spot_img
Homeຂ່າວຕ່າງປະເທດສີ ຈິ້ນຜິງ ຢືນຍັນ! ໄຕ້ຫວັນເປັນສ່ວນໜຶ່ງຂອງຈີນ

ສີ ຈິ້ນຜິງ ຢືນຍັນ! ໄຕ້ຫວັນເປັນສ່ວນໜຶ່ງຂອງຈີນ

Published on

ສໍານັກຂ່າວຕ່າງປະເທດລາຍງານ ໃນວັນທີ 2 ມັງກອນ 2019 ວ່າ ທ່ານ ສີ ຈິ້ນຜິງ ປະທານາທິບໍດີ ສປ ຈີນ ປະກາດວ່າ: “ບໍ່ມີໃຜສາມາດປ່ຽນແປງຄວາມຈິງທີ່ວ່າ ໄຕ້ຫວັນ ເປັນສ່ວນໜຶ່ງຂອງຈີນໄດ້ ແລະ ປະຊາຊົນທັງສອງຝ່າຍໃນຊ່ອງແຄບໄຕ້ຫວັນ ຈະຕ້ອງຢູ່ປະເທດດຽວກັນ”.

ທ່ານ ສີ ຈິ້ນຜິງ ກ່າວຢ່າງເດັດດ່ຽວຕໍ່ ໄຕ້ຫວັນ ທີ່ນະຄອນຫຼວງ ປັກກິ່ງ ສປ ຈີນ ໃນວາລະຄົບຮອບ 40 ປີ ຂອງການສົ່ງສານເຖິງເພື່ອນຮ່ວມຊາດໃນ ໄຕ້ຫວັນ ເຊິ່ງເປັນການຖະແຫຼງນະໂຍບາຍຂອງຈີນ ວ່າດ້ວຍໄຕ້ຫວັນ ວ່າ: “ການຮ່ວມຊາດດຽວກັນຈະຕ້ອງມີຂຶ້ນພາຍໃຕ້ຫຼັກການຂອງຈີນອັນດຽວ. ປະຊາຊົນທຸກຄົນໃນ ໄຕ້ຫວັນ ຈະຕ້ອງຍອມຮັບວ່າການເປັນເອກະລາດຂອງ ໄຕ້ຫວັນ ໄດ້ ແຕ່ຈະນໍາຄວາມຫາຍະນະມາສູ່ ໄຕ້ຫວັນ, ເຮົາຍິນດີທີ່ຈະເຮັດໃຫ້ພື້ນທີ່ໃນການຮ່ວມຊາດນີ້ເປັນສັນຕິ ແຕ່ເຮົາຈະບໍ່ປ່ອຍໃຫ້ມີການເຄື່ອນໄຫວຂອງກຸ່ມແບ່ງແຍກດິນແດນໃນຮູບແບບໃດໆເກີດຂຶ້ນ” ພ້ອມກັບກ່າວປະນາມກຸ່ມທີ່ສະໜັບສະໜູນການປະກາດເອກະລາດຂອງໄຕ້ຫວັນ ໂດຍຈະບໍ່ຮັບປາກວ່າຈະບໍ່ໃຊ້ກໍາລັງ ແລະ ສະຫງວນທຸກທາງເລືອກອັນຈໍາເປັນທີ່ມີຢູ່ໃນ ໄຕ້ຫວັນ ທັງຢໍ້າອີກວ່າ: “ເລື່ອງນີ້ເປັນກິດຈະການພາຍໃນປະເທດຈະບໍ່ຍອມໃຫ້ມີການແຊກແຊງຈາກພາຍນອກ”.

ດ້ານທ່ານ ນາງ ໄຊ່ ອິງເຫວິນ ປະທານາທິບໍດີ ໄຕ້ຫວັນ ອອກມາຕໍ່ວ່າກັບຖະແຫຼງການຂອງ ສີ ຈິ້ນຜິງ ວ່າ: ໄຕ້ຫວັນ ຈະບໍ່ຍອມຮັບນະໂຍບາຍ 1 ປະເທດ 2 ລະບົບຂອງຈີນ ແລະ ຍັງກ່າວຢໍ້າຕື່ມວ່າ ການເຈລະຈາຊ່ອງແຄບ ໄຕ້ຫວັນຈໍາເປັນຕ້ອງມີຂຶ້ນແບບລັດຕໍ່ລັດ ພ້ອມກັບຮຽກຮ້ອງໃຫ້ ຈີນ ເຂົ້າໃຈໃນຄວາມຄິດ ແລະ ຄວາມຕ້ອງການຂອງ ປະຊາຊົນໄຕ້ຫວັນ ພ້ອມທັງແກ້ໄຂດ້ວຍວິທີສັນຕິ. ແນວໃດກໍຕາມ ຈີນ ຍັງຖືວ່າ ໄຕ້ຫວັນເປັນລັດໜຶ່ງຂອງຕົນເອງພາຍໃຕ້ 1 ປະເທດ 2 ລະບົບ ເຊິ່ງເປັນນະໂຍບາຍດຽວທີ່ ຈີນ ໃຊ້ກັບ ຮົງກົງ ກັບ ມາເກົ໊າ ດິນແດນໃຕ້ອໍານາດຂອງຕົນໃນຕອນນີ້ ແຕ່ ໄຕ້ຫວັນ ຍັງຢືນການບໍ່ຍອມຮັບຫຼັກການດັ່ງກ່າວ.

 

 

 

 

 

 

 

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນຈາກ: dailynews.co.th, .matichon.co.th, bbc.com

ບົດຄວາມຫຼ້າສຸດ

ປະຊາຊົນຊາວມາເລເຊຍຮວມຕົວກັນຫຼາຍພັນຄົນ ເພື່ອຮຽກຮ້ອງຄວາມຍຸຕິທຳ ໃຫ້ຊາຣາ ທີ່ເສຍຊີວິດຢ່າງປິສະໜາ

#JusticeForZara ແຮັດແທັກ (hastag) ເຕັມສື່ສັງຄົມອອນລາຍໃນປະເທດມາເລເຊຍ ເພື່ອຮຽກຮ້ອງຄວາມຍຸຕິທຳໃຫ້ ຊາຣາ ເດັກຍິງອາຍຸ 13 ປີ ເສຍຊີວິດປິດສະໜາ, ທ່າມກາງຂ່າວລືວ່າ ຊາຣາ ເປັນເຫຍື່ອຈາກການຖືກບູລີ້ ແລະ...

ເສຍຊີວິດເວທີດຽວກັນ! ຂ່າວເສົ້າວົງການມວຍຍີ່ປຸ່ນ ເມື່ອ 2 ນັກຊົກຈາກແດນປາດິບເສຍຊີວິດຫຼັງຂຶ້ນຊົກມວຍ ໝໍເຜີຍເລືອດອອກໃນເຫຍື້ອຫຸ້ມສະໝອງ.

ວົງການມວຍຍີ່ປຸ່ນເສົ້າ! 2 ນັກຊົກມວຍເສຍຊີວິດເວທີດຽວກັນ ຫຼັງໄດ້ຮັບອາການບາດເຈັບ ໝໍເຜີຍເລືອດອອກໃນເຫຍື້ອຫຸ້ມສະໝອງ. ສຳນັກຂ່າວຕ່າງປະເທດລາຍງານເຫດການສຸດສະຫຼົດ ຂອງວົງການມວຍຍີ່ປຸ່ນ ໄດ້ເກີດເຫດການສຸດຊ໋ອກ ຫຼັງຈາກຊິເງໂຕຊິ ນັກຊົກອາຍຸ 28 ປີ ເສຍຊີວິດ ເມື່ອວັນສຸກ 8...

ສ ເກົາຫຼີ ມອບທຶນຈຳນວນ 6 ລ້ານໂດລາ ເພື່ອຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາ ກຳນົດຈັດຕັ້ງປະຕິບັດ 2025-2029

ລັດຖະບານ ສ ເກົາຫຼີສະໜອງທຶນຊ່ວຍເຫຼືອລ້າໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວ ເມືອງຄຳເກີດ ພິທີເຊັນບົດບັນທຶກການຮ່ວມມືໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວເມືອງຄຳເກີດ ແຂວງບໍລິຄຳໄຊ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...

ຍທຂ ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ

ຍທຂ ປະກາດການຈັດຕັ້ງ ພະນັກງານການນຳຂັ້ນສູງ. ເມື່ອບໍ່ດົນມານີ້, ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ ແລະ ຍົກຍ້າຍ...