spot_img
Homeຂ່າວທ້ອງຖິ່ນ8 ແຜນພັດທະນາປີ 2019 ແລະ ຫ້າມຕັດ-ເກັບເງິນເດືອນພະນັກງານເພື່ອໃຊ້ວັນສໍາຄັນຕ່າງໆເລີ່ມ 2019 ເປັນຕົ້ນໄປ

8 ແຜນພັດທະນາປີ 2019 ແລະ ຫ້າມຕັດ-ເກັບເງິນເດືອນພະນັກງານເພື່ອໃຊ້ວັນສໍາຄັນຕ່າງໆເລີ່ມ 2019 ເປັນຕົ້ນໄປ

Published on

ກອງປະຊຸມລັດຖະບານປະຈໍາເດືອນ ທັນວາ 2018 ໄດ້ດໍາເນີນເປັນເວລາສອງມື້ເຕັມແຕ່ວັນທີ 24-25 ທັນວາ, ພາຍໃຕ້ການເປັນປະທານ ທ່ານ ທອງລຸນສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ. ກອງປະຊຸມຄັ້ງນີ້, ໄດ້ສຸມໃສ່ພິຈາລະນາ, ປະກອບຄໍາເຫັນໃສ່ເອກະສານສໍາຄັນໃສ່ບົດລາຍງານຕ່າງໆ ໂດຍ ລັດຖະບານ ຊີ້ນໍາໃຫ້ພາກສ່ວນທີ່ກ່ຽວຂ້ອງນໍາໄປປັບປຸງຕື່ມ ຕາມການປະກອບຄໍາຄິດເຫັນຂອງສະມາຊິກລັດຖະບານດັ່ງນີ້:

  1. ເອົາໃຈໃສ່ປັບປຸງຮ່າງດໍາລັດໃຫ້ໄປຕາມໂລຈິກ, ເປັນຕ່ອງໂສ້ ແລະ ເພີ່ມອີກໝວດໜຶ່ງໃຫ້ກໍານົດມາດຕະການ ແລະ ກົນໄກການຈັດຕັ້ງປະຕິບັດ.
  2. ໃຫ້ຂະແຫນງການທີ່ກ່ຽວຂ້ອງເອົາໃຈໃສ່ໃນການສໍາຫຼວດ ແລະ ກະກຽມການສ້າງແຜນພັດທະນາເສດຖະກິດສັງຄົມ 5 ປີ ຄັ້ງທີ X.
  3. ເອົາໃຈໃສ່ສູ້ຊົນປີ 2019 ໃຫ້ບັນລຸຕາມຕົວເລກຄາດໝາຍ ຂອງມະຕິກອງປະຊຸມ ສະພາແຫ່ງຊາດ ທີ່ໄດ້ພິຈາລະນາຮັບຮອງເອົາ.
  4. ເອົາໃຈໃສ່ສ້າງແຜນຍຸດທະສາດດ້ານພະລັງງານໃຫ້ສໍາເລັດຕາມແຜນ, ແຜນການຂະຫຍາຍອຸດສາຫະກໍາ ພ້ອມທັງເອົາໃຈໃສ່ໃນການຄຸ້ມຄອງລາຄານໍ້າມັນ.
  5. ເອົາໃຈໃສ່ລົບລ້າງບັນດາສິ່ງກີດຂວາງ ທີ່ເປັນອຸປະສັກໃນການທ່ອງທ່ຽວ ແລະ ດຶງດູດເອົາການລົງທຶນໃນຂະແໜງການພິຈາລະນາລົບລ້າງການເກັບຄ່າທໍານຽມຕ່າງໆ.
  6. ເອົາໃຈໃສ່ເຄັ່ງຄັດ, ເຂັ້ມງວດໃນການຈັດເກັບລາຍຮັບ ແລະ ຄຸ້ມຄອງລາຍຈ່າຍໃຫ້ດີ.
  7. ເອົາໃຈໃສ່ຈັດລຽງບູລິມະສິດໃນການລົງທຶນຂອງລັດຖະບານໃນປີ 2019.
  8. ປັບປຸງເຮັດໃຫ້ຕົວຊີ້ວັດການລົງທຶນໃຫ້ຕົວເລກເຫຼືອໜ້ອຍລົງ.

ພ້ອມນັ້ນ, ກອງປະຊຸມຍັງເນັ້ນເດັດຂາດຫ້າມບໍ່ໃຫ້ບັນດາກະຊວງ, ອົງການ ແລະ ທ້ອງຖິ່ນລະດົມທຶນດ້ວຍການຕັດເງິນເດືອນຂອງພະນັກງານລັດຖະກອນ, ທະຫານ-ຕໍາຫຼວດ ແລະ ປະຊາຊົນ ເພື່ອນໍາໃຊ້ເຂົ້າໃນການສະເຫຼີມສະຫຼອງວັນບຸນສໍາຄັນຕ່າງໆ ໂດຍເລີ່ມປີ 2019 ເປັນຕົ້ນໄປຫ້າມບໍ່ໃຫ້ອົງການໃດ ຫຼື ທ້ອງຖິ່ນໃດຂອງລັດ ຈັດການເຜີຍແຜລະດົມເງິນຈາກສັງຄົມ ເພື່ອເອົາໄປໃຊ້ໃນກິດຈະກໍາຂອງລັດ ແລະ ການເຮັດບຸນ, ເຮັດທານຕ່າງໆຕື່ມອີກ ຖ້າລະເມີດຈະຖືວ່າເປັນການກະທໍາຜິດວິໄນ.

 

 

 

 

 

 

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼງຂໍ້ມູນຈາກ: ໜັງສືພິມເສດຖະກິດ-ສັງຄົມ

ຮູບພາບຈາກ: targetlaos.com

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...