຽກໃຫ້ກັບອົງການອິດສະຫຼະຊື່ “ອິນເຕີເນຊັນນໍ ໄຄຣຊິສ ກຣຸ໊ບ” (International Crisis Group) ເມື່ອວັນທີ 10 ທັນວາ 2018 ແລະ ຕໍ່ມາອີກ 3 ວັນຄືໃນວັນທີ 13 ທັນວາ 2018 ລັດຖະບານຈີນເປີດເຜີຍການຈັບກຸມຕົວທ່ານ ໄມເຄິລ ສະປາວໍ ແລະ ຕັ້ງຂໍ້ຫາກັບທັງຄູ່ໃນຖານ “ມີພຶດຕິກຳໜ້າສົງໃສຕໍ່ຄວາມໝັ້ນຄົງຂອງລັດ” ນັບຕັ້ງແຕ່ນັ້ນມາມີພຽງທ່ານ ຈອນ ແມັດຄັລລຳ ເອກອັກຄະລັດຖະທູດການາດາພຽງຄົນດຽວທີ່ໄດ້ຮັບໂອກາດພົບກັບທັງຄູ່ “ຢ່າງໜ້ອຍ 1 ຄັ້ງ” ໃນສະຖານທີ່ແຫ່ງໜຶ່ງທີ່ຍັງເປັນຄວາມລັບ ແລະ ທາງການຈີນຍັງເຄີຍນຳຕົວທັງສອງໄປຂຶ້ນສານຢ່າງເປັນທາງການ.
ຢ່າງໃດກໍ່ຕາມ, ພາຍໃຕ້ກົດໝາຍຄວາມໝັ້ນຄົງພາຍໃນຈີນນັ້ນ ຜູ້ຖືກຫາໃນຄະດີລັກສະນະນີ້ຈະຕ້ອງຢູ່ພາຍໃຕ້ການຄວບຄຸມ ແລະ ການສອບສວນ “ແບບສະເພາະ” ເຊິ່ງເຄີຍມີລາຍງານອອກມາວ່າ ທ່ານ ໄມເຄິລ ໂຄຣິກ ຕ້ອງຢູ່ໃນຫ້ອງທີ່ເປີດໄຟຕະຫຼອດ 24 ຊົ່ວໂມງ ໂດຍການສອບປາກຄຳຈະເກີດຂຶ້ນວັນລະ 3 ຄັ້ງ (ເຊົ້າ ສວາຍ ແລງ).
ອ່ານຂ່າວທີ່ມີຄວາມກ່ຽວຂ້ອງກັບຂ່າວນີ້ຍ້ອນຫຼັງທີ່ລິ້ງ:
– ທຣໍ້າອາດຊ່ວຍລູກສາວປະທານຫົວເວີ່ຍຫາກເປັນການຮັກສາຜົນປະໂຫຍດດ້ານການຄ້າກັບຈີນ
– ການາດາ ຂໍນານາຊາດຊ່ວຍ 2 ພົນລະເມືອງທີ່ຖືກຈີນຈັບຕົວໄປ
ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ: dailynews