spot_img
Homeຂ່າວທ້ອງຖິ່ນທະນາຄານໃຊ້ 3 ນະໂຍບາຍຊ່ວຍຜູ້ປະສົບໄພຂະແໜງກະສິກໍາທົ່ວປະເທດ

ທະນາຄານໃຊ້ 3 ນະໂຍບາຍຊ່ວຍຜູ້ປະສົບໄພຂະແໜງກະສິກໍາທົ່ວປະເທດ

Published on

ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ໃຊ້ 3 ນະໂຍບາຍເຂົ້າຊ່ວຍຜູ້ປະສົບໄພໃນຂອບເຂດທົ່ວປະເທດ ເພື່ອເປັນສ່ວນໜຶ່ງໃນການຊ່ວຍເຫຼືອຜູ້ປະສົບໄພພິບັດຈາກທໍາມະຊາດ ແລະ ພະຍາດລະບາດໃນລະດູຝົນປີ 2018 ທີ່ຜ່ານມາ ໂດຍສະເພາະໃນຂະແໜງກະສິກໍາ ພ້ອມທັງມອບໃຫ້ທະນາຄານທຸລະກິດ (ທທກ) ເພີ່ມທະວີຈັດຕັ້ງປະຕິບັດນະໂຍບາຍດັ່ງກ່າວ ພ້ອມແນໃສ່ການຜະລິດເຂົ້າລະດູແລ້ງປີ 2019 ໃຫ້ໄດ້ 1 ແສນເຮັກຕາ ແລະ ພືດລະດູແລ້ງ 1,85 ແສນເຮັກຕາ ໃຫ້ມີປະສິດທິພາບ ແລະ ບັນລຸຕາມແຜນທີ່ວາງໄວ້.

ທ່ານ ສອນໄຊ ສິດພະໄຊ ຜູ້ວ່າການ ທຫລ ໄດ້ຊີ້ແຈງຕໍ່ຄໍາຊັກຖາມຂອງສະມາຊິກ ສະພາແຫ່ງຊາດ ໃນກອງປະຊຸມຜ່ານມາວ່າ: ຕໍ່ກັບສະພາບຄວາມເຫຍຫາຍຈາກຜົນກະທົບຈາກໄພພິບັດທາງທໍາມະຊາດ ແລະ ພະຍາດລະບາດ ຈະສືບຕໍ່ໃຊ້ 3 ນະໂຍບາຍສິນເຊື່ອທີ່ໄດ້ແຈ້ງອອກໃນທ້າຍປີ 2017 ເພື່ອຊ່ວຍໃນການແກ້ໄຂບັນຫາດັ່ງກ່າວ ໂດຍມອບໃຫ້ ທທກ ຈັດຕັ້ງປະຕິບັດຕໍ່ລູກຄ້າທີ່ໄດ້ຮັບຜົນກະທົບ ເຊິ່ງປະກອບໃຫ້ມີທຶນ ແລະ ດອກເບ້ຍໃຫ້ລູກຄ້າທີ່ໄດ້ຮັບຜົນກະທົບຄື: ໃຫ້ ທທກ ເລື່ອນເວລາຊໍາລະໜີ້ ລວມທັງຕົ້ນທຶນ ແລະ ດອກເບ້ຍ; ສະໜອງເງິນກູ້ບ້ວງໃໝ່ໃຫ້ສະເພາະລູກຄ້າທີ່ໄດ້ຮັບຜົນກະທົບ ແລະ ເປັນຜູ້ທີ່ໄດ້ຮັບຜົນເສຍຫາຍ ຈາກໄພທໍາມະຊາດຕາມເງື່ອນໄຂຕົວຈິງ; ສຸດທ້າຍ, ຮັບນະໂຍບາຍຜ່ອນຜັນຍົກເວັ້ນບາງມາດຕາຂອງຂໍ້ຕົກລົງ ວ່າດ້ວຍການຈັດຊັ້ນໜີ້ ແລະ ການຫັກເງິນແຮໜີ້ ທີ່ຖືກຈັດຊັ້ນຂອງທະນາຄານທຸລະກິດ, ພ້ອມທັງມອບໃຫ້ ທທກ ເພີ່ມທະວີຈັດຕັ້ງປະຕິບັດນະໂຍບາຍດັ່ງກ່າວ ເພື່ອແນໃສ່ຮັບປະກັນໃຫ້ການຜະລິດເຂົ້ານາແຊງ 1 ແສນເຮັກຕາ ແລະ ພືດລະດູແລ້ງ 1,85 ແສນເຮັກຕາ ໃນປີ 2019 ໃຫ້ໄດ້ຮັບປະສິດທິພາບ ແລະ ບັນລຸຕາມແຜນການ.

ອີງຕາມຂໍ້ມູນຈາກໜ່ວຍງານກ່ຽວຂ້ອງຂອງລັດຖະບານ ເປີດເຜີຍກ່ອນໜ້ານີ້ວ່າ: ໃນລະດູຝົນ 2018 ທົ່ວປະເທດ ມີຜູ້ໄດ້ຮັບຜົນກະທົບຈາກໄພພິບັດທາງທໍາມະຊາດ ແລະ ພະຍາດລະບາດ ໂດຍສະເພາະການຜະລິດເຂົ້ານາປີ ໃນປີ 2018 ມີຜົນກະທົບທັງໝົດ 1,19 ແສນເຮັກຕາ, ເສຍຫາຍ 12% ຂອງພື້ນທີ່ປັກດໍາ ຖືວ່າເກີນຄ່າເຕືອນໄພຂອງການຄໍ້າປະກັນຄວາມໝັ້ນຄົງທາງດ້ານສະບຽງອາຫານຂອງຊາດ ເຊິ່ງຜົນຜະລິດເຂົ້ານາປີໄດ້ພຽງ 3,2 ລ້ານໂຕນ, ຂາດປະມານ 3 ແສນໂຕນ, ເນື້ອທີ່ປູກພືດໄດ້ຮັບ 11,6 ພັນເຮັກຕາ ແລະ ສັດລ້ຽງ ກັບໜອງປາຈໍານວນຫຼາຍເຮັກຕາທີ່ໄດ້ຮັບຄວາມເສຍຫາຍ.

 

 

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນຈາກ: ໜັງສືພິມເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ປະຊາຊົນຊາວມາເລເຊຍຮວມຕົວກັນຫຼາຍພັນຄົນ ເພື່ອຮຽກຮ້ອງຄວາມຍຸຕິທຳ ໃຫ້ຊາຣາ ທີ່ເສຍຊີວິດຢ່າງປິສະໜາ

#JusticeForZara ແຮັດແທັກ (hastag) ເຕັມສື່ສັງຄົມອອນລາຍໃນປະເທດມາເລເຊຍ ເພື່ອຮຽກຮ້ອງຄວາມຍຸຕິທຳໃຫ້ ຊາຣາ ເດັກຍິງອາຍຸ 13 ປີ ເສຍຊີວິດປິດສະໜາ, ທ່າມກາງຂ່າວລືວ່າ ຊາຣາ ເປັນເຫຍື່ອຈາກການຖືກບູລີ້ ແລະ...

ເສຍຊີວິດເວທີດຽວກັນ! ຂ່າວເສົ້າວົງການມວຍຍີ່ປຸ່ນ ເມື່ອ 2 ນັກຊົກຈາກແດນປາດິບເສຍຊີວິດຫຼັງຂຶ້ນຊົກມວຍ ໝໍເຜີຍເລືອດອອກໃນເຫຍື້ອຫຸ້ມສະໝອງ.

ວົງການມວຍຍີ່ປຸ່ນເສົ້າ! 2 ນັກຊົກມວຍເສຍຊີວິດເວທີດຽວກັນ ຫຼັງໄດ້ຮັບອາການບາດເຈັບ ໝໍເຜີຍເລືອດອອກໃນເຫຍື້ອຫຸ້ມສະໝອງ. ສຳນັກຂ່າວຕ່າງປະເທດລາຍງານເຫດການສຸດສະຫຼົດ ຂອງວົງການມວຍຍີ່ປຸ່ນ ໄດ້ເກີດເຫດການສຸດຊ໋ອກ ຫຼັງຈາກຊິເງໂຕຊິ ນັກຊົກອາຍຸ 28 ປີ ເສຍຊີວິດ ເມື່ອວັນສຸກ 8...

ສ ເກົາຫຼີ ມອບທຶນຈຳນວນ 6 ລ້ານໂດລາ ເພື່ອຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາ ກຳນົດຈັດຕັ້ງປະຕິບັດ 2025-2029

ລັດຖະບານ ສ ເກົາຫຼີສະໜອງທຶນຊ່ວຍເຫຼືອລ້າໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວ ເມືອງຄຳເກີດ ພິທີເຊັນບົດບັນທຶກການຮ່ວມມືໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວເມືອງຄຳເກີດ ແຂວງບໍລິຄຳໄຊ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...

ຍທຂ ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ

ຍທຂ ປະກາດການຈັດຕັ້ງ ພະນັກງານການນຳຂັ້ນສູງ. ເມື່ອບໍ່ດົນມານີ້, ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ ແລະ ຍົກຍ້າຍ...