spot_img
Homeຂ່າວຕ່າງປະເທດເກີດເຫດ! ນັກທ່ອງທ່ຽວຖືກຂ້າປາດຄໍດ້ວຍກຸ່ມທີ່ພັກດີກັບໄອເອສ

ເກີດເຫດ! ນັກທ່ອງທ່ຽວຖືກຂ້າປາດຄໍດ້ວຍກຸ່ມທີ່ພັກດີກັບໄອເອສ

Published on

ເວັບໄຊ ເດອະກາດຣຽນ ລາຍງານວັນທີ 21 ທັນວາ 2018 ຜ່ານມາ ລະບຸວ່າ ເກີດເຫດນັກທ່ອງທ່ຽວ 2 ສາວຊາວນອກແວ ຖືກຄາດຕະກໍາລະຫວ່າງຕັ້ງແຄມໃນເສັ້ນທາງໃກ້ກັບໝູ່ບ້ານອິມລິ ປະເທດມາຣົກ ເປັນເສັ້ນທາງໄປຫາຍອດພູ Toubkal ເປັນພູທີ່ສຸງທີ່ສຸດໃນແອຟຣິກາເໜືອ ລ່າສຸດເຈົ້າໜ້າທີ່ຈັບກຸມຕົວຜູ້ຕ້ອງສົງໃສໄດ້ແລ້ວ 13 ຄົນ ໂດຍຕັ້ງຂໍ້ສົງໃສດັ່ງກ່າວເປັນຄະດີກໍ່ການຮ້າຍ.

ລາຍງານລະບຸວ່າຜູ້ທີ່ຖືກຄາດຕະກໍາຄື ລຸຍຊາ ເວສເຕີຣຣາເກີ ເຈສເປີຣສັນ ຊາວດານມາກ ອາຍຸ 24 ປີ ແລະ ມາເຣນ ອູເອແລນ ຊາວນອກແວ ອາຍຸ 28 ປີ ທັງສອງເປັນນັກສຶກສາໃນມະຫາວິທະຍາໄລປະເທດນອກແວ. ສົບຂອງທັງສອງພົບເຫັນຫ່າງຈາກບ້ານ ອິມມິຣາວ ຢ່າງໄປປະມານ 2 ຊົ່ວໂມງ ໂດຍໜຶ່ງໃນນັ້ນຖືກຕັດຄໍອອກ ແລະ ອີກຄົນໜຶ່ງມີບາດແຜກໍ່າທີ່ລໍາຄໍ.

ເຈົ້າໜ້າທີ່ຕໍາຫຼວດສືບສວນຈັບກຸ່ມຜູ້ຕ້ອງສົງໃສ 4 ຄົນທໍາອິດຈາກວີດີໂອທີ່ຄົນຮ້າຍປະກາດຄວາມພັກດີຕໍ່ກຸ່ມກອງກໍາລັງຮັກອິດສະລາມ ກ່ອນທີ່ຈະຈັບອີກ 9 ຄົນທີ່ມີຄວາມເຊື່ອມໂຍງກັນ ໂດຍການຈັບກຸມທັງໝົດໄດ້ສືບຫາຫຼັກຖານຈາກວິດີໂອທີ່ແຜ່ກະຈາຍໃນໂລກອອນລາຍ ເຊິ່ງສະແດງໃຫ້ເຫັນຄົນຮ້າຍເປັນຜູ້ລົງມີຄາດຕະກໍາໜຶ່ງໃນສອງນັກທ່ອງທ່ຽວສາວຍ່າງໂຫດຮ້າຍ ເຮັດໃຫ້ອີກຄົນຕ້ອງຮ້ອງຢ່າງເຈັບປວດຄົນຮ້າຍຈຶ່ງລົງມືສັງຫານໃນເວລາຕໍ່ມາ. ຄົນຮ້າຍຈັບຫົວທີ່ຖືກຕັດອອກຍົກຂຶ້ນ ແລະ ຮ້ອງວ່າ: “ນີ້ຄືຫົວຂອງສັດຕູຂອງພະເຈົ້າ”

ລ່າສຸດ, ສົບສອງສາວນັກທ່ອງທ່ຽວ ໄດ້ສົງໄປນະຄອນຫຼວງໂຄເປນເຮເກນ ປະເທດດານມາກເປັນທີ່ຮຽບຮ້ອຍ ໃນວັນທີ 21 ທັນວາ ຜ່ານມາ.

 

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນຈາກ: matichon.co.th

ບົດຄວາມຫຼ້າສຸດ

ປະຊາຊົນຊາວມາເລເຊຍຮວມຕົວກັນຫຼາຍພັນຄົນ ເພື່ອຮຽກຮ້ອງຄວາມຍຸຕິທຳ ໃຫ້ຊາຣາ ທີ່ເສຍຊີວິດຢ່າງປິສະໜາ

#JusticeForZara ແຮັດແທັກ (hastag) ເຕັມສື່ສັງຄົມອອນລາຍໃນປະເທດມາເລເຊຍ ເພື່ອຮຽກຮ້ອງຄວາມຍຸຕິທຳໃຫ້ ຊາຣາ ເດັກຍິງອາຍຸ 13 ປີ ເສຍຊີວິດປິດສະໜາ, ທ່າມກາງຂ່າວລືວ່າ ຊາຣາ ເປັນເຫຍື່ອຈາກການຖືກບູລີ້ ແລະ...

ເສຍຊີວິດເວທີດຽວກັນ! ຂ່າວເສົ້າວົງການມວຍຍີ່ປຸ່ນ ເມື່ອ 2 ນັກຊົກຈາກແດນປາດິບເສຍຊີວິດຫຼັງຂຶ້ນຊົກມວຍ ໝໍເຜີຍເລືອດອອກໃນເຫຍື້ອຫຸ້ມສະໝອງ.

ວົງການມວຍຍີ່ປຸ່ນເສົ້າ! 2 ນັກຊົກມວຍເສຍຊີວິດເວທີດຽວກັນ ຫຼັງໄດ້ຮັບອາການບາດເຈັບ ໝໍເຜີຍເລືອດອອກໃນເຫຍື້ອຫຸ້ມສະໝອງ. ສຳນັກຂ່າວຕ່າງປະເທດລາຍງານເຫດການສຸດສະຫຼົດ ຂອງວົງການມວຍຍີ່ປຸ່ນ ໄດ້ເກີດເຫດການສຸດຊ໋ອກ ຫຼັງຈາກຊິເງໂຕຊິ ນັກຊົກອາຍຸ 28 ປີ ເສຍຊີວິດ ເມື່ອວັນສຸກ 8...

ສ ເກົາຫຼີ ມອບທຶນຈຳນວນ 6 ລ້ານໂດລາ ເພື່ອຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາ ກຳນົດຈັດຕັ້ງປະຕິບັດ 2025-2029

ລັດຖະບານ ສ ເກົາຫຼີສະໜອງທຶນຊ່ວຍເຫຼືອລ້າໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວ ເມືອງຄຳເກີດ ພິທີເຊັນບົດບັນທຶກການຮ່ວມມືໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວເມືອງຄຳເກີດ ແຂວງບໍລິຄຳໄຊ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...

ຍທຂ ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ

ຍທຂ ປະກາດການຈັດຕັ້ງ ພະນັກງານການນຳຂັ້ນສູງ. ເມື່ອບໍ່ດົນມານີ້, ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ ແລະ ຍົກຍ້າຍ...