spot_img
Homeຂ່າວທ້ອງຖິ່ນລາວ ສົ່ງສິນຄ້າໄປຈີນ 3 ປີ ບັນລຸ 1000 ຕື້ກວ່າກີບ

ລາວ ສົ່ງສິນຄ້າໄປຈີນ 3 ປີ ບັນລຸ 1000 ຕື້ກວ່າກີບ

Published on

ພາຍຫຼັງມີການເປີດຕະຫຼາດສິດທິພິເສດ ທາງດ້ານການຄ້າທີ່ ສປປ ລາວ ແລະ ສປ ຈີນ ເປັນພາຄີຮ່ວມກັນ ໃນ 3 ຂອບສັນຍາເຮັດໃຫ້ຕົວເລກການສົ່ງອອກຂອງລາວໃນໄລຍະ 3 ປີ ມີມູນຄ່າເຖິງ 207,80 ລ້ານໂດລາ ຫຼື ປະມານ 1.000 ຕື້ກວ່າກີບ.

ອີງຕາມສູນຂໍ້ມູນທາງດ້ານການຄ້າຂອງລາວເປີດເຜີຍເມື່ອບໍ່ດົນມານີ້ວ່າ: ພາຍຫຼັງ ສປປ ລາວ ມີການເປີດຕະຫຼາດສິດທິພິເສດທາງດ້ານການຄ້າທີ່ ສປປ ລາວ ແລະ ສປ ຈີນ ເປັນພາຄີຮ່ວມກັນໃນ 3 ຂອບສັນຍາສົ່ງຜົນໃຫ້ການຄ້າສອງປະເທດ ມີການຂະຫຍາຍຕົວຂຶ້ນເລື້ອຍໆ ໂດຍສະເພາະພາຍໃຕ້ຂອບສັນຍາ ACFTA. ຈາກການຈັດຕັ້ງປະຕິບັດຂອບສັນຍາຕ່າງໆໃນໄລຍະ 3 ປີຜ່ານມາ (2015, 2016 ແລະ 2017) ມີການສົ່ງອອກຄື: ປີ 2015 ຢູ່ໃນອັນດັບທີ 5, ປີ 2016 ຢູ່ໃນອັນດັບທີ 4 ແລະ ປີ 2017 ຢູ່ອັນດັບທີ 5.

ສຳລັບສິນຄ້າສົ່ງອອກຫຼັກໃນຂອບສັນຍາຄື: ຝຸ່ນ/ປຸ໋ຍ, ຢາງທໍາມະຊາດ ແລະ ທອງບໍລິສຸດ ມູນຄ່າການສົ່ງອອກຂອງລາວ ພາຍໃຕ້ສິດທິພິເສດທາງການຄ້າໄປຍັງ ສປ ຈີນ ປະຕິບັດໄດ້ 53,11 ລ້ານໂດລາ ໃນປີ 2015; 79,82 ລ້ານໂດລາ ໃນປີ 2016 ແລະ 74,86 ລ້ານໂດລາ ໃນປີ 2017 ເຊິ່ງລວມທັງໝົດປະມານ 207,80 ລ້ານໂດລາ ຫຼື ປະມານ 1.766 ຕື້ກີບ.

ອີງຕາມຂໍ້ມູນສະຖິຕິຈາກເວັບໄຊ worldstopexports.com ສະແດງໃຫ້ເຫັນວ່າໃນປີ 2017 ສປ ຈີນ ມີ ມູນຄ່ານຳເຂົ້າສິນຄ້າຈາກທົ່ວໂລກ 1.841 ພັນຕື້ໂດລາ, ໃນນັ້ນ 55,9% ຂອງມູນຄ່າການນໍາເຂົ້າທັງໝົດຂອງຈີນ ມາຈາກບັນດາປະເທດໃນທະວີບອາຊີ ແລະ ໃນປີຜ່ານມາຜະລິດຕະພັນສິນຄ້າຈາກລາວ ທີ່ເຂົ້າຮ່ວມງານວາງສະແດງສິນຄ້າຂອງປະເທດອາຊີໃຕ້-ອາຊີຕາເວັນອອກສ່ຽງໃຕ້ ຢູ່ນະຄອນຄຸນໝິງ ແຂວງ ຢຸນໜານ ສປ ຈີນ ເຊິ່ງມີບັນດານັກທຸລະກິດລາວໄດ້ເລືອກເອົາຜະລິດຕະພັນສິນຄ້າ ທີ່ເປັນເອກະລັກຂອງລາວຫຼາຍຊະນິດ ເຊັ່ນ: ພອຍ, ແກ້ວຫ້ວຍຊາຍ ແຂວງ ບໍ່ແກ້ວ, ນໍ້າໜາກຍໍ, ເຂົ້າໄກ່ນ້ອຍ, ຜະລິດຕະພັນໄມ້ແກະສະຫຼັກທີ່ເປັນເອກະລັກ ແລະ ໂດດເດັ່ນ ເຫັນໄດ້ວ່າໄດ້ຮັບຄວາມສົນໃຈເປັນພິເສດ

ປະຈຸບັນສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວກຳລັງສຶກສາຄົ້ນຄວ້າຫາຫຼາຍຂະແໜງການທີ່ສາມາດເຈາະຕະຫຼາດ ແລະ ສິນຄ້າທີ່ຄວາມຕ້ອງການຊື້ ໂດຍອີງໃສ່ຄວາມຕ້ອງການຂອງຕະຫຼາດ ແລະ ທ່າແຮງໃນການສົ່ງອອກສິນຄ້າຂອງລາວ ໂດຍສະເພາະ ຂະແໜງກະສິກຳເປັນຕົ້ນ: ກາເຟ, ຊາ ແລະ ເຂົ້າໄກ່ນ້ອຍ; ຂະແໜງຫັດຖະກຳ ກໍຄືຜ້າໄໝລາວ. ດັ່ງນັ້ນ, ເປັນໂອກາດດີໃຫ້ແກ່ຜູ້ປະກອບການຂອງລາວ ໃນການສົ່ງອອກສິນຄ້າໄປ ສປ ຈີນ ໂດຍນຳໃຊ້ສິດທິພິເສດທາງການຄ້າໃນຂອບສັນຍາຕ່າງໆທີ່ ລາວ ກັບຈີນ ເປັນພາຄີໃຫ້ຫຼາຍເທົ່າທີ່ຈະຫຼາຍໄດ້, ເພາະສິດທິພິເສດທາງດ້ານການຄ້າທີ່ລາວໄດ້ຮັບຈາກຈີນກໍເປັນ ປັດໄຈອັນສຳຄັນທີ່ຈະກະຕຸ້ນໃຫ້ ມີການສົ່ງອອກຫຼາຍຂຶ້ນ ແລະ ດຶງດູດເອົານັກທຸລະກິດຈາກຕ່າງປະເທດເຂົ້າມາລົງທຶນໃນ ສປປ ລາວ ໃຫ້ຫຼາຍຂຶ້ນ.

ໃນ 3 ຂອບສັນຍາດັ່ງກ່າວ ມີຄື: ສັນຍາການຄ້າເສລີ ອາຊຽນ-ສປ ຈີນ (ASEAN-China Free Trade Agreement: ACFTA) ຟອມ E, ສິດທິພິເສດທາງການຄ້າແບບຝ່າຍດຽວຈາກ ສປ ຈີນ ພາຍໃຕ້ລະບົບອັດຕາພາສີພິເສດ (Special and Preferential Tariff Treatment for CLM: SPT) ຟອມ SPT ແລະ ສັນຍາການຄ້າເສລີ ອາຊີ-ປາຊີຟິກ (Asia-Pacific Trade Agreement: APTA) ຟອມ APTA.

 

 

 

 

 

 

 

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນຈາກ: ໜັງສືພິມເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...