spot_img
Homeຂ່າວຕ່າງປະເທດລັດເຊຍ ທົດສອບອາວຸດນິວເຄຼຍໃໝ່

ລັດເຊຍ ທົດສອບອາວຸດນິວເຄຼຍໃໝ່

Published on

ສໍານັກຂ່າວຕ່າງປະເທດ ລາຍງານວ່າ ກະຊວງປ້ອງກັນປະເທດ ເຜີຍແຜ່ວິດີໂອລົງໃນໂລກອອນລາຍ ຕໍ່ການທົບສອບ ຍິງຂີປະນາ ວຸດ ຕິດຕັ້ງຍານຂົນຫົວຮົບ ຄວາມໄວເໜືອກວ່າສຽງຄວາມໄວຊື່ ອະວານກາດ (Avangard) ເຊິ່ງເປັນໜຶ່ງໃນອາວຸດໃໝ່ຫຼ້າສຸດຂອງພວກເຂົາ ມີຂີດຄວາມສາມາດໃນການບັນທຸກຫົວຮົບນີວເຄຼຍ ແລະ ຈະປະຈໍາໃນກອງທັບແດນໃນປີໜ້າ.

ທັງນີ້, ຄາດວ່າ ເປັນຍານພາຫະນະຮ່ວມຄວາມໄວກວ່າສຽງທີ່ຕິດຕັ້ງເທິງປາຍຂີປະນາວຸດຂ້າມທະວີບ  “SS-19” ຈະຖືກປ່ອຍອອກຈາກຂິປະນາວຸດທີ່ມີຄວາມສູງຈາກພື້ນໂລກຫຼາຍ ກ່ອນຈະໃຊ້ແຮງອາກາດຮ່ວມກັບຊັ້ນບັນຍາກາດດ້ວຍຄວາມໄວກວ່າສຽງ 5 ເທົ່າ ຫຼື ໄລຍະໄກກວ່າ 1,61 ກິໂລແມັດ ໃນເວລາ 1 ວິນາທີ ເຊິ່ງ ລັດເຊຍ ລະບຸວ່າ: ບໍ່ມີລະບົບປ້ອງກັນຂີປະນາວຸດໃດຈະສາມາດຮັບມືກັບມັນໄດ້. ແນວໃດກໍຕາມ, ວີດີໂອ ທີ່ກະຊວງປ້ອງການປະເທດ ລັດເຊຍ ໄດ້ເຜີຍແຜ່ອອກມາ ບໍ່ມີພາບຊ່ວງທີຖືກປ່ອຍອອກຈາກຂີປະນາວຸດ.

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນຈາກ: www.thairath.co.th

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...