spot_img
Homeຂ່າວຕ່າງປະເທດອິນເດຍ ສົ່ງຍານອາວະກາດສູ່ວົງໂຄຈອນດາວອັງຄານສຳເລັດ ເປັນຊາດທຳອິດໃນອາຊີ!

ອິນເດຍ ສົ່ງຍານອາວະກາດສູ່ວົງໂຄຈອນດາວອັງຄານສຳເລັດ ເປັນຊາດທຳອິດໃນອາຊີ!

Published on

 

ອົງການວິໄຈອາວະກາດອິນເດຍ ສ້າງປະຫວັດສາດສຸດຍິ່ງໃຫຍ່ ສົ່ງຍານອາວະກາດສູ່ວົງໂຄຈອນດາວອັງຄານສຳເລັດ

ເປັນນຊາດທຳອິດ ແລະ ຊາດດຽວໃນອາຊີ.

 

ສຳນັກຂ່າວຕ່າງປະເທດລາຍງານ ເມື່ອວັນທີ 24 ກັນຍານີ້ວ່າ ອົງການວິໄຈອາວະກາດຂອງອິນເດຍ ໄດ້ສ້າງປະຫວັດ

ສາດຄັ້ງໃຫຍ່ ສົ່ງຍານອາວະກາດສຳຫລວດດາວອັງຄານປະສົບຄວາມສຳເລັດ ໃນການເຂົ້າສູ່ວົງໂຄຈອນຂອງດາວອັງ

ຄານແລ້ວ ເມື່ອຕອນເຊົ້າຂອງວັນທີ 24 ກັນຍາ 2014 ນີ້ ເຮັດໃຫ້ອິນເດຍກາຍເປັນຊາດທຳອິດ ແລະ ຊາດດຽວໃນ

ອາຊີ ທີ່ສາມາດສົ່ງຍານອາວະກາດໄປພິຊິດດາວອັງຄານໄດ້ສຳເລັດ.

 

ທັງນີ້ ອົງການວິໄຈອາວະກາດແຫ່ງຊາດອິນເດຍ ໄດ້ສົ່ງຍານອາວະກາດ MOM ຂຶ້ນສູ່ຫ້ວງອາວະກາດ ຕັ້ງແຕ່ວັນທີ 5

ພະຈິກ 2013 ໂດຍມີກຳນົດເວລາເດີນທາງຍາວນານເຖິງ 300 ມື້ (10 ເດືອນ) ດ້ວຍໄລຍະທາງທີ່ໄກປະມານ 6.8 ແສນ

ກິໂລແມັດ ເຊິ່ງຖືເປັນຍານອາວະກາດລາຄາຖືກ ທີ່ໃຊ້ງົບປະມານໃນໂຄງການນີ້ພຽງແຕ່ 74 ລ້ານໂດລາ ເມື່ອທຽບ

ກັບ ອົງການນາຊາຂອງສະຫະລັດ ທີ່ໃຊ້ງົບປະມານໃນການສົ່ງຍານອາວະກາດມາເວນ ເຖິງ 671 ລ້ານໂດລາສະຫະລັດ.

 

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...