spot_img
Homeຂ່າວທ້ອງຖິ່ນລັດ ເລັ່ງຕ້ານການຟອກເງິນ ເພື່ອບໍ່ໃຫ້ ສປປ ລາວ ຕົກເປັນເປົ້າສາຍຕາຂອງສາກົນ

ລັດ ເລັ່ງຕ້ານການຟອກເງິນ ເພື່ອບໍ່ໃຫ້ ສປປ ລາວ ຕົກເປັນເປົ້າສາຍຕາຂອງສາກົນ

Published on

ຄະນະກຳມະການແຫ່ງຊາດຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (ຄຕຟງ) ໄດ້ຈັດກອງປະຊຸມສະໄໝສາມັນຄັ້ງທີ II ປະຈໍາປີ 2018 ໃນວັນທີ 27 ທັນວາ 2018 ທີ່ທະນາຄານແຫ່ງ ສປປ ລາວ ນະຄອນຫຼວງວຽງຈັນ ເພື່ອຮັບປະກັນບໍ່ໃຫ້ ສປປ ລາວ ຕົກຢູ່ໃນການຕິດຕາມຂອງສາກົນ ດ້ານການປ້ອງກັນ-ປາບປາມການຟອກເງິນ ແລະ ສະໜອງທຶນແກ່ການກໍ່ການຮ້າຍ (Anti-Money Laundering and Combating the Financing of Terrorism: AML/CFT) ແລະ ກະກຽມການປະເມີນ ສປປ ລາວ ຮອບດ້ານກ່ຽວກັບວຽກງານ AML/CFT (Mutual Evaluation “ME”) ໃນປີ 2020 ພ້ອມທັງເຮັດໃຫ້ລະບົບເສດຖະກິດ-ການເງິນ ມີຄວາມເປັນລະບຽບຮຽບຮ້ອຍ, ມີຄວາມເຂັ້ມແຂງ, ໝັ້ນຄົງ, ເຊື່ອມໂຍງກັບພາກພື້ນ ແລະ ສາກົນ.

ກອງປະຊຸມດັ່ງກ່າວ ໄດ້ຕີລາຄາຜົນສຳເລັດວຽກງານການປະເມີນຄວາມສ່ຽງລະດັບຊາດ, ການຟອກເງິນ ແລະ ສະໜອງທຶນແກ່ການກໍ່ການຮ້າຍຄັ້ງທຳອິດຂອງ ສປປ ລາວ, ພ້ອມທັງຮັບຮອງເອົາແຜນປະຕິບັດງານ ເພື່ອແກ້ໄຂຄວາມສ່ຽງຈາກຜົນການປະເມີນທີ່ໄດ້ຮັບ ແລະ ຍັງຮັບຊາບຜົນຄວາມຄືບໜ້າໃນການຈັດຕັ້ງປະຕິບັດວຽກງານຕ້ານການຟອກເງິນ ແລະ ສະໜອງທຶນແກ່ການກໍ່ການຮ້າຍ ໂດຍສະເພາະການຂະຫຍາຍກົນໄກການຮ່ວມມື ລະຫວ່າງອົງການສືບສວນ-ສອບສວນ, ຜູ້ຄຸ້ມຄອງຫົວໜ່ວຍທີ່ມີໜ້າທີ່ລາຍງານ ແລະ ສຳນັກງານຂໍ້ມູນຕ້ານການຟອກເງິນ (ສຕຟງ) ເພື່ອສະດວກໃນການເຂົ້າເຖິງແຫຼ່ງຂໍ້ມູນຂອງບັນດາພາກສ່ວນຕ່າງໆ ລວມເຖິງການດຳເນີນຄະດີອາສະຍາກຳ ໃຫ້ມີປະສິດທິຜົນຍິ່ງຂຶ້ນ ພ້ອມກັບການສ້າງເຄືອຂ່າຍການຮ່ວມມືລະຫວ່າງອົງກອນທີ່ກ່ຽວຂ້ອງໃຫ້ກວ້າງອອກ.

ນອກຈາກນີ້, ຍັງສືບຕໍ່ໃນການສ້າງຄວາມສາມາດລົງເລິກໃຫ້ແກ່ເຈົ້າໜ້າທີ່ກ່ຽວຂ້ອງ ໃນວຽກງານຕ້ານການຟອກເງິນ ແລະ ສະໜອງທຶນແກ່ການກໍ່ການຮ້າຍ ພ້ອມທັງຮັບຮອງເອົາແຜນງານຕ້ານການຟອກເງິນ ແລະ ສະໜອງທຶນແກ່ການກໍ່ການຮ້າຍຂອງ ສປປ ລາວ ໃນປີ 2019 ເຊິ່ງມີການກະກຽມຢ່າງຮອບດ້ານ ຮອງຮັບການປະເມີນຮ່ວມກັນໃນຮອບທີ່ສອງ (ME) ຂອງ ສປປ ລາວ ກ່ຽວກັບວຽກງານການຕ້ານການຟອກເງິນ ແລະ ການສະໜອງທຶນແກ່ການກໍ່ການຮ້າຍ 2020-2021 ຈາກຄະນະກວດສອບຂອງກຸ່ມອາຊີປາຊີຟິກ (APG).

ໃນກອງປະຊຸມຄັ້ງທີ່ແລ້ວທີ່ຈັດຂຶ້ນກາງເດືອນ ມີນາ 2018 ໄດ້ແຈ້ງຜົນການປະເມີນເບື້ອງຕົ້ນຄວາມສ່ຽງລະດັບຊາດການຟອກເງິນ  ແລະ ການສະໜອງທຶນແກ່ການກໍ່ການຮ້າຍ; ການສ້າງຄວາມສາມາດໃຫ້ບັນດາຂະແໜງການຕິດພັນກັບການສືບສວນ-ສອບສວນຄະດີການຟອກເງິນ ແລະ ປັບປຸງກົນໄກການດໍາເນີນງານ, ປະສານງານພາກສ່ວນກ່ຽວຂ້ອງເພື່ອຮັບຮອງການຈັດຕັ້ງປະຕິບັດ 40 ຂໍ້ແນະນໍາຂອງ FATF ແລະ ບັນຫາອື່ນໆປິ່ນອ້ອມ.

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນຈາກ: ໜັງສືພິມເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...

ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ

ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ...

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...