spot_img
Homeຂ່າວຕ່າງປະເທດບໍລິສັດຈີນ ໂຄຣນນີ່ງ (Cloning) ໝາ ໂດຍຝາກເຊວໄວ້ທ້ອງໝາພັນອື່ນ

ບໍລິສັດຈີນ ໂຄຣນນີ່ງ (Cloning) ໝາ ໂດຍຝາກເຊວໄວ້ທ້ອງໝາພັນອື່ນ

Published on

ຈູສ ເປັນໝາທີ່ມີຊື່ສຽງໂດ່ງດັງຈາກການສະແດງໃນຮູບເງົາ ແລະ ລະຄອນຫຼາຍສິບເລື່ອງຂອງ ຈີນ. ເຈົ້າຂອງ ມັນຕ້ອງການຢາກໃຫ້ໝາມີລັກສະນະຄືກັບ ຈູສ ແຕ່ມັນຖືກຕັດຕອນຕັ້ງແຕ່ນ້ອຍ ບໍ່ສາມາດສືບພັນໄດ້ ເຮັດໃຫ້ເຈົ້າຂອງໝາຕ້ອງອາໃສບໍລິສັດໂຄລນນິ່ງ (Cloning) ເຮັດສໍາເນົາກຳມະພັນ ສາມາດສ້າງສັດໃຫ້ຄືກັບຕົ້ນແບບກຳມະພັນໄດ້. ເຕັກໂນໂລຊີທາງກໍາມະພັນ ເຮັດໃຫ້ໝາເຫຼົ່ານີ້ມີລັກສະນະຄືກັນ. ກ່ອນຈະເປັນໝາທີ່ໂດ່ງດັງໃນສື່ຂອງຈີນ ຈູສ ເຄີຍເປັນໝາພັນລາດ ອາໄສຢູ່ຕາມທ້ອງຖະໜົນມາກ່ອນ.

ເຫີ ຈວິນ ເຈົ້າຂອງ ແລະ ຜູ້ເຝິກສອນຂອງ ຈູສ ເວົ້າວ່າ: “ຈູສ ໄດ້ສະແດງໃນຮູບເງົາ ແລະ ລະຄອນມາຫຼາຍເລື່ອງ ມີຜູ້ຊື່ນຊົມຈໍານວນຫຼາຍ ມັນເປັນສ່ວນໜຶ່ງຂອງຊັບສິນທາງປັນຍາທີ່ມີອິດທິດພົນທາງສັງຄົມ ຈິ່ງຢາກຮັກສາຮູບຮ່າງລັກສະນະຂອງມັນໄວ້ຕໍ່ໄປ ແຕ່ ຈູສ ຖືກຕັດຕອນມາຕັ້ງແຕ່ນ້ອຍ ບໍ່ສາມາດສືບພັນໄດ້ ເຮັດໃຫ້ Sinogene ບໍລິສັດ Cloning ຕ້ອງເຂົ້າມາຊ່ວຍດ້ວຍເງິນ 50 ພັນໂດລາສະຫະລັດ”. ພວກເຂົາສາມາດ Cloning ດ້ວຍເຊວຈາກທ້ອງຂອງມັນ ໂດຍພວກເຂົາໄດ້ໃຊ້ເຊວຕົວຢ່າງໃນການພັດທະນາເປັນໂຕອ່ອນ ເຊິ່ງຖືກຝັງລົງໃນທ້ອງໝາແມ່ບຸນທໍາ, ໃນໄລຍະເວລາ 2-3 ເດືອນຕໍ່ມາ ລິຕເຕີ້ລ ຈູສ ກໍໄດ້ເກີດອອກມາ. ເຫີ ຈວິນ ບອກຕື່ມວ່າ: “ເຮົາເຊື່ອວ່າມັນຈະສະແດງໄດ້ດີກວ່າ ຈູສ, ໝູ່ຂອງຂ້ອຍຕ່າງບອກວ່າ ນີ້ຄືໝາທີ່ແພງທີ່ສຸດ ເຮົາຕ້ອງເອົາໃຈໃສ່ເບິ່ງແຍງມັນຫຼາຍກວ່າໝາໂຕອື່ນ ເຊິ່ງໃນອະນາຄົດ Sinogene ຕ້ອງການຕັດຕໍ່ພັນທຸກໍາ ເພື່ອປ່ຽນແປງລັກສະນະຂອງສັດ”.

ຈີນມີອຸດສາຫະກໍາເຕັກໂນໂລຊີ ຊີວະພາບທີ່ກ້າວໜ້າ ແຕ່ຍັງມີການຖົກຖຽງກັນຫຼາຍບັນຫາຢູ່ ໂດຍໃນເດືອນ ພະຈິກ 2018 ຜ່ານມາ ມີນັກວິທະຍາສາດຄົນໜຶ່ງໃນ ເຊິນເຈິ້ນ ອ້າງວ່າໄດ້ຕັດຕໍ່ກໍາມະພັນເດັກນ້ອຍ ເຊິ່ງເປັນຜົນງານຂອງ ເຮີ່ ຈ້ຽນຂຸຍ ກໍໄດ້ຖືກໂຈມຕີວ່າຜິດກົດໝາຍ ລະເມີດຈະລິຍະທໍາ ແລະ ບໍ່ຜ່ານການກວດສອບທາງວິທະຍາສາດ.

 

 

 

 

 

 

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນ, ຮູບພາບຈາກ: bbc.com

ບົດຄວາມຫຼ້າສຸດ

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...

ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ

ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ...

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...