spot_img
Homeຂ່າວຕ່າງປະເທດຍອດຜູ້ເສຍຊີວິດ ຈາກ ສືນາມິ ອິນໂດເນເຊຍ ເພີ່ມຂຶ້ນ 400 ກວ່າຄົນ

ຍອດຜູ້ເສຍຊີວິດ ຈາກ ສືນາມິ ອິນໂດເນເຊຍ ເພີ່ມຂຶ້ນ 400 ກວ່າຄົນ

Published on

ຫຼັງຈາກເກີດຄື້ນຍັກ ສືນາມິ ພັດເຂົ້າຫຼາຍເມືອງເຂດເກາະສຸມາຕຣາ ແລະ ຊວາ ໃນຄືນວັນທີ 22 ທັນວາ ທີ່ຜ່ານມາ. ຖະແຫຼງການເທື່ອທໍາອິດ ມີຜູ້ເສຍຊີວິດ 281, ບາດເຈັບ 1.016 ແລະ ຜູ້ສູນຫາຍຈໍານວນໜຶ່ງ ສົ່ງຜົນເຮັດໃຫ້ບໍ່ມີທີ່ຢູ່ອາໄສຫຼາຍກວ່າ 11.687 ຄົນ ລວມທັງຕຶກອາຄານທີ່ພັກອາໄສ, ສິ່ງປູກສ້າງ ແລະ ຊັບສິນຕ່າງໆ ເປ່ເພເສຍຫາຍເປັນວົງກວ້າງ. ຕໍ່ມາວັນທີ 25 ທັນວາ ຍອດຜູ້ເສຍຊີວິດເພີ່ມຂຶ້ນຢ່າງໜ້ອຍ 429 ຄົນ, ບດເຈັບ 1.500 ຄົນ ແລະ ຜູ້ສູນຫາຍປະມານ 154 ຄົນ. ປະຊາຊົນຫຼາຍກວ່າ 16.000 ຄົນຂາດທີ່ຢູ່ອາໄສ. ປັດຈຸບັດ, ຜູ້ນໍາອິນໂດເນເຊຍ ໄດ້ສັ່ງຊື້ລະບົບເຕືອນໄພ ສືນາມິ ໃໝ່ທັງໝົດ.

ການຄົ້ນຫາຜູ້ເສຍຊີວິດ ແລະ ຜູ້ສູນຫາຍຈາກສືນາມິ ໃນຄັ້ງນີ້ ເປັນໄປດ້ວຍຄວາມຍາກລໍາບາກ ເນື່ອງຈາກພື້ນທີ່ດັ່ງກ່າວ, ມີວັດຖຸ ຕົ້ນໄມ້, ຕຶກອາຄານຫັກທັບຖົມກັນເປັນຈໍານວນຫຼາຍ ເຮັດໃຫ້ການປະຕິບັດການຄົ້ນຫາມີຄວາມຫຍຸ້ງຍາກ ແລະ ຍັງມີການເຝົ້າລະວັງພູເຂົາໄພ ອານັກກຣາກາຕົວ ທີ່ຢ້ານວ່າຈະເກີດເຫດປະທຸອີກຄັ້ງ. ດ້ານຜູ້ນໍານານາຊາດ ໄດ້ຮ່ວມສະແດງຄວາມເສຍໃຈ-ສົ່ງກໍາລັງໃຈ ພ້ອມກັບອົງການສາກົນ (EU, UN, IMF) ພ້ອມໃຫ້ການຊ່ວຍເຫຼືອຖ້າມີການຮ້ອງຂໍ.

ເຫດການຄັ້ງນີ້, ເປັນໄພພິບັດທາງທໍາມະຊາດຄັ້ງທີ 3 ໃນຮອບ 6 ເດືອນທີ່ເກີດຂຶ້ນກັບອິນໂດເນເຊຍ ຫຼັງຈາກເກີດແຜ່ນດິນໄຫວຢູ່ເກາະລອມບອກ ໃນເດືອນ ກໍລະກົດ ແລະ ສິງຫາ  ແລະ ເຫດການແຜ່ນດິນໄຫວ ກັບ ສືນາມິທີ່ເມືອງ ປາລູ ເກາະສຸລາເວສີ ໃນເດືອນ ກັນຍາ ເຊິ່ງມີຜູ້ເສຍຊີວິດປະມານ 2.200 ຄົນ ແລະ ຍັງສູນເສຍອີກຫຼາຍພັນຄົນ ທີ່ຄາດວ່າເສຍຊີວິດແລ້ວ. ປັດຈຸບັນ, ຜູ້ນໍາອິນໂດເນເຊຍ ໄດ້ສັ່ງຊື່ລະບົບເຕືອນໄພ ສືນາມິ ໃໝ່ທັງໝົດ ເພື່ອຄວາມປອດໄພ ແລະ ແກ້ໄຂຕໍ່ກັບປະກົດການທີ່ເກີດຂື້ນ.

 

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນຈາກ: thairath.co.th, dailynews.co.th

ບົດຄວາມຫຼ້າສຸດ

ປະຊາຊົນຊາວມາເລເຊຍຮວມຕົວກັນຫຼາຍພັນຄົນ ເພື່ອຮຽກຮ້ອງຄວາມຍຸຕິທຳ ໃຫ້ຊາຣາ ທີ່ເສຍຊີວິດຢ່າງປິສະໜາ

#JusticeForZara ແຮັດແທັກ (hastag) ເຕັມສື່ສັງຄົມອອນລາຍໃນປະເທດມາເລເຊຍ ເພື່ອຮຽກຮ້ອງຄວາມຍຸຕິທຳໃຫ້ ຊາຣາ ເດັກຍິງອາຍຸ 13 ປີ ເສຍຊີວິດປິດສະໜາ, ທ່າມກາງຂ່າວລືວ່າ ຊາຣາ ເປັນເຫຍື່ອຈາກການຖືກບູລີ້ ແລະ...

ເສຍຊີວິດເວທີດຽວກັນ! ຂ່າວເສົ້າວົງການມວຍຍີ່ປຸ່ນ ເມື່ອ 2 ນັກຊົກຈາກແດນປາດິບເສຍຊີວິດຫຼັງຂຶ້ນຊົກມວຍ ໝໍເຜີຍເລືອດອອກໃນເຫຍື້ອຫຸ້ມສະໝອງ.

ວົງການມວຍຍີ່ປຸ່ນເສົ້າ! 2 ນັກຊົກມວຍເສຍຊີວິດເວທີດຽວກັນ ຫຼັງໄດ້ຮັບອາການບາດເຈັບ ໝໍເຜີຍເລືອດອອກໃນເຫຍື້ອຫຸ້ມສະໝອງ. ສຳນັກຂ່າວຕ່າງປະເທດລາຍງານເຫດການສຸດສະຫຼົດ ຂອງວົງການມວຍຍີ່ປຸ່ນ ໄດ້ເກີດເຫດການສຸດຊ໋ອກ ຫຼັງຈາກຊິເງໂຕຊິ ນັກຊົກອາຍຸ 28 ປີ ເສຍຊີວິດ ເມື່ອວັນສຸກ 8...

ສ ເກົາຫຼີ ມອບທຶນຈຳນວນ 6 ລ້ານໂດລາ ເພື່ອຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາ ກຳນົດຈັດຕັ້ງປະຕິບັດ 2025-2029

ລັດຖະບານ ສ ເກົາຫຼີສະໜອງທຶນຊ່ວຍເຫຼືອລ້າໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວ ເມືອງຄຳເກີດ ພິທີເຊັນບົດບັນທຶກການຮ່ວມມືໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວເມືອງຄຳເກີດ ແຂວງບໍລິຄຳໄຊ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...

ຍທຂ ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ

ຍທຂ ປະກາດການຈັດຕັ້ງ ພະນັກງານການນຳຂັ້ນສູງ. ເມື່ອບໍ່ດົນມານີ້, ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ ແລະ ຍົກຍ້າຍ...